Alibaba ໝັ້ນໃຈ “ເທສະການຄົນໂສດ 11.11” ດຶງສິນຄ້າແບຣນເນມຕ່າງປະເທດ ດັນຍອດສັ່ງຊື້ຂຶ້ນສູງ


ເທສະການ 11.11 ຫຼືທີ່ເອີ້ນວ່າ “ເທສະການຄົນໂສດ” ຫຼື “Singles Day” ຖືວ່າເປັນມະຫະກຳການຊັອບປິງຊື້ເຄື່ອງທີ່ສ້າງປາກົດການ Campaign ການຕະຫຼາດທີ່ເປັນເລກຄູ່ມາຫຼາຍຄັ້ງ ແລະທຸກຄັ້ງກໍສາມາດສ້າງເງິນທຳລາຍສະຖິຕິຍອດຂາຍ ທະລຸບອດເກົ່າໃນທຸກໆຄັ້ງ ແຕ່ປີນີ້ເປັນທີ່ໜ້າຈັບຕາວ່າ ສິນຄ້າຕ່າງປະເທດຈະນຳເຂົ້າປະເທດຫຼາຍກວ່າທຸກປີ ເພາະວ່າຄົນຈິີນບໍ່ສາມາດເດີນທາງໄປຕ່າງປະເທດໄດ້ ເນື່ອງຈາກໂຄວິດ-19, ເຊິ່ງເປັນໄປໄດ້ວ່າຈະເຮັດໃຫ້ເກີດການສັ່ງຊື້ສິນຄ້ານຳເຂົ້າເພີ່ມຫຼາຍຂຶ້ນ ເປັນຄຳຢືນຢັນຈາກຜູ້ບໍລິຫານອາວຸໂສຈາກ Alibaba.

“ນັກຊື້ຊາວຈີນ ເຊິ່ງປົກກະຕິມັກຈະຊື້ສິນຄ້າແບຣນເນມຕ່າງປະເທດໃນຊ່ວງເທສະການວັນພັກ ໂດຍການບິນໄປຊື້ ແຕ່ຄັ້ງນີ້ຈຳເປັນຕ້ອງປ່ຽນຮູບແບບເປັນການຊື້ອອນລາຍແທນ” ເປັນຄຳຄາດການຈາກປາກຂອງ Alvin Liu ປະທານ TMALL Import & Export ກ່າວ.

ທັງນີ້ Tmall ຄືຮູບແບບການຊື້ເຄື່ອງອອນລາຍຫຼັກຂອງ Alibaba ເຊິ່ງຊາວຈີນສ່ວນໃຫຍ່ນິຍົມທີ່ຈະຊື້ສິນຄ້ານຳເຂົ້າຈາກທີ່ນີ້ ເຊິ່ງວັນທີ 11 ເດືອນພະຈິກນີ້ ຖືວ່າເປັນມະຫະກຳເທສະການສິນຄ້າຄັ້ງໃຫຍ່ທີ່ຈະຖືກຈັດເປັນປະຈຳທຸກປີ ແລະເຮັດລາຍໄດ້ເປັນຫຼັກພັນໆລ້ານ ເທິງ Tmall ແຫ່ງນີ້.

“ຂ້ອຍຄິດວ່າ ສິນຄ້ານຳເຂົ້າໃນປີນີ້ຈະມີຍອດການສັ່ງຊື້ມະຫາສານໃນວັນຄົນໂສດ ເພາະວ່າມັນບໍ່ມີການເດີນທາງໄປຕ່າງປະເທດ ດັ່ງນັ້ນ ຄົນຈີນຢູ່ແຜ່ນດິນໃຫຍ່ທີ່ເດີນທາງບໍ່ໄດ້ ແຕ່ກໍຍັງຢາກຊື້ສິນຄ້າແບຣນເນມຄຸນນະພາບສູງຢູ່ດີ, ສະນັ້ນຂ້ອຍຄິດວ່າໃນເທສະການວັນຄົນໂສດ ຈະເປັນຊ່ວງເວລາທີ່ດີທີ່ສຸດທີ່ພວກເຂົາ ຈະໄດ້ຊື້ສິນຄ້າແບຣນເນມຈຳນວນຫຼາຍ” Liu ກ່າວ.

ເທສະການຄົນໂສດ ຫຼື ແຄມເປນ 11.11 ເປັນເທສະການທີ່ບໍລິສັດຍັກໃຫຍ່ດ້ານ e-commerce ບໍ່ວ່າຈະເປັນ Alibaba ໄປຈົນເຖິງ JD.com ຈະຫຼຸດລາຄາຄັ້ງໃຫຍ່ເປັນເວລາ 24 ຊົ່ວໂມງ ເຊິ່ງເຄີຍເຮັດສະຖິຕິເມື່ອປີທີ່ແລ້ວໃຫ້ Alibaba ໄດ້ສູງເຖິງ 268.4 ພັນລ້ານຫຍວນ ຫຼືເກືອບ 40 ພັນລ້ານໂດລາສະຫະລັດ.

