ເກີດເຫດກະເປົາຜູ້ໂດຍສານວາງກະຈາຍເຕັມໃນສະໜາມບິນ Heathrow ສາເຫດມາຈາກເກີດຂໍ້ຜິດພາດທາງເທັກນິກ


ໃນວັນທີ 17 ມິຖຸນາ ສຳນັກຂ່າວ Sky News ໄດ້ເຜີຍແຜ່ຮູບພາບທີ່ໜ້າຕົກໃຈ ໂດຍແມ່ນພາບຂອງກະເປົາຂອງຜູ້ໂດຍສານຈາກ ສະໜາມບິນ Heathrow ໃນອັງກິດ ໄດ້ວາງກະຈາຍຊະຊາຍຕາມພື້ນຂອງສະໜາມບິນເປັນຈຳນວນຫຼວງຫຼາຍາວໄກຈົນສຸດສາຍ ເຊິ່ງສາເຫດຂອງເຫດການຄັ້ງນີ້ ແມ່ນເນື່ອງມາຈາກລະບົບສຳພາລະມີບັນຫາ ແລະ ເກີດການຂັດຂ້ອງທາງເທັກນິກ.

ໂດຍເລື່ອງລາວນີ້ຖືກເປີດເຜີຍໂດຍ Deborah Haynes ບັນນາທິການຂອງສຳນັກຂ່າວ Sky News ທີ່ໄດ້ໄປເຫັນຄວາມວຸ້ນວາຍສັບສົນທີ່ໄດ້ເກີດຂຶ້ນ ຂະນະທີ່ລາວກໍາລັງອອກຈາກອາຄານຜູ້ໂດຍສານ 2 ຂອງສະໜາມບິນ.

“ກະເປົາເດີນທາງທີ່ບໍ່ມີເຈົ້າຂອງຈຳນວນຫຼາຍ ລວມກັນຢູ່ຕາມສາຍພານລຳລຽງສຳພາລະແບບຕ່າງໆ ຂ້ອຍສົງໃສວ່າເຈົ້າຂອງກະເປົາຢູ່ໃສ ແຕ່ເມື່ອກ້າວອອກໄປຂ້າງນອກ ຂ້ອຍກໍເຫັນກະເປົາອີກຈຳນວນຫຼາຍວາງເຕັມພື້ນຖະໜົນ ປານກັບພົມກະເປົາເດີນທາງຂະໜາດໃຫຍ່ ເຊິ່ງຂ້ອຍບໍ່ເຄີຍເຫັນຫຍັງແບບນີ້ມາກ່ອນເລີຍ”  Deborah ໄດ້ກ່າວ.

ທາງດ້ານ Dominic Waghorn  ບັນນາທິການອີກຄົນຂອງ Sky News ເຊິ່ງໄດ້ຢູ່ທີ່ອາຄານຜູ້ໂດຍສານດຽວກັນໄດ້ກ່າວວ່າ “ ຜູ້ໂດຍສານໄດ້ຮັບແຈ້ງວ່າ ອາດຈະບໍ່ໄດ້ກະເປົາເດີນທາງເປັນເວລາ 2 ມື້”.

ເຫດການນີ້ແມ່ນໄດ້ເກີດຂຶ້ນຫຼັງຈາກອາທິດແຫ່ງການເດີນທາງທີ່ແສນຈະສັບສົນວຸ້ນວາຍ ໂດຍໃນສະໜາມບິນຫຼາຍແຫ່ງໃນອັງກິດແລະທົ່ວຢູໂຣບ ຕ້ອງພະຍາຍາມຮັບມືໃນໄລຍະລະດູຮ້ອນທີ່ມີນັກທ່ອງທ່ຽວຈາກທົ່ວໂລກມາຢ້ຽມຢາມຫຼາຍທີ່ສຸດ ແຕ່ວ່າກັບປະສົບບັນຫາການຂາດແຄນແຮງງານ ເຊິ່ງເບິ່ງຄືວ່າສາຍການບິນຈະປະສົບບັນຫາການຮັບພະນັກງານເຊັ່ນດຽວກັນ ເຊິ່ງນັ້ນເຮັດໃຫ້ຕ້ອງມີການຍົກເລີກຖ້ຽວບິນໄປຫຼາຍຮ້ອຍຖ້ຽວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/