Dota 2 ຊ່ວຍຊີວິດຂ້ອຍ! ແຟນເກມອອກມາເປີດເຜີຍວ່າ Dota 2 ຊ່ວຍຊີວິດລາວຈາກການຄິດສັ້ນເພາະເປັນໂຣກຊຶມເສົ້າ


Dota 2 ຫຼື ໂດຕ້າ 2 ເປັນເກມແນວໂມບ້າ (MOBA: Multiplayer Online Battle Arena) ທີ່ຄົນທົ່ວໂລກຕ່າງກໍຮູ້ຈັກດີ ເພາະເອີ້ນໄດ້ວ່າເປັນເກມທຳອິດທີ່ຫຼາຍໆຄົນລອງຫຼິ້ນເລີຍກໍວ່າໄດ້. ນອກຈາກນີ້ Dota 2 ຍັງເປັນເກມທີ່ມີເງິນຮາງວັນສູງສຸດໃນປະຫວັດສາດການແຂ່ງຂັນໃນວົງການ E-Sport.

ເມື່ອນຶກເຖິງ Dota 2 ຫຼາຍຄົນອາດຄິດເປັນເກມທີ່ພຽງຫຼິ້ນກັບໝູ່ເພື່ອນ, ເປັນເກມທີ່ສ້າງອາຊີບສ້າງເງິນໃຫ້ກັບຜູ້ຫຼິ້ນ, ເປັນເກມທີ່ສ້າງມິດຕະພາບທີ່ດີ ຫຼື ອາດເປັນເກມທີ່ມີຄວາມToxic ທີ່ສຸດສຳລັບໃຜບາງຄົນເລີຍກໍວ່າໄດ້. ແຕ່ມື້ນີ້ເຮົາມີເລື່ອງລາວດີໆຂອງຜູ້ຫຼິ້ນຄົນໜຶ່ງທີ່ໄດ້ອອກມາເປີດເຜີຍໃນເວັບ Reddit ວ່າ ເກມ Dota 2 ໄດ້ຊ່ວຍຊີວິດຈາກການຄິດສັ້ນເນື່ອງຈາກລາວເປັນໂຣກຊຶມເສົ້າ.

ໃນ 3-4 ວັນທີ່ຜ່ານມານີ້ ຜູ້ຫຼິ້ນ Doat 2 ຄົນໜຶ່ງທີ່ມີຊື່ບັນຊີວ່າ u/Either_Road_5538 ໃນເວັບໄຊ Reddit ໄດ້ໂພສວ່າ

“ຂ້ອຍໄດ້ຮັບການບົ່ງມະຕິວ່າເປັນ GAD (ໂຣກວິຕັກກັງວົນ), SAD (ພາວະຊຶມເສົ້າຈາການປ່ຽນແປງຂອງລະດູການ), PTSD (ສະພາວະປ່ວຍທາງຈິດໃຈຫຼັງຈາກພົບກັບເຫດການກະທົບທາງຈິດໃຈຢ່າງຮຸນແຮງ), Panic Disorder (ໂຣກ Panic), Major Depressive Disorder (ໂຣກຊຶມເສົ້າ) ເຊິ່ງຄອບຄົວຂ້ອຍບໍ່ມີໃຜເຊື່ອວ່າຂ້ອຍເປັນໂຣກພວກນີ້. ຕອນເປັນໄວໜຸ່ມຂ້ອຍຖືກປະເສດການຊ່ວຍເຫຼືອ ແລະ ຂ້ອຍກໍພະຍາຍາມຂ້າຕົວຕາຍຫຼາຍຕໍ່ຫຼາຍຄັ້ງ. ແຕ່ເວລາຂ້ອຍບອກແມ່ກ່ຽວກັບບັນຫານີ້ ແມ່ກໍບອກວ່າມັນບໍ່ເຄີຍເກີດຂຶ້ນກັບຂ້ອຍ. Dota 2 ເປັນເຫດຜົນດຽວທີ່ເຮັດໃຫ້ຂ້ອຍຜ່ານໄລຍະເວລານັ້ນມາໄດ້, ຂ້ອຍໝັ້ນໃຈວ່າຂ້ອຍຈະຂ້າຕົວຕາຍແທ້ໆຖ້າຂ້ອຍບໍ່ໄດ້ພົບມັນ”

“ໃນໄລຍະທີ່ເກມມີ Event Wraith Night ຂ້ອຍໄດ້ຫຼິ້ນເກມນີ້ເປັນຄັ້ງທຳອິດ ຂ້ອຍຫຼິ້ນ broodmother (hero ໃນ Dota2) ແບບບໍ່ຢຸດເລີຍ.  ຕອນນັ້ນຂ້ອຍຫາປືນມາໄດ້ກະບອກໜຶ່ງ ວາງແຜນເອົາໄວ້ວ່າຕ້ອງຕາຍແທ້ໆ ແຕ່ Dota ພາຂ້ອຍຜ່ານຈຸດນັ້ນມາໄດ້ ແລະ ເປັນສິ່ງດຽວທີ່ເຮັດໃຫ້ຂ້ອຍຫຼຸດອອກມາຈາກຈຸດນັ້ນ, ມັນເຮັດໃຫ້ຂ້ອຍມີຄວາມສຸກ  ແລະ ຄວາມສະບາຍໃຈ.”
ຫາກວ່າໃຜກໍຕາມໃນທີມງານ Dota 2 ເຫັນຂໍ້ຄວາມນີ້ ຂ້ອຍຢາກບອກວ່າ ຂອບໃຈທີ່ສ້າງເກມນີ້ຂຶ້ນມາ.


ຫຼັງຈາກຂໍ້ຄວາມນີ້ໄດ້ເຜີຍແຜ່ລົງໃນເວັບໄຊ ກໍໄດ້ມີຄົນມາສະແດງຄວາມຄິດເຫັນຕ່າງໆເຊັ່ນ: ຫຼາຍຄົນກໍບອກວ່າດີໃຈທີ່ໄດ້ເຫັນຜູ້ຫຼິ້ນຄົນນີ້ສຸຂະພາບຈິດດີຂຶ້ນ, ບາງຄົນກໍບອກວ່າໄດ້ພົບບັນຫາທີ່ຄ້າຍຄືກັນ ແລະ Dota 2 ກໍເປັນພື້ນທີ່ປອດໄພສຳລັບເຂົາ, ໃນຂະນະທີ່ບາງຄົນກໍບອກວ່າ Dota 2 ບໍ່ໄດ້ຊ່ວຍໃຫ້ເຈົ້າຫາຍດີຈາກໂຣກເຫຼົ່ານີ້ ແຕ່ມັນຂຶ້ນກັບຕົວເຈົ້າເອງ…

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/