Starbucks ເລັງເປິດສາຂາໃນລາວເລີ່ມສາຂາທຳອິດທີ່ນະຄອນຫຼວງວຽງຈັນໃນຊ່ວງລະດູຮ້ອນປີໜ້າ.


ຜູ້ຖືສິດ Franchise Starbucks ປະກາດພ້ອມເປີດສາຂາທີ່ ສ.ປ.ປ ລາວ ຫຼັງບໍລິຫານງານມາແລ້ວຫຼາຍປະເທດ.
ວັນທີ 2 ພະຈິກ 2020 ສຳນັກຂ່າວ (AP) ລາຍງານວ່າ ບໍລິສັດ Maxim’s Caterers ຈຳກັດ (Maxim’s Caterers Limited) ຂອງຮ່ອງກົງ ຜູ້ບໍລິຫານທຸລະກິດຮ້ານກາເຟສະຕາບັກ (Starbucks) ໃນຕະຫຼາດສຳຄັນຫຼາຍແຫ່ງທົ່ວອາຊີເປີດເຜີຍວ່າກຳລັງຈະເປີດສາຂາທຳອິດໃນປະເທດລາວພາຍໃນລະດູຮ້ອນຂອງປີ 2021 ໂດຍສາຂາທຳອິດຈະເປີດຢູ່ທີ່ນະຄອນຫຼວງວຽງຈັນ, ບໍລິຫານໂດຍ ບໍລິສັດ Coffee Concept (ລາວ) ຈຳກັດ ເຊິ່ງເປັນສ່ວນໜຶ່ງຂອງ Maxim’s Caterers ໂດຍຈະເລືອກເມນູອາຫານ ແລະ ເຄື່ອງດື່ມທີ່ເໝາະສົມກັບຄົນລາວ ແລະ ນັກທ່ອງທ່ຽວ.

Michael Wu ປະທານ ແລະ ກຳມະການບໍລິຫານຂອງ Maxim’s Caterers ເວົ້າວ່າ “ເຮົາມີຄວາມຍິນດີທີ່ຈະເປີດໂຕແບຣນ Starbucks ໃນລາວ ຖືເປັນການຕໍ່ຍອດຄວາມສຳພັນທີ່ມີມາ 20 ປີກັບ Starbucks ເພື່ອທີ່ຈະຂະຫຍາຍອຸດສາຫະກຳທາງດ້ານກາເຟອອກໄປທົ່ວອາຊີ”. ປະເທດລາວນັບວ່າເປັນປະເທດທີ່ມີການປູກກາເຟເພື່ອສົ່ງອອກ ໂດຍປີນີ້ຕັ້ງເປົ້າໝາຍວ່າຈະສົ່ງອອກມູນຄ່າ 5 ລ້ານຫຼຽນສະຫະລັດອາເມຣິກາ.

Maxim’s Caterers ແລະ ບໍລິສັດ F&N Retail Connection Co., Ltd. ຍັງເປັນຜູ້ຖືສິດຈາກ Starbucks ໃຫ້ບໍລິຫານ Franchise ໃນປະເທດໄທພາຍໃຕ້ ບໍລິສັດ Coffee Concept ປະເທດໄທ ເຊິ່ງເປັນກິດຈະການຮ່ວມຄ້າ (Joint Venture) ຂອງທັງສອງບໍລິສັດ.

ທີ່ມາ: https://m.facebook.com/story.php?story_fbid=1452486128453994&id=153951094974177