ປະເທດໄທ

ເມື່ອເວລາ 1:25 ຂອງມື້ນີ້ (5 ສິງຫາ 2022) ສູນວິທະຍຸໜ່ວຍກູ້ໄພສະຫວ່າງໂຣຈະນະທໍາມະສະຖານ ໄດ້ຮັບການແຈ້ງເຫດວ່າ ເກີດເຫດການໄຟໄໝ້ສະຖານບັນເທີງທີ່ມີຊື່ວ່າ ເມົາເທ່ນ ບີ (Mountain B) ເຊິ່ງເປັນຜັບເປີດໃໝ່ ທີ່ຕັ້ງຢູ່ ຮ່ອມສັດຕະຫີບ 99 ເມືອງສັດຕະຫີບ ແຂວງຊົນບູລີ ປະເທດໄທ.

ປະເທດໄທ

ເຊິ່ງໃນເບື້ອງຕົ້ນພະຍານຜູ້ເຫັນເຫດການດັ່ງກ່າວບອກວ່າ ກ່ອນເກີດເຫດໄດ້ຍິນສຽງລະເບີດໃກ້ໆ ບູ໊ດຂອງດີເຈເປີດເພງ ຈາກນັ້ນກໍມີໄຟລຸກຂຶ້ນມາເຮັດໃຫ້ນັກທ່ອງທ່ຽວຢູ່ໃນຜັບແຫ່ງນັ້ນແຕກຕື່ນໜີຕາຍກັນອອກມາຈາກອາຄານດັ່ງກ່າວ ເຊິ່ງເປັນອາຄານຊັ້ນດຽວ ແລະ ມີທາງອອກພຽງທາງດຽວຄືທາງໜ້າຂອງຕົວຜັບ.

ປະເທດໄທ

ເມື່ອເຈົ້າໜ້າທີ່ມາຮອດຈຸດເກີດເຫດກໍໄດ້ໃຊ້ລົດນ້ຳຈາກຫຼາຍແຫ່ງລະດົມເຂົ້າສີດໃສ່ຕົວອາຄານທີ່ກໍາລັງມີໄຟລຸກໄໝ້ຢູ່ ເຊິ່ງການຄວບຄຸມໄຟກໍເປັນໄປຢ່າງລໍາບາກ ເພາະທາງໃນຜັບດັ່ງກ່າວເປັນຫ້ອງແອ ແລະ ມີໂຟມກັ້ນສຽງ ເຊິ່ງເປັນເຊື້ອໄຟຢ່າງດີໃຫ້ໄຟລຸກລາມຕື່ມ ແລະເຈົ້າໜ້າທີ່ຕ້ອງພາກັນສີດນ້ຳເປັນເວລາ 2 ຊົ່ວໂມງຈຶ່ງຈະສາມາດຄວບຄຸມໄຟໄດ້.

ປະເທດໄທ

ຫຼັງຈາກຄວບຄຸມໄຟໄດ້ ເຈົ້າໜ້າທີ່ກໍໄດ້ເຂົ້າໄປກວດສອບພາຍໃນຕົວຜັບ ແລ້ວພົບຜູ້ເສຍຊີວິດຈໍານວນຫຼາຍນອນລວມກັນ ທັງໃນບໍລິເວນທາງເຂົ້າຮ້ານແລະພາຍໃນຫ້ອງນ້ຳ ເຊິ່ງສາເຫດການເສຍຊີວິດແມ່ນຍ້ອນຖືກໄຟເຜົາໝົດຕົວ ສ່ວນຜູ້ບາດເຈັບແມ່ນໄດ້ຖືກນຳຕົວສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ.

ປະເທດໄທ

ລາຍງານເບື້ອງຕົ້ນລະບຸວ່າມີຜູ້ໄດ້ຮັບບາດເຈັບ 41 ຄົນ ແລະ ຜູ້ເສຍຊີວິດ 13 ຄົນເປັນຍິງ 4 ຄົນ ແລະ ຊາຍ 9 ຄົນ.

ເຊິ່ງໃນຂະນະນີ້ເຈົ້າໜ້າທີ່ກໍາລັງສືບສວນຫາຕົ້ນຕໍຂອງເຫດການໄຟໄໝ້ໃນຄັ້ງນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