ກິນບຸບເຟ ແນວໃດໃຫ້ຄຸ້ມ?


ໃນຮອບນຶ່ງເດືອນຂອງຫຼາຍໆຄົນ ການໄປກິນອາຫານແບບຈັດເຕັມທີ່ຮ້ານບຸບເຟຈັກເທື່ອນຶ່ງ ອາດເປັນສິ່ງທີ່ຫຼາຍຄົນລໍຖ້າ ແຕ່ຫຼາຍຄັ້ງທີີ່ໄປ ເຮົາເອງກໍອົດບໍ່ໄດ້ທີ່ຈະຄິດວ່າ ກິນແນວໃດໃຫ້ມັນຄຸ້ມ? ແລ້ວຮ້ານເດ ຈະຄຸ້ມກັບລູກຄ້າແບບເຮົາບໍ່?

ຮ້ານອາຫານປະເພດບຸບເຟ ຫຼື All You Can Eat ນັ້ນບໍ່ແມ່ນເລື່ອງໃໝ່ ຫຼາຍຄົນກໍອາດຈະໄດ້ລິ້ມລອງຮ້ານອາຫານປະເພດນີ້ຫຼາຍຮ້ານມາກ່ອນ ເຊິ່ງຕອນຍັງນ້ອຍຮູ້ສຶກວ່າອາຫານທີ່ກິນໄດ້ບໍ່ຈຳກັດນັ້ນສຸດຍອດສຸດໆ ຫຼາຍຄົນອາດຈະມັກຄວາມຮູ້ສຶກທີ່ຈະກິນຫຍັງຫຼາຍເທົ່າໃດກໍໄດ້ ແຕ່ກໍລັກງົງໃນໃຈວ່າ ຮ້ານຈະຄຸ້ມ ແລະບໍ່ຫຼຸດທຶນໄດ້ແນວໃດ? ຈົນເມື່ອເຂົ້າໃຈວ່າ ເສດຖະສາດຂອງບຸບເຟຈະຄຸ້ມຫຼືບໍ່ນັ້ນ ເປັນເລື່ອງຂອງການຮັບຮູ້ຂອງແຕ່ລະຄົນ ເຖິງແມ່ນວ່າຄົນສ່ວນໃຫຍ່ຈະຮັບຮູ້ວ່າໂຕເອງກິນໄດ້ຄຸ້ມກັບເງິນທີ່ຈ່າຍໄປ ສ່ວນສິ່ງທີ່ຮ້ານອາຫານຮັບຮູ້ຄືກຳໄລທີ່ໄດ້ຈາກສ່ວນຕ່າງໆຂອງເງິນທີ່ໄດ້ຮັບຈາກລູກຄ້າທັງໝົດ ກັບຕົ້ນທຶນອາຫານທີ່ຈ່າຍໄປແຕ່ລະມື້ ເຊິ່ງສ່ວນໃຫຍ່ແລ້ວຈະກຳໄລຫຼາຍກວ່າຂາດທຶນ, ເພາະໃນຄວາມເປັນຈິງແລ້ວ ລູກຄ້າທີ່ກິນຈັດເຕັມຈົນມູນຄ່າອາຫານທີ່ກິນຫຼາຍກວ່າມູນຄ່າເງິນທີ່ຈ່າຍໄປນັ້ນມີບໍ່ຫຼາຍ ແລະສ່ວນໃຫຍ່ມາກັບລູກຄ້າທີ່ກິິນໜ້ອຍກວ່າເຊັ່ນ ພັນລະຍາ, ແມ່ ຫຼື ລູກ. ຮ້ານອາຫານແບບບຸບເຟ ຈຶ່ງມີແນວໂນ້ມທີ່ຈະເຮັດໂຕເປັນຮ້ານອາຫານຄອບຄົວ ເຊິ່ງຈະນຳມາສູ່ຄວາມຄຸ້ມຄ່າທາງເສດຖະສາດໃນພາບລວມ ແລະຍິ່ງລູກຄ້າຫຼາຍຂຶ້ນ ກໍຈະສົ່ງຜົນໃຫ້ເກີດ Economies of Scale ທີ່ຈະເຮັດໃຫ້ຕົ້ນທຶນຕ່າງໆລົດລົງ ແລະ ຂະຫຍາຍໂຕເລກກຳໄລໃຫ້ເພີ່ມຂຶ້ນຕາມ.

ສຳລັບລູກຄ້າ ຖ້າເຮົາເບິ່ງໃນແງ່ກິນໃຫ້ຄຸ້ມທາງເສດຖະສາດ ຍ່ອມໝາຍເຖິງກິນໃຫ້ຫຼາຍກວ່າເງິນທີ່ຈ່າຍໄປ ເຊິ່ງຫຼາຍຄັ້ງໝາຍເຖິງການກິນເກີນຂີດຈຳກັດຄວາມອິ່ມຂອງຕົນເອງ. ງານວິໄຈພົບວ່າ ການເລືອກທີ່ຈະກິນຢູ່ຮ້ານອາຫານປະເພດບຸບເຟເລື້ອຍໆ ຈະມີຄວາມກ່ຽວຂ້ອງກັບໂຣກອ້ວນ ເຊິ່ງໂຣກອ້ວນນັ້ນນຳມາພ້ອມກັບຄວາມສ່ຽງຕໍ່ໂຣກເບົາຫວານ, ຫຼອດເລືອດຫົວໃຈ, ມະເຮັງລຳໄສ້ໃຫຍ່, ມະເຮັງເຕົ້ານົມ, ມະເຮັງມົດລູກ ແລະອື່ນໆອີກຫລາຍໂຣກ. ນັ້ນສະແດງໃຫ້ເຫັນວ່າການກິນບຸບເຟນັ້ນ ນອກຈາກການເສຍເງິນແລ້ວ ຍັງມີການເສຍສຸຂະພາບເປັນຕົ້ນທຶນແຝງທີ່ເຮົາລືມນຳມາຄຳນິຶງເຖິງອີກດ້ວຍ.

