4 ພະຈິກ 2020 ບໍ່ແມ່ນພຽງແຕ່ວາລະແຫ່ງຊາດ ແຕ່ມັນຄືວາລະແຫ່ງໂລກ


4 ພະຈິກ 2020 ມັນບໍ່ແມ່ນພຽງແຕ່ວາລະແຫ່ງຊາດ ແຕ່ມັນຄືວາລະແຫ່ງໂລກ. ການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ 2020 ຖືເປັນບາດກ້າວສຳຄັນທາງການເມືອງທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງຜູ່ທີ່ຕິດຕາມຈະລຸ້ນຜົນການເລືອກຕັ້ງຢ່າງສຸດໃຈ ບໍ່ພຽງແຕ່ໃນສະຫະລັດອາເມຣິກາ ແຕ່ໝາຍເຖິງຜູ່ຄົນໃນທົ່ວໂລກ.

ສື່ທົ່ວໂລກຕ່າງກໍໃຫ້ຄວາມສົນໃຈ ພ້ອມກັບລາຍງານຜົນການເລືອກຕັ້ງສະຫະລັດອາເມຣິກາແບບ Real Time ທັງທີ່ຢູ່ຄົນລະຊີກໂລກ ເຊັ່ນດຽວກັບປະເທດລາວ ແລະ ບັນດາປະເທດອາຊຽນ ທີ່ໃຫ້ຄວາມສົນໃຈບໍ່ຕ່າງກັນ ແຕ່ສ່ວນໃຫຍ່ຈະເປັນສື່ອອນລາຍຫຼາຍກວ່າທີ່ໃຫ້ຄວາມສົນໃຈຢ່າງຈິງຈັງ ເພາະເປັນສື່ທີ່ມີຄວາມວ່ອງໄວເປັນທີ່ຕັ້ງຢູ່ແລ້ວ.

ບໍ່ວ່າຜົນການເລືອກຕັ້ງຈະອອກມາແນວໃດ ມັນຍ່ອມມີຜົນກະທົບຕໍ່ທົ່ວໂລກ. ຕາມນະໂຍບາຍຂອງຜູ່ນຳສະຫະລັດອາເມຣິກາ ໂດຍສະເພາະນະໂຍບາຍດ້ານການຄ້າ ແລະ ການຕ່າງປະເທດ ທີ່ກ່ຽວພັນໄປກັບທຸກປະເທດ ບໍ່ວ່າຈະນ້ອຍ ຫຼືໃຫຍ່ກໍຕາມ ເພາະຄຳວ່າມະຫາອຳນາດອັນດັບ 1 ຂອງໂລກມັນຍ່ອມມີອິດທິພົນຕໍ່ລັດຖະບານໃນປະເທດຕ່າງໆທີ່ຈະກຳນົດທ່າທີຕໍ່ການຕອບສະໜອງຜົນກະທົບທີ່ຈະຕາມມາໃນປະເທດຂອງໂຕເອງ ຮວມທັງປະຊາຊົນໃນປະເທດອີກດ້ວຍ, ເຊິ່ງແນ່ນອນວ່າມັນຄືຊີວິດຂອງຄົນໃນໂລກເກືອບທຸກຄົນ ທີ່ຈະໄດ້ຮັບຜົນກະທົບນີ້ ບໍ່ວ່າຈະທາງກົງຫຼືທາງອ້ອມກໍຕາມ.

ດັ່ງນັ້ນ ການເບິ່ງວ່າການເລືອກຕັ້ງສະຫະລັດອາເມຣິກາບໍ່ກ່ຽວຫຍັງກັບເຮົາອາດຈະບໍ່ແມ່ນສ່ິງທີ່ຖືກຕ້ອງຮ້ອຍເປີເຊັນ ເພາະມັນກ່ຽວກັບເຮົາແນ່ນອນ ເຮົາຈະໄດ້ເຫັນຈາກພາວະທາງເສດຖະກິດ, ສັງຄົມ ຫຼື ການເມືອງທີ່ເກີດຂຶ້ນທົ່ວໂລກເວລານີ້ລ້ວນມາຈາກຄວາມເຄື່ອນໄຫວຂອງບັນດາປະເທດມະຫາອຳນາດທັງໝົດ ທີ່ກະທົບເຖິງຕົວເຮົາ ອາຊີບເຮົາ ຫຼື ອະນາຄົດຂອງເຮົາ.

ບາງຄັ້ງ ຫຼາຍຄົນກໍມີການພະຍາຍາມສະແດງຄວາມເຫັນວ່າ ສົນໃຈເຮັດຫຍັງເລື່ອງຕ່າງປະເທດ ເອົາເລື່ອງຕົນເອງໃຫ້ໄດ້ກ່ອນ, ນັ້ນສະແດງວ່າພວກເຂົາເຫລົ່ານັ້ນບໍ່ຮູ້ໂຕເລີຍວ່າຕົນເອງກຳລັງຢູ່ໃນໂລກດຽວກັນທີ່ມັນມີລະບົບກ່ຽວເນື່ອງກັນຢູ່. ຖ້າການປ່ຽນແປງໃດໆທີ່ເກີດຂຶ້ນຈາກພາຍນອກເຂົ້າມາກະທົບພາຍໃນປະເທດ ຄົນກຸ່ມນີ້ຈະເປັນກຸ່ມທຳອິດ ທີ່ຈະປັບໂຕຮັບການປ່ຽນແປງໄດ້ຍາກ ແລະອາດຈະຫຼົ່ນຈາກຂະບວນລົດຈົນຖືກຖິ້ມໄວ້ຂ້າງຫຼັງໃນທີ່ສຸດ.

ດັ່ງນັ້ນ ການໃຫ້ຄວາມສົນໃຈເລື່ອງລາວຕ່າງປະເທດບໍ່ແມ່ນເລື່ອງໄກໂຕ ບໍ່ແມ່ນເລື່ອງໄຮ່້ສາລະ ຫຼື ຮົກສະໝອງ ແຕ່ມັນຄືການເປີດໂລກະທັດຂອງໂຕເຮົາເອງ ເພື່ອພ້ອມຮັບມືກັບສິ່ງທີ່ຈະເກີດຂຶ້ນ ຖ້າມື້ໃດມື້ໜຶ່ງມັນມາຮອດເຮົາ.

ທີ່ມາ: https://www.facebook.com/reporterjourney/photos/a.187089878130012/1591474981024821