ເຊັນເຊີ LiDAR ໃນ iPhone 12 Pro ສາມາດໃຊ້ວັດແທກລວງສູງຂອງຄົນໄດ້.


iPhone 12 series ຕ່າງມາກັບ Feature ເດັດໆຫຼາຍຢ່າງ ເຊິ່ງໃນຮຸ່ນ Pro ແລະ ProMax ກໍມາພ້ອມກັບເຊັນເຊີຈັບຄວາມເລິກ LiDAR ທີ່ຊ່ວຍໃຫ້ການຖ່າຍຮູບ Portrait ອອກມານຽນ ແລະ ເປັນທຳມະຊາດກວ່າການໃຊ້ກ້ອງຈັບຄວາມເລິກທົ່ວໄປ ແຕ່ຫຼາຍໄປກວ່ານັ້ນ LiDAR ຍັງເຮັດໃຫ້ການໃຊ້ງານຄູ່ກັບເຕັກໂນໂລຊີ AR ມີຄວາມຊັດເຈນຍິ່ງຂື້ນ ໂດຍໜື່ງໃນນັ້ນຄື Feature ທີ່ສາມາດໃຊ້ກ້ອງຂອງ iPhone 12 Pro ແລະ ProMax ໃນການວັດຄວາມສູງໄດ້ຢ່າງຖືກຕ້ອງ.

ໃນຊ່ວງ 2-3 ປີທີ່ຜ່ານມານີ້ເຮົາກໍໄດ້ເຫັນ Feature ຕ່າງໆທີ່ໃຊ້ງານຮ່ວມກັບເຕັກໂນໂລຊີ AR ( Augmented reality ) ໃນມືຖື iPhone ຫຼາກຫຼາຍ ເຊັ່ນ: App Measure ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດວັດໄລຍະສິ່ງຂອງຕ່າງໆເຊັ່ນ: ໂຕະ, ຕູ້ ແລະ ອື່ນໆ ໄດ້ຢ່າງຖືກຕ້ອງດ້ວຍການໃຊ້ກ້ອງຫຼັງ + ເຊັນເຊີ LiDAR ນັ້ນເອງ ໂດຍ Smart Phone ຮຸ່ນຫຼ້າສຸດທັ້ງ iPhone 12 Pro ແລະ Pro Max ທີ່ມາພ້ອມກັບເຊັນເຊີ LiDAR ໄດ້ຖືກເພີ່ມຄວາມສາມາດໃຫ້ວັດຄວາມສູງຂອງຄົນໄດ້ແລ້ວ.

ອາດຈະຟັງແລ້ວເປັນ Feature ທີ່ບໍ່ໄດ້ມີຄວາມພິເສດຫຍັງເລີຍ ແຕ່ຖືວ່າເປັນ Feature ໜື່ງທີ່ມີຄວາມເທ້ຫຼາຍເພາະຕົວ Feature ນີ້ຈະຖືກເພິ່ມເຂົ້າມາໃຫ້ໃນ App Measure ໂດຍກົງເລີຍ ແຖມວິທີການໃຊ້ກໍງ່າຍໆພຽງເປິດ App ແລ້ວເລັງໄປທີ່ຕົວບຸກຄົນທີ່ຕ້ອງການວັດຄວາມສູງກໍສາມາດວັດໄດ້ທັ້ງຄວາມສູງຕັ້ງແຕ່ໄປຈົນຮອດຫົວໄດ້ທັນທີ ( ຄວາມສູງຈະໄປຢຸດຢູ່ທີ່ດ້ານເທິງສຸດຂອງຫົວຄືຖ້າໃສ່ໝວກ ຫຼື ຜົມຕັ້ງມັນກໍຈະວັດໄປຈົນສຸດປາຍຜົມເລີຍ) ຈາກນັ້ນຈະກົດປຸ່ມຊັດເຕີ້ເພື່ອຖ່າຍຮູບເກັບເອົາໄວ້ກໍເຮັດໄດ້ເລີຍ.

ຕາມທີ່ບອກໄປແລ້ວວ່າ Feature ດັ່ງກ່າວຈະໃຊ້ງານຮ່ວມກັບເຊັນເຊີ້ LiDAR ເພາະສະນັ້ນອຸປະກອນທີ່ຮອງຮັບການໃຊ້ງານ Feature ນີ້ຈະມີສະເພາະ iPhone 12 Pro, iPhone 12 ProMax ແລະ iPad Pro 2020 ເທົ່ານັ້ນ.

ທີ່ມາ: https://droidsans.com/iphone-12-pro-pro-max-lidar-sensor-measure-height/