ໃນສະໄໝບູຮານ ມະນຸດທີ່ເຮັດວຽກໄດ້ຄ່າຈ້າງເປັນເກືອແທນເງິນ


ເກືອ ມີຄວາມສຳຄັນຫຼາຍຕໍ່ການປຸງແຕ່ງອາຫານໃນຊີວິດປະຈຳວັນຂອງຄົນເຮົາ ມັນສາມາດເຮັດໃຫ້ອາຫານມີຣົດຊາດແຊບຂຶ້ນ (ແຕ່ໃສ່ຫຼາຍກໍບໍ່ແຊບຄືກັນ), ເກືອຍັງມີຄວາມສຳຄັນ ແລະ ມີຄ່າ  ຕໍ່ການດຳລົງຊີວິດຂອງມະນຸດໃນປັດຈຸບັນ. ຖ້າເວົ້າເຖິງຄວາມເປັນມາກໍມີຫຼາຍຢ່າງທີ່ໜ້າສົນໃຈ ເກືອມີຄ່າຫຼາຍກວ່າທີ່ທຸກຄົນຄິດ ເພາະສະໄໝກ່ອນຄົນຈະໃຊ້ເກືອເປັນຄ່າຈ້າງແຮງງານ ມີຄ່າເທົ່າກັບເງິນເລີຍກໍວ່າໄດ້, ເປັນທັງເຄື່ອງປຸງແຕ່ງອາຫານ, ເປັນຄ່າຈ້າງແຮງງານສະໄໝບູຮານ, ເປັນອຸປະກອນໄສຍະສາດ ໂດຍການໂຮຍໃສ່ພື້ນໃຫ້ປູກພືດບໍ່ຂຶ້ນ, ເປັນສິນຄ້າກະຕຸ້ນເສດຖະກິດ ແລະ ຕົ້ນເຫດສົງຄາມລະຫວ່າງເມືອງແລະພາສີ ພ້ອມຍັງເປັນຈຸດເລີ່ມຕົ້ນການປະຕິວັດອິດສະຫຼະພາບອິນເດຍ.

ຢ້ອນກັບໄປສະໄໝໂຣມັນຈົນໄປຮອດຍຸກກາງ ເກືອຄືສິນຄ້າອັນມີຄ່າທີ່ສຸດໃນລະດັບທີ່ຖືກຂະໜານນາມວ່າເປັນ “ທອງຄຳຂາວ” ເພາະຄົນສະໄໝນັ້ນ ຕ້ອງໃຊ້ເກືອເປັນວັດຖຸດິບຫຼັກໃນການຖະໜອມອາຫານ ໂດຍສະເພາະກັບຊີ້ນ ແລະ ປາ, ຢ່າລືມໄປວ່າສະໄໝນັ້ນບໍ່ມີເທັກໂນໂລຢີຢ່າງເຊັ່ນ “ຕູ້ເຢັນ”. ຕັ້ງແຕ່ສະໄໝກ່ອນຈົນຮອດສະໄໝປັດຈຸບັນ ເກືອເປັນເຄື່ອງປຸງແຕ່ງອາຫານທີ່ຄົນເຮົາຂາດບໍ່ໄດ້ ເພາະມັນມີຄຸນຄ່າປຸງແຕ່ງຣົດຊາດຂອງອາຫານໃຫ້ແຊບ.

ສະໄໝໂຣມັນບູຮານ ຜູ້ຄົນໃຊ້ເກືອແລກປ່ຽນ ແລະ ຊື້ຂາຍສິນຄ້າ ເຊິ່ງໃນຍຸກນັ້ນມີຄຳວ່າ “salarium” ປາກົດຢູ່ ເຖິງຈະບໍ່ມີຫຼັກຖານທີ່ຊັດເຈນ ແຕ່ມີການສັນນິຖານກັນວ່າຄຳນີ້ໝາຍເຖິງສິ່ງທີ່ຈັດສັນ ຫຼື ມອບໝາຍໃຫ້ແກ່ກອງທັບທະຫານໂຣມັນ ເພື່ອນຳໄປແລກເປັນເກືອ (ບາງແຫຼ່ງກໍກ່າວວ່າ ໃຫ້ຄ່າແຮງແກ່ທະຫານຮົບເປັນເກືອ). ນອກຈາກນີ້ ກໍມີການສັນນິຖານວ່າ ຄຳວ່າ “Soldier” ຫຼື ທະຫານ ກໍມີຮາກຄຳສັບມາຈາກພາສາລະຕິນ “Sal dare” ໝາຍເຖິງໃຫ້ເປັນເກືອ (To give salt).

ເຖິງຢ່າງໃດກໍຕາມ ຫຼັງຈາກປີ ຄ.ສ 1066 ພາສາອັງກິດໄດ້ລວມຄຳຫຼາຍຄຳທີ່ມາຈາກພາສາລະຕິນ ເຊັ່ນຄຳວ່າ “salarium” ທີ່ມີຮາກຖານຄໍາສັບມາຈາກຄໍາວ່າ “sal” ຫຼື ແປວ່າ “ເກືອ” ໃນສະໄໝກຣີກບູຮານ ຈົນໃນທີ່ສຸດກໍພັດທະນາກາຍມາເປັນ “salary” ເຊິ່ງໝາຍເຖິງເງິນເດືອນໃນປັດຈຸບັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/