ກະຊວງອຸດສາຫະກຳ ແລະ ການຄ້າ ປະດັບດາວນາມມະຍົດ ໃຫ້ສິນຄ້າ ODOP ຄັ້ງທຳອິດຂອງປະເທດ


ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະດັບດາວນາມມະຍົດ ໃຫ້ກັບຫົວໜ່ວຍຜະລິດຢາພື້ນເມືອງກາພູເຂົາຄວາຍ ເຊິ່ງເປັນຄັ້ງທຳອິດຂອງປະເທດ ແລະ ຂອງແຂວງບໍລິຄຳໄຊ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2021 ທີ່ຜ່ານມາ, ໂດຍການເຂົ້າຮ່ວມ ທ່ານສົມຈິດ ອິນທະມິດ ຮອງນາຍົກລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເສັງ ປະຖຳມະວົງ ຮອງເຈົ້າແຂວງ ແຂວງບໍລິຄຳໄຊ ມີຫົວໜ້າກົມ, ຫົວໜ້າພະແນກ ບັນດາຫົວໜ່ວຍວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການປະດັບດາວນາມມະຍົດສິນຄ້າ ໃຫ້ແກ່ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງແຂວງບໍລິຄຳໄຊ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ການນຳໃຊ້ພູມປັນຍາທ້ອງຖິ່ນຊຸກຍູ້ ຊາວແຂວງບໍລິຄຳໄຊ ລວມທັງຜູ້ຜະລິດຜູ້ປະກອບການສິນຄ້າ ທີ່ມີທ່າແຮງຈາກພູມປັນຍາທ້ອງຖິ່ນໃຫ້ກາຍເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ທີ່ໄດ້ກາໝາຍ ODOP ແຫ່ງຊາດ ແລະ ໄດ້ຮັບຊຸກຍູ້ສົ່ງເສີມຈາກຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ເອກະຊົນ ສະໜັບສະໜູນສິນຄ້າຕົນ ຈົນໄດ້ຮັບຊື່ສຽງ ໄດ້ຮັບການຢັ້ງຢືນຈາກອົງການຕ່າງໆຫຼາຍຂະແໜງການ.

ມາມື້ນີ້ຜະລິດຕະພັນສິນຄ້າຢາພື້ນເມືອງກາພູເຂົາຄວາຍ ກໍໄດ້ຮັບນາມມະຍົດຕິດດາວຂັ້ນ 3 ດາວ ໃຫ້ແກ່ສິນຄ້າ ຢາດີກະເພາະຢາພື້ນເມືອງກາພູເຂົາຄວາຍ ຂອງທ່ານ ອາຈານ ຄຳຜັນ ທີ່ຕັ້ງຢູ່່ບ້ານໂພນສະຫວັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ນີ້ກໍຄືໝາກຜົນສຳຄັນ ໃນການສ້າງເສດຖະກິດຄອບຄົວໃຫ້ມີລາຍໄດ້ ສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນ ນຳໃຊ້ຫົວຄິດປະດິດສ້າງ ແລະ ທ່າແຮງບົ່ງຊ້ອນ ປະກອບກັບວັດຖຸດິບທີ່ຫາໄດ້ພາຍໃນທ້ອງຖິ່ນ ໃຫ້ກາຍເປັນສິນຄ້າອອກສູ່ທັງພາຍໃນ ແລະ ຕ່າງປະເທດ ສາມາດສ້າງຊື່ສຽງ ແລະ ຜົນງານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/