ຮ້ອນເກີນໄປ!  ເນປານກຽມຍ້າຍຈຸດຕັ້ງແຄັ້ມທີ່ພູ Everest ເພາະນໍ້າກ້ອນເລີ່ມລະລາຍແລ້ວ


ບັນຫາເລື່ອງສະພາວະໂລກຮ້ອນຍັງເປັນອີກ 1 ບັນຫາ ທີ່ຄົນໃນໂລກຍັງແກ້ບໍ່ຕົກ ແລະ ນອກຈາກບັນຫາດັ່ງກ່າວຈະກະທົບຕໍ່ການໃຊ້ຊີວິດປະຈຳວັນຂອງເຮົາແລ້ວ ຫຼ້າສຸດສຳລັບຄົນທີ່ມັກກິລາປີນພູ ກໍໄດ້ຮັບຜົນກະທົບທາງອ້ອມຈາກບັນຫານີ້ຄືກັນ ເພາະເນປານໄດ້ປະກາດຍ້າຍຈຸດຕັ້ງແຄັ້ມ ຂອງພູ Everest ເນື່ອງຈາກບ່ອນເກົ່ານໍ້າກ້ອນເລີ່ມລະລາຍແລ້ວ.

Everest Base Camp ຫຼື ຈຸດຕັ້ງແຄັ້ມເກົ່ານັ້ນ ຕັ້ງຢູ່ເທິງຄວາມສູງເໜືອລະດັບນໍ້າທະເລ ຢູ່ທີ່ 5,364 ແມັດ ແລະ ຕ້ອນຮັບນັກທ່ອງທ່ຽວ ປະມານ 1,500 ຄົນ ໃນລະດູໃບໄມ້ຫຼົ່ນທີ່ຄົນນິຍົມມາປີນພູ. ຢ່າງໃດກໍຕາມ ພື້ນທີ່ດັ່ງກ່າວຕັ້ງຢູ່ເທິງຖານນໍ້າກ້ອນ ຄຸມບູ (Khumbu Glacier) ເຊິ່ງປັດຈຸບັນນ້ຳກ້ອນບາງຕົວລົງຢ່າງໄວເນື່ອງຈາກການປ່ຽນແປງຂອງສະພາບອາກາດ.

ເຈົ້າໜ້າທີ່ປະຈຳ Everest ເປີດເຜີຍວ່າ ພວກເຂົາໄດ້ຍິນສຽງນໍ້າກ້ອນແຕກ  ຫຼື ສຽງກ້ອນຫີນຕົກຫຼາຍຂຶ້ນ ຂະນະທີ່ເຈົ້າໜ້າທີ່ບາງຄົນຕ້ອງປະເຊີນກັບເຫດການອັນໜ້າຕົກໃຈ ເມື່ອຂຶ້ນມາແລ້ວຕ້ອງພົບວ່າພື້ນທີ່ ທີ່ຕົນເອງນອນຢູ່ ເກີດຮອຍແຕກຂອງນໍ້າກ້ອນ.

ສ່ວນຖານທີ່ຕັ້ງໃໝ່ ທີ່ທາງເນປານໄດ້ເບິ່ງໄວ້ນັ້ນ ຈະຢູ່ຕໍ່າກວ່າບ່ອນເກົ່າປະມານ 200-400 ແມັດ ແລະ ບໍ່ໄດ້ມີນໍ້າກ້ອນປົກຄຸມຢູ່ຕະຫຼອດປີ ໂດຍທຸກຝ່າຍທີ່ກ່ຽວຂ້ອງຈະຫາລືກັນເພື່ອຫາຂໍ້ສະຫຼຸບ ແລະ ປະກາດສະຖານທີ່ໃໝ່ຢ່າງເປັນທາງການອີກຕໍ່ໄປ.

ຖານນໍ້າກ້ອນຄຸມບູ ບໍ່ແມ່ນບ່ອນທີ່ກຳລັງຈະລະລາຍ ເພາະຖານນໍ້າກ້ອນອື່ນໆໃນສາຍພູ ຫິມາໄລ ກໍກຳລັງປະເຊີນກັບສະພາວະແບບດຽວກັນ ໂດຍສາເຫດຫຼັກກໍແມ່ນຍ້ອນໄດ້ຮັບຜົນກະທົບຈາກສະພາວະໂລກຮ້ອນ. ແຕ່ອີກສາເຫດໜຶ່ງກໍເກີດຈາກນັກທ່ອງທ່ຽວເຊັ່ນດຽວກັນ ຕົວຢ່າງ: ການໃຊ້ເຊື້ອໄຟປະລິມານຫຼາຍເພື່ອຫຸງຕົ້ມອາຫານ ຫຼື ໃຊ້ອົບອຸ່ນຮ່າງກາຍ ເປັນຕົ້ນ.

ການຍ້າຍຈຸດຕັ້ງແຄັ້ມເທື່ອນີ້ ບໍ່ແມ່ນພຽງແຕ່ສ້າງຫຼັກປະກັນຄວາມປອດໄພໃຫ້ກັບນັກທ່ອງທ່ຽວ ຫຼື ທຸລະກິດປີນພູເທົ່ານັ້ນ ແຕ່ມັນຍັງສະທ້ອນເຖິງບັນຫາອັນໃຫຍ່ຫຼວງນີ້ ທີ່ໂລກເຮົາກຳລັງປະເຊີນຢູ່ ແລະ ມັນຈະຂະຫຍາຍຕົວໄວກວ່ານີ້ແນ່ນອນ ຖ້າວ່າເຮົາຍັງບໍ່ເອົາຈິງເອົາຈັງກັບບັນຫານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/