ຄັ້ງທຳອິດໃນປະຫວັດສາດນິວຊີແລນທີ່ຊາວເມົາຣີ ເປັນລັດຖະມົນຕີກະຊວງການຕ່າງປະເທດ


ລັດຖະບານໃໝ່ພາຍໃຕ້ການນຳພາຂອງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີຍິງອາຍຸ 40 ປີ ທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີສະໄໝທີ 2 ກາຍເປັນໜຶ່ງໃນລັດຖະບານທີ່ີມີລັດຖະມົນຕີຫຼາກຫຼາຍທີ່ສຸດປະເທດໜຶ່ງໃນໂລກ. ຄະນະລັດຖະມົນຕີ 20 ຄົນນີ້ມີທັງຮອງນາຍົກລັດຖະມົນຕີທີ່ປະກາດວ່າຕົນເອງເປັນເພດທາງເລືອກ ແລະ ນາຍົກລັດຖະມົນຕີຕ່າງປະເທດທີ່ມີຮອຍສັກຂອງຊາວເມົາຣີຢູ່ເທິງໃບໜ້າ. ເມື່ອວັນທີ 2 ພະຈິກ ອາເດິນກ່າວດ້ວຍຄວາມພູມໃຈວ່າ “ເປັນຄວາມຫຼາກຫຼາຍຢ່າງບໍ່ໜ້າເຊື່ອ”.

4 ປີກ່ອນ ນານາຍາ ມາຮູທາ ເປັນສະມາຊິກສະພາຜູ່ແທນລາຊະດອນຂອງນິວຊີແລນໃນປີ 2016 ຄົນທຳອິດທີ່ມີຮອຍສັກເທິງໃບໜ້າຕາມວັດທະນະທຳຂອງຊາວເມົາຣີ. ມາຮູທາ ເປັນຍາດພີ່ນ້ອງກັບຣາຊີນີຄົນກ່ອນຂອງຊາວເມົາຣີ ແລະ ຣາຊະວົງເມົາຣີໃນປັດຈຸບັນ.

ຮອຍສັກເທິງໃບໜ້າ ແລະ ຄາງ (moko) ເປັນສັນຍາລັກທີ່ບົ່ງບອກເຖິງປະຫວັດສາດ ແລະ ສະຖານະທາງສັງຄົມບັນພະບູລຸດຂອງຊາວເມົາຣີ. ມາຮູທາ ສັກເທິງໃບໜ້າເມື່ອປີ 2016 ໂດຍບໍ່ຄິດຈະສ້າງປະຫວັດສາດໃດໆໃນລັດຖະສະພາ, ລັດຖະມົນຕີກະຊວງການຕ່າງປະເທດກໍເປັນຄົນເມົາຣີເຊັ່ນກັນ ແຕ່ຄັ້ງນີ້ພັກຂອງລາວບໍ່ແມ່ນພັກຮ່ວມລັດຖະບານ. ມາຮູທາ ວ່າທີ່ລັດຖະມົນຕີກະຊວງການຕ່າງປະເທດຍິງຊາວເມົາຣີຂອງນິວຊີແລນໃຫ້ສຳພາດກັບສະຖານີວິທະຍຸວ່າ ຕົນເອງມີສິດພິເສດໃນການນຳສົນທະນາໃນຕ່າງປະເທດ.

ຣູກູໄວ ທີເພເນ ອັນເນ ນັກຂ່າວການເມືອງຂອງສະຖານີໂທລະທັດຊາວເມົາຣີ ເຊິ່ງມີຮອຍສັກຂອງຊາວເມົາຣີເທິງໃບໜ້າເຊັ່ນກັນກ່າວວ່າ ການແຕ່ງຕັ້ງມາຮູທາເປັນເລື່ອງສຳຄັນຫຼາຍ ໃບໜ້າທຳອິດທີ່ຜູ່ຄົນໃນລະດັບນານາຊາດເຫັນແມ່ນຄົນທີ່ມີຮູບຮ່າງໜ້າຕາ ຄຳເວົ້າທີ່ຄືືກັບຊາວເມົາຣີ ໃບໜ້າຂອງນິວຊີແລນແມ່ນຊົນພື້ນເມືອງດັ້ງເດີມ.

ອາເດິນ ກ່າວເຖິງແກຣນ ໂຣເບີດສັນ ຮອງນາຍົກລັດຖະມົນຕີອາຍຸ 49 ປີ ເຊິ່ງເປັນລັດຖະມົນຕີຄົນທຳອິດທີ່ເປີດເຜີຍວ່າຕົນເອງເປັນເພດທາງເລືອກ,​ ອາເດິນແຕ່ງຕັ້ງໂຣເບີດສັນຈາກຄວາມສາມາດໃນການເປັນຜູ່ນຳ ບໍ່ແມ່ນຍ້ອນເຫດຜົນທີ່ລາວບອກວ່າຕົນເປັນຫຍັງ ໂຣເບີດສັນເປັນຫົວໜ້າຝ່າຍກົນລະຍຸດທາງດ້ານການຫາສຽງເລືອກຕັ້ງຂອງອາເດິນ.

ເຖິງແມ່ນວ່າອາເດິນຈະພູມໃຈກັບຄວາມຫຼາກຫຼາຍຂອງຄະນະລັດຖະມົນຕີຊຸດນີ້ 20 ຄົນ ເຊິ່ງເປັນຜູ່ຍິງເຖິງ 8 ຄົນ, ຊາວເມົາຣີ 5 ຄົນ, LGBT (ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ) 3 ຄົນ ແຕ່ອາເດິນກໍຢືນຢັນວ່າ ລາວເລືອກຈາກຄວາມສາມາດ “ໜຶ່ງໃນສິ່ງທີ່ໜ້າເຫຼືອເຊື່ອຂອງນິວຊີແລນກໍຄື ເຮົາມັກຈະຢູ່ໃນພື້ນທີ່ເຊິ່ງຄຳຖາມທີ່ກ່ຽວກັບຄວາມຫຼາກຫຼາຍມາເປັນອັນດັບທີ 2 ເລື່ອງນີ້ບໍ່ແມ່ນສິ່ງທຳອິດໃນການເອົາມາພິຈາລະນາ” ຄະນະລັດຖະມົນຕີຈະເຂົ້າພິທີປະຕິຍານຕົນເພື່ອຮັບຕຳແໜ່ງໃນວັນທີ 6 ພະຈິກ 2020 ນີ້.

ນອກຈາກລັດຖະບານແລ້ວ ລັດຖະສະພານິວຊີແລນກໍມີຄວາມຫຼາກຫຼາຍທີ່ສຸດປະເທດໜຶ່ງໃນໂລກເຊັ່ນກັນ. ສະມາຊິກລັດຖະສະພາຫຼາຍກວ່າເຄິ່ງເປັນຜູ່ຍິງ ເຊິ່ງຄິດເປັນສ່ວນຮ້ອຍຫຼາຍກວ່າຄ່າສະເລ່ຍຂອງໂລກ 25%, ມີຜູ່ທີ່ເປີດເຜີຍວ່າຕົນເອງເປັນເພດທາງເລືອກ ປະມານ 10% ສູງກວ່າສະຫະຣາຊະອານາຈັກ(UK) ທີ່ມີພຽງ 7%.

ທີ່ມາ: https://themomentum.co/new-zealand-cabinet-maori-foreign-minister/