ນັກຮຽນມຽນມາປະທ້ວງບໍ່ໄປໂຮງຮຽນ ສາເຫດແມ່ນເພື່ອຕ້ອງການປະທ້ວງລັດຖະບານທະຫານແລະຢ້ານກົວລະເບີດ


ສຳນັກຂ່າວ Al Jazeera ໄດ້ລາຍງານສະຖານະການຕ່າງໆໃນມຽນມາ ຫຼັງຈາກລັດຖະບານທະຫານປະກາດໃຫ້ໂຮງຮຽນຕ່າງໆທົ່ວປະເທດກັບມາເປີດໂຮງຮຽນອີກຄັ້ງຕັ້ງແຕ່ວັນທີ 1 ພະຈິກທີ່ຜ່ານມາ ຜົນປາກົດວ່າ ຫ້ອງຮຽນຕ່າງໆ ເກືອບຈະວ່າງເປົ່າເພາະນັກຮຽນແລະຄູອາຈານປະຕິເສດທີ່ຈະໄປໂຮຮຽນ.

ໂດຍສາເຫດຫຼັກທີ່ເຮັດໃຫ້ນັກຮຽນ ແລະ ຄູອາຈານສ່ວນໃຫຍ່ບໍ່ຍອມໄປໂຮງຮຽນແມ່ນເພື່ອຕ້ອງການປະທ້ວງລັດຖະບານທະຫານທີ່ເຂົ້າມາເຮັດລັດຖະປະຫານແລະຍຶດອຳນາດຈາກປະຊາຊົນ. ນອກຈາກນີ້ນັນຫຼາຍຄົນຍັງເປັນຫ່ວງເລື່ອງຄວາມປອດໄພແລະຢ້ານກົວກ່ຽວກັບສະຖານະການໃນປັດຈຸບັນ ເພາະທີ່ຜ່ານໂຮງຮຽນຫຼາຍແຫ່ງຖືກໂຈມຕີແລະມີເຫດລະເບີດເກີດຂຶ້ນ.

Chika Ko (ນາມສົມມຸດ) ນັກຮຽນຍິງອາຍຸ 16 ປີ ຈາກເມືອງ Pyay ໃນລັດ Bago ໄດ້ເປີດເຜີຍກັບສໍານັກຂ່າວ Al Jazeera ວ່າ

“ຂ້ອຍບໍ່ໄດ້ໄປໂຮງຮຽນເນື່ອງຈາກວ່າຫາກໍມີເຫດການເກີດລະເບີດທີ່ໂຮງຮຽນອື່ນ ແລະ ໝູ່ຂ້ອຍກໍບໍ່ໄດ້ໄປໂຮງຮຽນຄືກັນ”

“ໂຮງຮຽນຂ້ອຍຍັງບໍ່ຖືກໂຈມຕີເທື່ອ ແຕ່ເມື່ອຂ້ອຍໄດ້ຍິນຂ່າວເລື່ອງລະເບີດທີ່ໂຮງຮຽນອຶ່ນມັນເຮັດໃຫ້ຂ້ອຍຢ້ານຫຼາຍ ດັ່ງນັ້ນຂ້ອຍກໍເລີຍຕ້ອງຢູ່ແຕ່ເຮືອນ”

Chika Ko ກ່າວເພີ່ມວ່າ ປົກກະຕິໂຮງຮຽນມີນັກຮຽນປະມານ 600 ຄົນ, ຕັ້ງແຕ່ລັດຖະບານປະກາດເປີດໂຮງຮຽນໃນໄລຍະ 2-3 ອາທິດທີ່ຜ່ານມາ ມີພຽງນັກຮຽນປະມານ 20 ຄົນເທົ່ານັ້ນທີ່ໄປໂຮງຮຽນ.

ໃນອີກມຸມໜຶ່່ງ Nay Zin Oo ອາຍຸ 48 ປີ ຈາກນະຄອນຢ່າງກຸ້ງ ມີລູກສາມຄົນທີ່ກຳລັງສຶກສາຮໍ່າຮຽນໃນຊັ້ນປະຖົມ ແລະ ມັດທະຍົມ ເລືອກທີ່ຈະປະຕິເສດການສົ່ງລູກຂອງຕົນເອງໄປໂຮງຮຽນ ໃນຂະນະທີ່ສະຖານະການໃນປະເທດແມ່ນຖືກກອງທັບຄວບຄຸມຢູ່.

“ໂຮງຮຽນຕ່າງໆແມ່ນຖືກດຳເນີນການດ້ວຍກອງທັບ ແລະ ໃນຖານະນັກປະຕິວັດຂ້ອຍຈະບໍ່ສົ່ງລູກໆຂ້ອຍໄປໂຮງຮຽນ ເຮົາໃນຖານະພໍ່ແມ່ ຖ້າເຮົາເລືອກທີ່ຈະສົ່ງລູກໄປໂຮງຮຽນ ສະແດງວ່າເຮົາກຳລັງສະໜັບສະໜູນກອງທັບ ເຊິ່ງຂ້ອຍຈະສົ່ງລູກໆຂ້ອຍໄປໂຮງຮຽນກໍຕໍ່ເມື່ອຝ່າຍກົງຂ້າມກັບກອງທັບຊະນະເທົ່ານັ້ນ” Nay Zin Oo ຜູ້ທີ່ຂໍໃຫ້ໃຊ້ນາມແຝງເພາະຢ້ານຖືກໂຈມຕີຈາກທາງກອງທັບ.

