ເຈົ້າຈະຈື່ຊື່ຂ້ອຍບໍ່ ຫາກເຮົາພົບກັນຢູ່ເທິງສະຫວັນ ?


ບົດເພງອຳມະຕະ ຕະຫຼອດການຈາກຄວາມໂສກເສົ້າປານຕາຍທັງເປັນ ຂອງຜູ້ເປັນພໍ່
Eric Clapton ມັກຈະຖືກຈັດອັນດັບຢູ່ໃນມືກີຕ້າທີ່ຍິ່ງໃຫຍ່ ແລະສຸດຍອດຕະຫຼອດການໃນລໍາດັບຕົ້ນໆຢູ່ສະເໝີໃນດ້ານການເປັນມືກີຕ້າທີ່ມີຝີໄມ້ລາຍມື ແລະການເຮັດເພງທີ່ປະສົບຄວາມສຳເລັດຫຼາຍເປັນອັນດັບຕົ້ນຂອງໂລກ.

“Clapton ຄືພະເຈົ້າ” ຄືວະລີອັນໂດ່ງດັງທີ່ແຟນເພງອັງກິດໃນຍຸກ 1960s ມັກເວົ້າເຖິງລາວເປັນປະຈຳ ເພງສ່ວນໃຫຍ່ຂອງ Eric ນັ້ນມາຈາກການລະບາຍຄວາມຮູ້ສຶກໃນຊີວິດຈິງຂອງລາວລົງບົດເພງ ລາວເຄີຍໃຫ້ສຳພາດໃນໄວໜຸ່ມວ່າ “ຫຼາຍຄົນອາດລະບາຍອອກດ້ວຍການເຕະບານແຕ່ຂ້ອຍລະບາຍດ້ວຍການຫຼີ້ນກີຕ້າຢ່າງດຸເດືອດ”

ໃນປີ ຄ.ສ 1992 Eric ຊະນະລາງວັນ Grammy ເຖິງ 6 ລາງວັນ ແລະຈາກ 3 ລາງວັນນັ້ນມາຈາກເພງທີ່ມີຊື່ວ່າ “Tears in Heaven” ເພງທີ່ລາວຂຽນໃຫ້ກັບ Conor ລູກຊາຍສຸດທີ່ຮັກຜູ້ຈາກໂລກນີ້ໄປແລ້ວ.

ປີ ຄ.ສ 1986 Laurie Del Santo ແລະ Eric ໄດ້ໃຫ້ກຳເນີດລູກຊາຍທີ່ຊື່ວ່າ Conor ຫຼັງຈາກທີ່ທັ້ງຄູ່ຮູ້ຈັກກັນເປັນເວລານຶ່ງປີ Conor ເປັນເດັກນ້ອຍທີ່ໜ້າຮັກສົດໃສ, Conor ແລະ Eric ມັກເຕະບານນຳກັນຢູ່ສະເໝີ ທັ້ງສອງຄົນຜູກພັນ ແລະຮັກກັນຫຼາຍ.

Eric ທີ່ເຄີຍເສບຢາ ແລະດື່ມເຫຼົ້່າເປັນປະຈຳແຕ່ມາເທື່ອນີ້ລາວຍອມຢຸດທຸກສິ່ງທຸກຢ່າງເພື່ອ Conor ເຖິງແມ່ນວ່າຄວາມຮັກລະຫວ່າງພໍ່ ແລະ ລູກຈະຫຼາຍພຽງໃດແຕ່ຄວາມສຳພັນຂອງ Eric ແລະ Laurie ກໍບໍ່ໄດ້ດີຂຶ້ນເລີຍ. ທັງສອງເລີ່ມມີທັດສະນະຄະຕິທີ່ຕ່າງກັນ ໂດຍສະເພາະເລື່ອງອະນາຄົດຂອງຄອບຄົວ, Laurie ຕ້ອງການມີລູກເພີ່ມອີກນຶ່ງຄົນແຕ່ Eric ບໍ່ໄດ້ຄຶດແບບນັ້ນ ລາວຕ້ອງການມີເວລາໃນການເຮັດເພງ ແລະບໍ່ຄຶດຢາກມີລູກເພີ່ມອີກຄົນເລີຍ.

ການຜິດຖຽງກັນເລື່ອງເລັກໆນ້ອຍໆຈົນເຖິງຂັ້ນຈຸດແຕກຫັກ ເຮັດໃຫ້ທັງຄູ່ຕັດສິນໃຈແຍກທາງກັນຊົ່ວຄາວ, ແລະນັ້ນເຮັດໃຫ້ການພົບໜ້າກັນຂອງສອງພໍ່ລູກໜ້ອຍລົງໄປນຳ. ແຕ່ເຖິງຈະແຍກທາງກັນ Eric ກໍພະຍາຍາມມາຫາ Conor ທີ່ນິວຍອກຕະຫຼອດ, ພວກເຂົາມັກໄປປິກນິກ ແລະຍ່າງຫຼີ້ນທີ່ Central Park ຢູ່ສະເໝີ. ມື້ນຶ່ງໃນປີ ຄ.ສ 1990 ສິ່ງທີ່ບໍ່ມີໃຜຄາດຄິດກໍໄດ້ເກິດຂຶ້ນ Conor ໃນອາຍຸ 4 ປີທີີ່ກຳລັງລໍຖ້າພໍ່ຂອງລາວມາຮັບທີ່ apartment ຢູ່ນັ້ນ ໄດ້ຫລິ້ນໝາກລີ້ກັບເອື້ອຍລ້ຽງ ແລ້ວຄວາມໂຊກຮ້າຍກໍເກີດຂຶ້ນເມື່ອຊ່າງສ້ອມແປງ Apartment ໄດ້ລືມລັອກປະຕູລະບຽງຫ້ອງຫຼັງຈາກສ້ອມແປງພາຍນອກຮຽບຮ້ອຍແລ້ວ ເຖິງແມ່ນວ່າເອື້ອຍລ້ຽງ ແລະ Laurie ຈະເນັ້ນຍ້ຳຊ່າງໄປແລ້ວກໍຕາມ. Conor ໄດ້ແລ່ນອອກໄປລີ້ຢູ່ລະບຽງໃນຂະນະທີ່ເອື້ອຍລ້ຽງຂອງລາວກຳລັງຫຼັບຕາຢູ່ ດ້ວຍຄວາມທີ່ຮົ້ວລະບຽງຕໍ່າຫຼາຍ Conor ຈຶ່ງຫຼົງພັດຕົກລົງໄປໃນຄວາມສູງທີ່ຕຶກ 53 ຊັ້ນ ລາວຕົກລົງມາແລ້ວເສຍຊີວິດທັນທີ.

