ອົງກອນເກັບຂີ້ເຫຍື້ອໃນທະເລ

ຂີ້ເຫຍື້ອທີ່ຕົກຄ້າງ ແລະ ກະຈາຍຕາມມະຫາສະໝຸດຫຼືທະເທທົ່ວທຸກມຸມໂລກ ຖືໄດ້ວ່າເປັນບັນຫາໜຶ່ງທີ່ໃຫຍ່ຫຼວງຕໍ່ລະບົບນິເວດຂອງສິ່ງທີ່ມີຊີວິດ ແລະ ມັນຍັງສ້າງຜົນກະທົບຕ່າງໆ ຕໍ່ສິ່ງແວດລ້ອມອີກດ້ວຍ ເຮັດໃຫ້ໃນໄລຍະຫຼາຍປີທີ່ຜ່ານມາ ມະນຸດເຮົາໄດ້ຫັນມາເອົາໃຈໃສ່ກ່ຽວກັບບັນຫານີ້ຫຼາຍຂຶ້ນ ໂດຍສະເພາະແມ່ນການກໍ່ຕັ້ງໜ່ວຍງານຫຼືອົງກອນຕ່າງໆ ເພື່ອເກັບກວາດບັນດາຂີ້ເຫຍື້ອເຫຼົ່ານີ້ໃຫ້ໝົດໄປຈາກມະຫາສະໝຸດ.

ອົງກອນເກັບຂີ້ເຫຍື້ອໃນທະເລ

The Ocean Cleanup ກໍເປັນໜຶ່ງໃນອົງກອນທີ່ເກັບກວາດຂີ້ເຫຍື້ອໃນມະຫາສະໝຸດ ແລະແມ່ນໍ້າມາໂດຍຕະຫຼອດ ເຊິ່ງອົງກອນດັ່ງກ່າວຖືກກໍ່ຕັ້ງຂຶ້ນໃນປີ 2013 ໂດຍ Boyan Slat ນັກປະດິດຊາວດັດຊ໌ (Dutch) (ໃນຂະນະນັ້ນລາວມີອາຍຸ 18 ປີເທົ່ານັ້ນ) ທີ່ໄດ້ເຫັນບັນຫາຂອງຂີ້ເຫຍື້ອໃນທະເລ ແລະ ມະຫາສະໝຸດ ພ້ອມກັບມີແນວຄິດຢາກກໍາຈັດມັນອອກໄປ. ຕໍ່ມາລາວໄດ້ເລີ່ມໃຊ້ເທັກໂນໂລຢີເກັບກວາດຂີ້ເຫຍື້ອ ແລະ ສ້າງເຮືອເກັບຂີ້ເຫຍື້ອໃນມະຫາສະໝຸດແລະແຫຼ່ງນ້ຳ ໂດຍອົງກອນຂອງລາວຕັ້ງເປົ້າໝາຍວ່າຈະກໍາຈັດຂີ້ເຫຍື້ອພລາສຕິກກວ່າ 90% ທີ່ລອຍຢູ່ໃນທະເລໃຫ້ໄດ້ພາຍໃນປີ 2040.

ອົງກອນເກັບຂີ້ເຫຍື້ອໃນທະເລ

ຫຼ້າສຸດນີ້ເອງ The Ocean Cleanup ກໍເຜີຍເຖິງຄວາມສຳເລັດໂດຍສາມາດເກັບກວາດຂີ້ເຫຍື້ອໃນແພຂີ້ເຫຍື້ອຂະໜາດໃຫຍ່ຂອງມະຫາສະໝຸດປາຊີຟິກໄດ້ແລ້ວກວ່າ 100,000 ກິໂລກຣາມ ໃນພື້ນທີ່ມະຫາສະໝຸດກວ່າ 3,000 ຕາລາງກິໂລແມັດ ແລະ ຜ່ານການສະກັດເຖິງ 45 ຄັ້ງ. ທັງນີ້ ການເກັບກວາດດັ່ງກ່າວແມ່ນມີຂຶ້ນຕັ້ງແຕ່ທ້າຍປີ 2021 ແລະທາງໂຄງການໄດ້ນໍາໃຊ້ເທັກໂນໂລຢີລະບົບເກັບກວາດຂີ້ເຫຍື້ອທີ່ມີຊື່ວ່າ System 002 ໃນການເຮັດພາລະກິດນີ້.

ອົງກອນເກັບຂີ້ເຫຍື້ອໃນທະເລ

ສໍາລັບແພຂີ້ເຫຍື້ອໃຫຍ່ປາຊີຟິກ (Great Pacific Garbage Patch) ແມ່ນ 1 ໃນ 5 ຂອງແພຂີ້ເຫຍື້ອຂະໜາດໃຫຍ່ທີ່ສຸດໃນໂລກ ເຊິ່ງມັນເປັນແພທີ່ເປັນການລວມຕົວກັນຂອງຂີ້ເຫຍື້ອພລາສຕິກຈໍານວນຫຼາຍ ລອຍຕົວຢູ່ພາຍໃນວົງມົນໃຫຍ່ຂອງທະຫາສະໝຸດປາຊີຟິກເໜືອ (North Pacific Gyre) ກິນພື້ນທີ່ຫຼາຍກວ່າ 610,000 ຕາລາງໄມລ໌ ລະຫວ່າງລັດແຄລິຟໍເນຍແລະຮາວາຍ. ຈາກການສຶກສາໃນປີ 2018 ພົບວ່າແພນີ້ມີຂີ້ເຫຍື້ອພລາສຕິກຫຼາຍກວ່າ 79,000,000 ກິໂລກຣາມ ເຊິ່ງປະກອບໄປດ້ວຍຂີ້ເຫຍື້ອຫຼາຍຊະນິດ ລວມມີຕາໜ່າງ, ຕຸກນ້ຳ, ຖົງພລາສຕິກ, ໄມໂຄຣພລາສຕິກ ແລະ ອື່ນໆ.

ອົງກອນເກັບຂີ້ເຫຍື້ອໃນທະເລ

ນອກຈາກນີ້ Boyan Slat ຍັງກ່າວວ່າດີໃຈທີ່ເຫັນ The Ocean Cleanup ສາມາດບັນລຸເປົ້າໝາຍທີ່ສໍາຄັນນີ້ໄດ້ ພ້ອມບອກວ່າລະບົບເກັບກວາດຂີ້ເຫຍື້ອ System 002 ຍັງເປັນລະບົບທົດລອງເທົ່ານັ້ນ ແຕ່ວ່າມັນໄດ້ຮັບກາຢືນຢັນແລ້ວຈາກຜົນງານດັ່ງກ່າວວ່າສາມາດໃຊ້ງານຢ່າງມີປະສິດທິພາບໄດ້ແທ້ ແລະພ້ອມທີ່ຈະນຳໃຊ້ລະບົບເກັບກວາດຂີ້ເຫຍື້ອໃຫ້ເປັນແບບໃໝ່ທີ່ມີຊື່ວ່າ System 003 ເຊິ່ງຄາດວ່າມັນຈະມີຄວາມສາມາດແລະປະສິດທິພາບໃນການກໍາຈັດຂີ້ເຫຍື້ອສູງກວ່າ System 002 ເຖິງ 10 ເທົ່າ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