Nay Zin Oo ເຊື່ອວ່ານີ້ເປັນວິທີທີ່ມີປະສິດທິພາບໃນການປະທ້ວງຕໍ່ຕ້ານກອງທັບ.

ກ່ອນໜ້ານີ້ໂຮງຮຽນສ່ວນໃຫຍ່ໃນມຽນມາໄດ້ເຮັດການປິດການຮຽນການສອນຕໍ່ເນື່ອງ ຕັ້ງແຕ່ເກີດມີລັດຖະປະຫານໃນເດືອນກຸມພາທີ່ຜ່ານມາ ປະກອບກັບການແຜ່ລະບາດຂອງສະຖານະການການແຜ່ລະບາດຂອງໂຄວິດ-19 ຄວາມຮຸນແຮງເຮັດໃຫ້ລັດຖະບານທະຫານມຽນມາ ປະກາດຕັດສິນໃຈສັ່ງຢຸດການຮຽນທົ່ວປະເທດຕັ້ງແຕ່ເດືອນເດືອນກໍລະກົດເປັນຕົ້ນມາ.

ຄູ ອາຈານ ແລະນັກຮຽນເປັນກຸ່ມທຳອິດທີ່ເປັນຜູ້ນຳຂອງຂະບວນການ the Civil Disobedience Movement (CMD) ເຊິ່ງເປັນຂະບວນການຕໍ່ຕ້ານລັດຖະບານທະຫານມຽນມາ, ຂວ້ຳບາດ ແລະ ປະຕິເສດທີ່ຈະເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງທະຫານທີ່ຕ້ອງການປະຕິຮູບລະບົບການສຶກສາ. ພາຍໃນເດືອນມິຖຸນາໄດ້ມີລາຍງານວ່າຄູອາຈານຂອງມຽນມາປະມານ 400,000 ຄົນໄດ້ເຮັດການຢຸດການປະທ້ວງເພື່ອເຂົ້າຮ່ວມຂະບວນການ CDM.

“ກອງທັບກົດດັນໃຫ້ຄູອາຈານໄປໂຮງຮຽນດ້ວຍຄວາມພະຍາຍາມທີ່ຕ້ອງການປິດຂະບວນການ CDM” Min Htet (ນາມແຝງ) ສະມາຊິກຜູ້ບໍລິຫານສະຫະພາບການສຶກສາຂັ້ນພື້ນຖານ ໄດ້ກ່າວ.

“ຄູຫຼາຍຄົນຕ້ອງລາອອກຈາກວຽກຕັ້ງແຕ່ນັ້ນມາ ແຕ່ຄູຄົນອື່ນໆ ຮູ້ສຶກວ່າພວກເຂົາບໍ່ມີທາງເລືອກອື່ນນອກຈາກຕ້ອງໄດ້ໄປໂຮງຮຽນ.”

ແຕ່ສຳລັບຄູອາຈານທີ່ຍັງເຮັດວຽກຢູ່ກໍຍັງບໍ່ຫຼຸດພົ້ນຄວາມຮຸນແຮງທີ່ເພີ່ມຂຶ້ນຈາກການເຮັດລັດຖະປະຫານ ເພາະຫຼັງຈາກປະກາດເປີດໂຮງຮຽນອີກຄັ້ງໃນວັນທີ 1 ພະຈິກນີ້ ໄດ້ມີລາຍງານວ່າຄູຜູ້ບໍ່ໄດ້ມີສ່ວນຮ່ວມໃນການຂວ້ຳບາດລັດຖະບານທະຫານມຽນມາ ໄດ້ຕົກເປັນເປົ້າໝາຍຂອງກຸ່ມຫົວຮຸນແຮງ ເຊິ່ງບໍ່ແມ່ນກຸ່ມຂອງທະຫານ. ໃນອາທິດຜ່ານມາ ຜູ້ອຳນວຍການຂອງໂຮງຮຽນແຫ່ງໜຶ່ງໃນລັດ Mandalay ຖືກຍິງເສຍຊີວິດຂະນະພັກຢູ່ທີ່ເຮືອນຂອງຕົນເອງ ແລະ ອີກກໍລະນີໜຶ່ງເຊິ່ງເກີດຂຶ້ນໃນວັນທີ 5 ພະຈິກ ຄູຈາກນະຄອຢ່າງກຸ້ງເສຍຊີວິດຂະນະທີ່ນັ່ງລົດແທັກຊີ່ໄປໂຮງຮຽນ.

ປັດຈຸບັນນີ້ສະຖານະການໃນມຽນມາແມ່ນໜ້າເປັນຫ່ວງຫຼາຍ ເພາະປະຊາຊົນສ່ວນຫຼາຍຕ້ອງການທີ່ຈະປະທ້ວງລັດຖະບານທະຫານມຽນເພື່ອຮຽກຮ້ອງໃຫ້ນຳເອົາປະຊາທິປະໄຕກັບຄືນມາອີກຄັ້ງ ແລະ ປະເທດມຽນມາຈະຫັນໜ້າໄປໃນທິດທາງໃດເຮົາກໍຕ້ອງມາຖ້າຕິດຕາມນຳກັນ.

ຂອບໃຈຂໍ້ມູນຈາກ:

–     https://cutt.ly/dTZCqfz

–     https://cutt.ly/iTZCavT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/