Laurie ທີ່ຢູ່ອີກຫ້ອງນຶ່ງໄດ້ຍິນສຽງຮ້ອງໂຫຍຫວນທີ່ບໍ່ແມ່ນສຽງໂຫຍຫວນຂອງ Conor ລາວກໍຮີບແລ່ນມາເບິ່ງ ມັນຄືສຽງຂອງເອື້ອຍລ້ຽງ.

“Conor ຢູ່ໃສ?” ລາວຖາມເອື້ອຍລ້ຽງ.

ທັນໃດນັ້ນ ລາວເຫັນປະຕູລະບຽງເປີດກວ້າງອອກມາ Laurie ເຂົ່າອ່ອນລົງທັນທີ ໂລກຂອງລາວພັງທະລາຍລົງໃນນາທີນັ້ນ.

Laurie ໂທຫາ Eric ທັງຮ້ອງໄຫ້ ແລະເວົ້າຕະຫຼອດເວລາວ່າ “ລາວຕາຍແລ້ວ ລາວຕາຍແລ້ວ ລາວຕາຍແລ້ວ”. Eric ບໍ່ຢາກເຊື່ອໂຕເອງ ລາວຄິດວ່າມັນເປັນພຽງຄວາມຝັນ ຂາຂອງລາວສັ່ນ ແລະບໍ່ມີເຫື່ອແຮງ, ຜູ້ຄົນທີ່ຢູ່ຂ້າງ Eric ເວົ້າວ່າໃບໜ້າຂອງລາວຈືດ ແລະໄຮ້ວິນຍານໃນທັນທີທີ່ໄດ້ຮັບຂ່າວ. ງານສົບຂອງ Conor ຈັດຂຶ້ນທີ່ໂບດໃນເມືອງ Surrey ປະເທດອັງກິດ, ມີແຂກຄົນດັງເຂົ້າຮ່ວມງານຢ່າງຫຼາກຫຼາຍບໍ່ວ່າຈະເປັນ Phil Collins ຫຼື George Harrison ແຫ່ງວົງ The Beatles.

 Eric ເກັບເອົາເຄື່ອງຂອງລູກຊາຍໄວ້ທັງໝົດ ນຶ່ງໃນນັ້ນກໍມີເຈ້ຍໃບນຶ່ງທີ່ Conor ຂຽນຫາພໍ່ຂອງລາວເອົາໄວ້ວ່າ “ຂ້ອຍຢາກໃຫ້ພໍ່ມາຫາ ແລະພາໄປທ່ຽວຕະຫຼອດ” ນັ້ນຍິ່ງເຮັດໃຫ້ Eric ຮູ້ສຶກຜິດກັບໂຕເອງຫຼາຍຂຶ້ນ.

“ຕະຫຼອດເວລາທີ່ຜ່ານມາ ບໍ່ມີມື້ໃດທີ່ຂ້ອຍຈະບໍ່ຮ້ອງໄຫ້ຫາລູກຊາຍ ຂ້ອຍສູດມົນໃຫ້ກັບລາວທຸກມື້ ເຖິງແມ່ນວ່າທຸກຄົນຈະພະຍາຍາມໃຫ້ກຳລັງໃຈຫຼາຍເທົ່າໃດແຕ່ມັນກໍບໍ່ໄດ້ຊ່ວຍໃຫ້ຂ້ອຍລືມໄດ້ເລີຍ” (Eric ກ່າວ).

ຄວາມໂສກເສົ້າຈຽນຕາຍອັດແໜ້ນຢູ່ພາຍໃນຈິດໃຈຂອງ Eric ມາໂດຍຕະຫຼອດ ແລະລາວໄດ້ປົດປ່ອຍມັນອອກມາໃນບົດເພງທີ່ມີຊື່ວ່າ “Tears in Heaven”.

Eric ຫວັງຢູ່ສະເໝີວ່າເມື່ອລາວໄດ້ຈາກໂລກນີ້ໄປແລ້ວ ລາວ ແລະ ລູກຈະໄດ້ພົບກັນອີກຄັ້ງ.

ເຮົາຈະເປັນຄືເກົ່າຢູ່ແມ່ນບໍ່? ຖ້າເຮົາໄດ້ພົບກັນຢູ່ເທິງສະຫວັນອີກຄັ້ງ.

ທ່ານສາມາດຟັງເພງ Tears in Heaven ໄດ້ທີ່: https://www.youtube.com/watch?v=JxPj3GAYYZ0

ທີ່ມາ: https://m.facebook.com/story.php?story_fbid=722476655049044&id=257925951504119