Lobster ກໍມີຄວາມຮູ້ສຶກເຈັບເປັນຄືກັນ! ສະຫະລາຊະອານາຈັກກຽມຮ່າງກົດໝາຍ ບໍ່ໃຫ້ຄົວກິນພວກມັນແບບເປັນໆ


ລັດຖະບານສະຫະລາຊະອານາຈັກກຽມຮ່າງກົດໝາຍເພື່ອປົກປ້ອງສັດຢ່າງ ປາໝຶກ, ປູ ແລະ ລັອບສະເຕີ ບໍ່ໃຫ້ນຳມາຄົວກິນໂຕເປັນໆ ເນື່ອງຈາກພວກມັນເປັນສັດທີ່ມີຄວາມຮູ້ສຶກ.

ຜ່ານການປະມວນຜົນຕໍ່ການສຶກສາຫຼັກຖານສັດທີ່ມີຄວາມຮູ້ສຶກກວ່າ 300 ຮູບແບບ, ກຸ່ມຊ່ຽວຊານທີ່ໂຮງຮຽນເສດຖະກິດລອນດອນ ໄດ້ສະຫຼຸບວ່າ ສັດຈຳພວກ cephalopods (ເຊັ່ນປາໝຶກ, ປາໝຶກຍັກ) ແລະ decapods (ເຊັ່ນ: ປູ, ກຸ້ງ, ລັອບສະເຕີ) ຄວນຖືກປະຕິບັດວ່າເປັນສັດທີ່ມີຄວາມຮູ້ສຶກ. ໂດຍແນະນຳວ່າທັງລັອບສະເຕີ ແລະ ປູ ນັ້ນບໍ່ຄວນນຳໄປຕົ້ມຕອນທີ່ຍັງມີຊີວິດຢູ່ ລວມໄປເຖິງຈະຕ້ອງມີການຂົນສົ່ງ, ການເຮັດໃຫ້ຊັອກ ແລະ ການຂ້າດ້ວຍວິທີການທີ່ດີທີ່ສຸດ.

ການທົດສອບຄວາມຮູ້ສຶກເຈັບປວດໄດ້ຂອງສັດທັງສອງຮູບແບບລວມມີ 8 ວິທີເຊັ່ນ: ຄວາມສາມາດໃນການຮຽນຮູ້, ການມີຕ່ອມຮັບຄວາມເຈັບປວດ, ການເຊື່ອມຕໍ່ລະຫວ່າງຕ່ອມຮັບຄວາມເຈັບປວດ ແລະ ພາກສ່ວນໃນສະໝອງທີ່ເຈາະຈົງ, ການໂຕ້ຕອບຕໍ່ຢາຊາ ຫຼື ຢາແກ້ປວດ, ພຶດຕິກຳເຊັ່ນການວາງສົມດຸນລະຫວ່າງການຄຸກຄາມຕໍ່ໂອກາດທີ່ຈະໄດ້ຮັບຮາງວັນ ແລະ ການປ້ອງກັນໄພຄຸກຄາມບໍ່ໃຫ້ບາດເຈັບ.

ນັກວິທະຍາສາດໄດ້ອອກມາຢືນຢັນແລ້ວວ່າສັດຈຳພວກດັ່ງກ່າວແມ່ນຕອບສະໜອງຕໍ່ຄວາມເຈັບປວດໄດ້ ເຊິ່ງກໍເປັນສັນຍານທີ່ຈະຍົກລະດັບກົດໝາຍຄຸ້ມຄອງ ໃນການຮັບປະກັນວ່າພວກມັນຈະໄດ້ຮັບການດູແລຄວາມເປັນຢູ່ທີ່ສຳຄັນ.

ເຖິງຢ່າງນັ້ນ, ການປະກາດດັ່ງກ່າວຍັງບໍ່ທັນໄດ້ຖືກນຳອອກມາຮອງຮັບເປັນກົດໝາຍເທື່ອ. ພວກເຂົາຈະໄດ້ຈັດຕັ້ງກຸ່ມສະພາສຳລັບສັດທີ່ມີຄວາມຮູ້ສຶກ ເຊິ່ງຈະສົ່ງລາຍງານໃຫ້ລັດຖະບານຕັດສິນໃຈໃນບັນຫາທີ່ຂອບເຂດກວ້າງຂຶ້ນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/