ຜູ້ຊ່ຽວຊານດ້ານສຸຂະພາບຈຶ່ງຢາກສະເໜີອີກທາງນຶ່ງໃນການວັດຄວາມຄຸ້ມຈາກການກິນບຸບເຟ ຄືການປ່ຽນມາປະເມີນຄວາມຄຸ້ມໃນມຸມຂອງຄວາມສຸກ ເລີ່ມຕົ້ນຈາກສຸຂະພາບຄືກິນໃຫ້ຮ່າງກາຍບໍ່ລຳບາກຫຼາຍ, ກະດຸມເສື້ອບໍ່ອອກ, ຕົວເລກເຄື່ອງຊັ່ງນ້ຳໜັກບໍ່ຂຶ້ນຫຼາຍ ໂດຍເຕັກນິກງ່າຍໆຂໍ້ນຶ່ງທີ່ສາມາດເຮັດໄດ້ຄື ຮອບທຳອິດໃຫ້ເລີ່ມຈາກອາຫານທີ່ດີຕໍ່ສຸຂະພາບກ່ອນ.

ຈາກການວິໄຈພົບວ່າ ຄົນທີ່ເລີ່ມຈານທຳອິດຂອງບຸບເຟດ້ວຍອາຫານທີ່ດີຕໍ່ສຸຂະພາບ ມີແນວໂນ້ມຈະກິນໜ້ອຍກວ່າຄົນທີ່ເລີ່ມຈານທຳອິດດ້ວຍອາຫານຊວນອ້ວນ ຍົກຕົວຢ່າງໃຫ້ເຫັນພາບງ່າຍໆ ຄັ້ງໜ້າທີ່ໄປກິນຊາບູບຸບເຟ ຮອບທຳອິດໃຫ້ຫັກຫ້າມໃຈ ເລີ່ມຈາກປາສົດ ແລະ ຊຸດເຫັດຜັກລວມມິດກ່ອນ ແລ້ວຄ່ອຍຕໍ່ໄປຫາຊີ້ນໝູ, ຊີ້ນງົວໃນຮອບຖັດໄປ ຈະຊ່ວຍໃຫ້ພາບຮວມໃນຄາບນັ້ນຂອງທ່ານດີຕໍ່ສຸຂະພາບຂຶ້ນ. ແລະອີກເຕັກນິກນຶ່ງທີ່ສຳຄັນແຕ່ຄົນມັກເບິ່ງຂ້າມຄື ເຄື່ອງດື່ມ ເພາະບຸບເຟມັກມາພ້ອມເຄື່ອງດື່ມລົດຫວານເຊັ່ນນ້ຳອັດລົມ, ການປ່ຽນເປັນນ້ຳດື່ມທຳມະດາ ເຖິງວ່າຈະຈ່າຍເພີ່ມເລັກໜ້ອຍ ກໍຈະຊ່ວຍລົດລະດັບນ້ຳຕານສ່ວນເກີນໃນຄາບອາຫານນັ້ນໄດ້ຫຼາຍ.

ອີກນຶ່ງຄວາມຄຸ້ມທີ່ຄວນນຳມາປະເມີນການກິນບຸບເຟຄື ຄວາມສຸກໃຈ ເຊິ່ງຈະເພີ່ມຄວາມຄຸ້ມໄດ້ເມື່ອເຮົາປ່ຽນຈຸດທີ່ເຮົາໃສ່ໃຈ ຫຼືຈຸດໂຟກັດຈາກອາຫານມາເປັນເພື່ອນຮ່ວມໂຕະອາຫານ ເພາະບົດສົນທະນາດີໆເທິງໂຕະອາຫານສົ່ງຜົນໃຫ້ເຮົາກິນຊ້າລົງ ອິ່ມງ່າຍຂຶ້ນ ແລະ ຊ່ວຍໃຫ້ເອນດໍຟິນ ກັບ ເຊໂຣໂທນິນຫຼັງອອກມາໃຫ້ຮູ້ສຶກດີໄດ້.

ທ້າຍສຸດແລ້ວ ຄວາມສຸກໃຈຫຼັງຈົບຄາບອາຫານຈະເກີດຂຶ້ນເມື່ອເຮົາສາມາດກິນຈົນອິ່ມພໍດີ, ບໍ່ອິ່ມເກີນໄປ, ບໍ່ຜິດແຜນທີ່ຕັ້ງໄວ້ ແລະບໍ່ເສຍຕົ້ນທຶນທາງສຸຂະພາບຈົນເກີນຄວນ. ເຊິ່ງຄວາມສຸກກາຍສຸກໃຈຈາກການກິນບຸບເຟແບບສາຍກາງນີ້ ເປັນຄວາມຄຸ້ມຄ່າກັບຄວາມແຊບ ທີ່ຍືນຍົງກວ່າຄວາມຄຸ້ມຄ່າທາງການເງິນ.

ທີ່ມາ: https://thestandard.co/all-you-can-eat-buffet/