Trashpresso ນະວັດຕະກຳຮັກໂລກ ປ່ຽນຂີ້ເຫຍື້ອເປັນພາຊະນະບັນຈຸຕ່າງໆ


ບັນຫາຂີ້ເຫຍື້ອກໍຍັງເປັນບັນຫາທີ່ມາແຮງຕະຫຼອດການຂອງບັນຫາສິ່ງແວດລ້ອມ ມີຫຼາຍຄົນຫຼາຍອົງກອນທີ່ພະຍາຍາມເອົາຂີ້ເຫຍື້ອຕ່າງໆມານຳໃຊ້ຄືນ ໂດຍໃຊ້ນະວັດຕະກຳໃໝ່ໆ ຫຼື ເທັກໂນໂລຢີເຂົ້າມາຊ່ວຍ ເຊັ່ນດຽວກັບ “Trashpresso” ທີ່ສາມາດປ່ຽນຂີ້ເຫຍື້ອພລາສຕິກ ອອກມາເປັນພາຊະນະບັນຈຸຮູບຊົງຕ່າງໆ ໂດຍໃຊ້ເວລາບໍ່ດົນ.

ເຄື່ອງຈັກດັ່ງກ່າວ ສາມາດເຄື່ອນທີ່ຍ້າຍໄປຕັ້ງໄວ້ສະຖານທີ່ຕ່າງໆໄດ້ ປຽບເໝືອນໂຮງງານຣີໄຊເຄິນເຄື່ອນທີ່ເລີຍ ການໃຊ້ງານຂອງມັນແມ່ນ ເອົາພລາສຕິກທີ່ບໍ່ໄດ້ໃຊ້ແລ້ວມາເປັນວັດສະດຸ ແລ້ວເຄື່ອງຈັກດັ່ງກ່າວຈະເຮັດການບົດລະລາຍວັດສະດຸ ແລ້ວພິມອອກມາເປັນສິ່ງຂອງຕ່າງໆ ພາຍໃນເວລາບໍ່ຮອດ 10 ນາທີ.

ມັນເປັນເຄື່ອງຈັກທີ່ນຳເອົາຫຼັກການ Circular Economy ມາປະຍຸກໃຊ້ໄດ້ຢ່າງຄົບຖ້ວນຄື ເມື່ອມີການສ້າງຂຶ້ນມາແລ້ວ ກໍຄວນມີການນຳມາຈັດການ ແລະ ຜະລິດອອກມາເປັນວັດຖຸໃໝ່ ໂດຍບໍ່ຕ້ອງໃຊ້ຊັບພະຍາກອນໃໝ່ແຕ່ຢ່າງໃດ ເປັນການໝຸນວຽນຊັບພະຍາກອນໃຫ້ກັບມາໃຊ້ໃໝ່ທີ່ດີຫຼາຍ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/environman.th/posts/3253965411398550

https://mgronline.com/local/detail/9630000128203