ສຳລັບປີນີ້ ທາງ Alibaba ເອງກໍພະຍາຍາມ ທີ່ຈະເພີ່ມຈຳນວນສິນຄ້າແບຣນເນມເຂົ້າມາເພີ່ມຫຼາຍຂຶ້ນ ໂດຍ Tmall ກຽມນຳເຂົ້າແບຣນເນມຫຼາຍກວ່າ 2600 ແບຣນ ເດີນທາງຂ້າມນ້ຳຂ້າມທະເລມາຍັງແຜ່ນດິນໃຫຍ່ມັງກອນ ເພື່ອເອົາໃຈນັກຊື້ຊາວຈີນ.

ແນວໃດກໍຕາມ ເຖິງວ່າຈະແຫນ້ນປະລິມານສິນຄ້າແບຣນແນມນຳເຂົ້າມາຈຳນວນຫຼາຍ ແຕ່ອາດຈະບໍ່ເປັນທີ່ຕ້ອງການຂອງຜູ້ບໍລິໂພກຊາວຈີນ. ທັງນີ້ ຜົນການສຳຫຼວດຈາກ AlixPartners ລະບຸວ່າ 66% ຂອງຜູ້ບໍລິໂພກຊາວຈີນ ຢາກທີ່ຈະຊື້ສິນຄ້າແບຣນພາຍໃນປະເທດແທນສິນຄ້ານຳເຂົ້າຈາກຕ່າງປະເທດຫຼາຍກວ່າ ໂດຍເຫດຜົນສ່ວນໃຫຍ່ມາຈາກຄວາມ “ຊາດນິຍົມ” ເຊິ່ງເຮັດໃຫ້ຕັດສິນໃຈຊື້ສິນຄ້າແບຣນໃນປະເທດແທນ.

ຈາກຄວາມຕຶງຄຽດ ລະຫວ່າງຈີນ ແລະ ປະເທດອື່ນໆເຊັ່ນ: ສະຫະລັດອາເມຣິກາ, ອົດສະຕາລີ ທີ່ເພີ່ມລະດັບທະວີຄວາມເຂັ້ມຂຸ້ນຫຼາຍຂຶ້ນ ອາດຈະສົ່ງຜົນກະທົບຕໍ່ຍອດການສັ່ງຊື້ສິນຄ້າແບຣນເນມໄດ້.

ທັງນີ້ ຜົນການສຳຫຼວດສະແດງໃຫ້ເຫັນວ່າ 57% ຂອງຜູ້ບໍລິໂພກຊາວຈີນ ໃຊ້ເງິນຊື້ສິນຄ້າຈາກອາເມຣິກາໜ້ອຍລົງຫຼາຍໃນປີນີ້ ແຕ່ Liu ເມີນຂໍ້ມູນເຫຼົ່ານີ້ ຄ້າຍກັບເບິ່ງວ່າມັນບໍ່ໜ້າຈະເປັນໄປໄດ້ ເຂົາຢືນຢັນວ່ານັກຊື້ຊາວຈີນ ຍັງຕ້ອງການສິນຄ້າຄຸນນະພາບສູງ ຈາກຕ່າງປະເທດຢູ່ຢ່າງແນ່ນອນ.

“ຂ້ອຍວ່າມັນຈະບໍ່ມີການປ່ຽນແປງຫຍັງ ເຮົາກໍຍັງຈະເຫັນຜູ້ບໍລິໂພກຊາວຈີນຍັງຄົງມັກທີ່ຈະຊື້ສິນຄ້າຈາກຕ່າງປະເທດຢູ່ດີ ແລະ ສິນຄ້າຈາກສະຫະລັດອາເມຣິກາ ຍັງຈະເປັນໜຶ່ງໃນທາງເລືອກທີ່ລູກຄ້າຄົນຈີນເລືອກຊື້ ແລະເຮົາກໍຈະເຫັນປະລິມານຄວາມຕ້ອງການທີ່ສູງຂຶ້ນ ເຊິ່ງປະເພດສິນຄ້າທີ່ຊື້ສ່ວນໃຫຍ່ທີ່ຈະຊື້ນັ້ນເປັນ ສິນຄ້າປະເພດຮັກສາສຸຂະພາບ, ອາຫານ, ອາຫານເສີມ ແລະ ສິນຄ້າເສີມຄວາມງາມ” Liu ກ່າວ ແລະ ຍັງກ່າວຕໍ່ອີກວ່າ “ແນວໃດກໍຕາມ ຍັງມີສິນຄ້າຫມ່ໆ ແບຣນໃຫມ່ໆຈາກແຜ່ນດິນຈີນໃຫ້ເລືອກຊື້ໃ Tmall ອີກດ້ວຍ.

ທີ່ມາ: https://www.marketingoops.com/news/biz-news/alibaba-11-11/