Vince McMahon ປະທານສະມາຄົມມວຍປໍ້າ WWE ປະກາດລາອອກຈາກຕຳແໜ່ງ ຫຼັງຖືກສອບສວນວ່າມີຄວາມສຳພັນທາງຊູ້ສາວ ແລ້ວໃຊ້ເງິນປິດປາກ


ກາຍເປັນຂ່າວໃຫຍ່ໃນວົງການມວຍປໍ້າ ເມື່ອ ວິນສ ແມັກມາຮອນ Vince McMahon ຫຼື ທີ່ເຮົາເອີ້ນກັນວ່າ ວິນສ ແມັກແມນ ປະທານໃຫຍ່ຂອງ WWE ສະມາຄົມມວຍປໍ້າອັນດັບ 1 ຂອງໂລກ ປະກາດລາອອກຈາກຕຳແໜ່ງຫຼັງຕົກເປັນຂ່າວທີ່ບໍ່ຄ່ອຍດີປານໃດ ວ່າລາວໃຊ້ເງິນເພື່ອປິດປາກຜູ້ຍິງຄົນໜຶ່ງທີ່ເຄີຍມີຄວາມສຳພັນແບບຊູ້ສາວນຳກັນ ທັ້ງທີຕົນເອງມີຄອບຄົວແລ້ວ.

ຫຼາຍສຳນັກຂ່າວຊື່ດັງ ລາຍງານວ່າກົງກັນວ່າກ່ອນໜ້ານີ້ ວິນສ ແມັກແມນ ຈ່າຍເງິນຈຳນວນ 3 ລ້ານໂດລາ ຫຼືປະມານ 4,494 ລ້ານກີບ ໃຫ້ກັບອະດີດພະນັກງານຄົນໜຶ່ງທີ່ລາວຈ້າງມາເປັນຜູ້ຊ່ວຍທະນາຍຕັ້ງແຕ່ປີ 2019 ແລະ ຖືກຕັ້ງຂໍ້ສັງເກດວ່າພະນັກງານຄົນດັ່ງກ່າວ ມີຄວາມສຳຄັນທີ່ເລິກເຊິ່ງ ກັບຫົວເຮືອໃຫຍ່ ຂອງ WWE.

ມີການເປີດເຜີຍວ່າ CEO ແຫ່ງ WWE ຄົນນີ້ໄດ້ຈ່າຍເງິນໃຫ້ອະດີດພະນັກງານຄົນດັ່ງກ່າວໄປເມື່ອຕົ້ນປີ 2022 ທີ່ຜ່ານມາ ເພື່ອປິດປາກບໍ່ໃຫ້ອີກຝ່າຍເອົາເລື່ອງນີ້ໄປເປີດເຜີຍຕໍ່ສາທາລະນະ ແລະ ທາງຄະນະບໍລິຫານຂອງ WWE ກໍໄດ້ດຳເນີນການສອບສວນນາຍໃຫຍ່ຄົນນີ້ໄປຕັ້ງແຕ່ເດືອນເມສາທີ່ຜ່ານມາ ຈົນໄດ້ພົບກັບຫຼັກຖານເປັນເອກະສານຫຼາຍສະບັບ ທີ່ບົ່ງບອກໄປວ່າເລື່ອງນີ້ມີມູນຄວາມຈິງ.

ຂ່າວທີ່ເກີດຂຶ້ນເຮັດໃຫ້ ວິນສ ແມັກແມນ ຕັດສິນໃຈລາອອກຈາກຕຳແໜ່ງນາຍໃຫຍ່ຂອງ WWE ເພື່ອລົງມາຕໍ່ສູ້ຄະດີຄວາມ ໂດຍລາວກ່າວວ່າ: ຂ້ອຍໃຫ້ຄຳໝັ້ນວ່າຈະໃຫ້ຄວາມຮ່ວມມືກັບການສອບສວນຂອງຄະນະກຳມະການເທື່ອນີ້ຢ່າງເຕັມທີ່.

ຢ່າງໃດກໍຕາມ ເຖິງແມ່ນວ່າ ວິນສ ແມັກແມນຈະກ້າວລົງຈາກຕຳແໜ່ງ CEO ແລ້ວ ແຕ່ທາງ WWE ຍັງຢືນຢັນວ່າ ວິນສ ແມັກແມນ ຈະຍັງຄົງເຮັດວຽກຢູ່ເບື້ອງຫຼັງຄືເກົ່າ ຍັງຄວບຄຸມການຖ່າຍລາຍການ RAW ແລະ Smackdown ປະຈຳອາທິດ ລວມເຖິງການແຂ່ງຂັນໃຫຍ່ໆຂອງແຕ່ລະເດືອນຕໍ່ໄປຄືເກົ່າ. ແຕ່ໃນຕອນນີ້ ສະເຕຟ່ານນີ ແມັກແມນ ລູກສາວຂອງລາວ ຈະເປັນຄົນຂຶ້ນມາຮັບຕຳແໜ່ງ CEO ຂອງ WWE ກ່ອນແບບຊົ່ວຄາວ.

ສຳລັບ ວິນສ ແມັກແມນ ທີ່ປີນີ້ ອາຍຸ 76 ປີ ແມ່ນໄດ້ຮັບການຍົກໃຫ້ເປັນບຸກຄົນທີ່ມີອິດທິພົນຫຼາຍແຫ່ງວົງການມວຍປໍ້າ ຫຼັງດຳລົງຕຳແໜ່ງຜູ້ບໍລິຫານ ສະມາຄົມມວຍປໍ້າ WWE ມາຕັ້ງແຕ່ ຍຸກ 80 ແລະ ເຮັດໃຫ້ ມວຍປໍ້າກາຍເປັນທີ່ນິຍົມ ແລະ ມີຊື່ສຽງໄປທົ່ວໂລກ ຈາກການຊີ້ນຳຂອງລາວ ບໍ່ວ່າຈະເປັນການກຳນົດທິດທາງຂອງລາຍການ ລວມໄປຮອດການກຳນົດບົດບາດຂອງນັກມວຍປໍ້າແຕ່ລະຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/