ບັນຫາຂີ້ເຫຍື້ອຊະຊາຍຕາມສະຖານທີ່ທ່ອງທ່ຽວ ຄວນຈັດການໃຫ້ເນັ້ນໜັກທີ່ສຸດ


ຕາມທີ່ຫຼາຍຄົນຮັບຮູ້ກັນດີໃນສັງຄົມລາວກ່ຽວກັບບັນຫາຂີ້ເຫຍື້ອທີ່ມີຜູ້ຄົນຖິ້ມຊະຊາຍ ເນື່ອງຈາກມີຫຼາຍສາເຫດອາດຈະເປັນຍ້ອນເຫດຜົນສ່ວນຕົວ ຫຼື ເຫດຜົນຄວາມສະດວກຕ່າງໆ ບາງກຸ່ມຄົນຈຶ່ງໄດ້ຖິ້ມຂີ້ເຫຍື້ອແບບບໍ່ຫ່ວງໃຍຄວາມເປັນລະບຽບຮຽບຮ້ອຍຂອງສະພາບບ້ານເມືອງ ກໍ່ໃຫ້ເກີດຄວາມເປິເປື້ອນສ້າງມົນລະພິດທາງອາກາດ ພ້ອມທັງເຮັດໃຫ້ສະຖານທີ່ໃດໜຶ່ງບໍ່ສະອາດງາມຕາ ໂດຍສະເພາະສະຖານທີ່ທ່ອງທ່ຽວທີ່ເປັນບ່ອນພັກອາໄສຂອງຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ. ເວົ້າອີກຢ່າງໜຶ່ງກໍເປັນປັດໄຈທີ່ສຳຄັນທີ່ສຸດຕໍ່ກັບການພັດທະນາປະເທດຊາດ, ເຊິ່ງບັນຫານີ້ ປັດຈຸບັນຍັງແກ້ບໍ່ໄດ້ດີເທົ່າທີ່ຄວນ ບາງພາກສ່ວນກໍປະຕິບັດວຽກງານດ້ານນີ້ໄດ້ດີ ແຕ່ບາງສ່ວນກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ.

ສະນັ້ນແລ້ວ, ທາງ ສສຊ ຫຼາຍທ່ານຈຶ່ງເຫັນເຖິງບັນຫານີ້ ແລະ ໄດ້ສະເໜີທາງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຜ່ານກອງປະຊຸມສະໄໝສາມັນເທື່ອທີ III ຂອງສະພາແຫ່ງຊາດຊຸດທີ IV ໃນນີ້ ທ່ານ ບຸນທາມ ພຸດທະວົງສາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຄຳເຫັນວ່າ: ກ່ອນອື່ນຕ້ອງຂໍສະແດງຄຳຄິດເຫັນ ແລະ ຄວາມຍິນດີຊົມເຊີຍສະໜັບສະໜູນຢ່າງສູງຕໍ່ກັບນະໂຍບາຍຂອງລັດຖະບານ ກໍຄືກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການຕັດສິນໃຈເປີດການທ່ອງທ່ຽວຢ່າງເຕັມຮູບແບບ ມັນເປັນກາລະໂອກາດທີ່ສົມຄວນທີ່ຕ້ອງໄດ້ເປີດການທ່ອງທ່ຽວ ເພາະເງື່ອນໄຂເສດຖະກິດກຳລັງມີວິກິດນີ້ເຫັນວ່າ ນັກທ່ອງທ່ຽວພາຍໃນປະເທດກໍສາມາດທ່ອງທ່ຽວລາວທ່ຽວລາວຢ່າງອີ່ມໃຈ ແລະ ຜູ້ທີ່ຢູ່ຕ່າງປະເທດ ເຂົາເຈົ້າເອງເຫັນວ່າເອົາກາລະໂອກາດທີ່ເງິນລາວເຮົາກຳລັງປັ່ນປວນກຳລັງເຟີ້ຂຶ້ນນີ້ ມາແຕກເປັນເງິນກີບແລ້ວມາທ່ຽວຢູ່ລາວ ເຂົາກໍມີຄວາມສະດວກສະບາຍ ສາມາດຈັບຈ່າຍໄດ້ຫຼາຍ ເຊິ່ງຂ້າພະເຈົ້າຊົມເຊີຍ ແລະ ສະໜັບສະໜູນທີ່ສຸດ.

ສ່ວນການເປີດປະເທດໃນໄລຍະເງື່ອນໄຂໂຄວິດນີ້ ຂ້າພະເຈົ້າຄິດວ່າ ພວກເຮົາກໍເຫັນຕາມທີ່ເຫັນວ່າໂຄວິດເລີ່ມຜ່ອນຄາຍຫຼາຍແລ້ວ. ສະນັ້ນການເປີດປະເທດ ໃນເງື່ອນໄຂທີ່ພວກເຮົາມີການເຝົ້າລະວັງນີ້ແນ່ນອນວ່າເຮົາຕ້ອງໄດ້ສືບຕໍ່ ປະຕິບັດມາດຕະການສະກັດກັ້ນຢູ່ ຂ້າພະເຈົ້າມີຄຳຄິເຫັນ 2 ບັນຫາຄື:

1.ຕໍ່ກັບນະໂຍບາຍສົ່ງເສີມການທ່ອງທ່ຽວສີຂຽວຍືນຍົງນີ້ ຂ້າພະເຈົ້າຂໍເອກະພາບກັບຄໍາເຫັນຂອງທ່ານຜູ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກ່າວມານັ້ນ ແຕ່ຂ້າພະເຈົ້າຂໍຢືນຢັນວ່າ ພວກເຮົາຕ້ອງສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ເສີມຂະຫຍາຍປະດິດສ້າງໃໝ່ ໃນຂະແໜງການທ່ອງທ່ຽວໃຫ້ມັນຫຼາຍຂຶ້ນ ເອົາຕົວແບບລະດັບຊາດ-ລະດັບທ້ອງຖິ່ນ ເຊິ່ງຢາກໃຫ້ເບິ່ງຕົວຈິງ ຂ້າພະເຈົ້າເຫັນດີສະໜັບສະໜູນ. ນອກຈາກນັ້ນແລ້ວ ຕ້ອງໄດ້ສະໜອງທຶນຮອນທີ່ສົມເຫດສົມຜົນໂດຍມີປະຊາຊົນເປັນສ່ວນຮ່ວມ ເພາະວ່າເກີດການທ່ອງທ່ຽວຢູ່ໃສກໍຕ້ອງມີແຮງງານທ້ອງຖິ່ນເຂົ້າໄປ, ຂ້າພະເຈົ້າເຄີຍໄປຕ່າງປະເທດ ເຫັນວ່າຄ່າເຊົ່າເຄື່ອງຂອງພວກເຂົາລາຄາແມ່ນຖືກຫຼາຍ ບ້ານເຮົາກໍເລີ່ມມີແລ້ວ ແຕ່ຢາກໃຫ້ມັນມີການປະດິດສ້າງໃໝ່ຂຶ້ນຕື່ມ. ຖ້າຈະເອົາຊຸດທຸກຊົນເຜົ່າມານຸ່ງໃນລາຄາທີ່ເໝາະສົມກໍຖືວ່າເປັນການດີ.

ຂໍໃຫ້ພວກເຮົາສືບຕໍ່ແທ້ໆແມ່ນສ້າງບຸກຄະລາກອນມືອາຊີບໃນຂະແໜງການທ່ອງທ່ຽວໃຫ້ມັນໄດ້ ແລະ ພວກເຮົາກໍມີຄຳເຫັນນຳກັນຢູ່ວ່ານັກທ່ອງທ່ຽວເກົາຫຼີ ກໍເອົາທົວເກົາຫຼີມາ ຈີນມາເຂົາກໍເອົາຄົນຈີນມາ ເອົາຄົນເຂົາເອງມາເປັນໄກ້ທ່ອງທ່ຽວ, ໂຮງແຮມກໍເປັນໂຮງແຮມເຂົາເອງ ສຸດທ້າຍແລ້ວເງິນເຂົາບໍ່ໄດ້ເອົາມາເຂົ້າປະເທດເຮົາ ເຂົາມີແຕ່ເອົາປະເທດເຮົາເປັນເວທີການສະແດງຊື່ໆ. ຕໍ່ກັບບັນຫານີ້ ເຮົາຈະເຮັດຢ່າງໃດກັບບຸກຄະລາກອນເຮົາ, ເຮົາໄປຕ່າງປະເທດ ກ້ອນຂີ້ຫີນກ້ອນດຽວເຂົາກໍຍັງມາຂຽນເປັນນະວະນິຍາຍແບບຍາວຢຽດ ແລະ ມີຄວາມຮູ້ຢູ່ໃນນັ້ນ ໄກ້ຂອງເຂົາກໍເລົ່າປະຫວັດສະຖານທີ່ຕ່າງໆຈົນພາກັນຕາຄ້າງ ເຊິ່ງຈະຕ່າງກັນຫຼາຍກັບປະເທດເຮົາ ປະເທດລາວສະຖານທີ່ທ່ອງທ່ຽວຕ່າງໆ ລ້ວນແຕ່ມີປະຫວັດຄວາມເປັນມາທີ່ຍາວນານ ແລະ ໜ້າສົນໃຈ ແຕ່ເຮົາກັບບໍ່ມີບຸກຄະລາກອນແບບປະເທດເຂົາ ບໍ່ສ້າງບຸກຄະລາກອນດ້ານນີ້ ເຮົາຕ້ອງສ້າງໃຫ້ເຂົາເຈົ້າ ໝັ່ນທ່ອງໝັ່ນເວົ້າໃຫ້ຄົນທີ່ມາທ່ອງທ່ຽວເຫັນແບບລົງເລິກ ຈັບໄມແລ້ວໃຫ້ເວົ້າໄດ້ແບບລ່ຽນໄຫຼບໍ່ຄ່ອງບໍ່ຄາ.

2.ຄວາມສະອາດຈົບງາມກໍສໍາຄັນຫຼາຍ ເຮົາໄປເບິ່ງບ່ອນທ່ຽວທ່ອງຂອງບ້ານເຂົາກັບບ້ານເຮົາແມ່ນຕ່າງກັນຫຼາຍ ສະຖານທີ່ທ່ອງທ່ຽວບ້ານເຮົາມີແຕ່ຈອກເບຍ, ແກ້ວເບຍ ຢູ່ໃນສະຖານທີ່ທ່ອງທ່ຽວ. ສະນັ້ນບ່ອນໃດຄວນຫ້າມດື່ມກໍຫ້າມ ແລະ ເຮັດບ່ອນກິນ-ດື່ມ ໃຫ້ແກ່ນັກທ່ອງທ່ຽວຕ່າງຫາກ. ບາງເທື່ອຢູ່ໃນນ້ຳກໍຖິ້ມແບບຊະຊາຍ ອາດຈະກໍ່ໃຫ້ເກີດອຸບັດຕິເຫດໄດ້ ອັນນີ້ເຮົາຕ້ອງໄດ້ເວົ້າຄືນເພື່ອຄວາມສະອາດ. ນອກຈາກນີ້ແລ້ວ ກໍຍັງຕ້ອງສົ່ງເສີມການຜະລິດເປັນສິນຄ້າຂອງທ້ອງຖິ່ນເປັນເອກະລັກ ຄືດັ່ງຜູ້ແທນເວົ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/