ເຜີຍ 5 ເຄັດລັບການກິນ ເພື່ອຫຸ່ນຟິດແບບເທບ Thor ຂອງ Chris Hemsworth


ຍາກທີ່ຈະປະຕິເສດວ່າ ວິວັດທະນາການຫຸ່ນຂອງ ຄຣິສ ເຮມເວີດ ໜ້າປະທັບໃຈສະເໝີເມື່ອເຖິງຕອນທີ່ປາກົດຕົວໃນຮູບເງົາເລື່ອງໃໝ່ ເພາະນັກສະແດງຄົນນີ້ມັກມາພ້ອມຮູບຮ່າງສຸດຟິດທີ່ປັບໄປຕາມບົດບາດທີ່ໄດ້ຮັບ ແລະບໍ່ວ່າຈະຢູ່ໃນຈໍ ຫຼື ນອກຈໍ ຄຣິສຍັງຄົງຮັກສາຮູບຮ່າງໄວ້ໄດ້ຢ່າງດີເລີດ, ເພາະລາວບໍ່ໄດ້ຟິດຫຸ່ນສະເພາະຊ່ວງທີ່ຕ້ອງກຽມໂຕເຂົ້າກ້ອງຄືນັກສະແດງຄົນອື່ນໆ ແຕ່ເປັນເປັນຜົນພວງຈາກການອອກກຳລັງກາຍ ແລະ ການເລືອກກິນອາຫານທີ່ເຮັດຢ່າງສະໝ່ຳສະເໝີ.

ຫຼ້າສຸດ ຜູ້ຊ່ຽວຊານດ້ານອາຫານທີ່ເບິ່ງແຍງດູແລຄຣິສ ມາດົນກວ່າ 6 ປີ ແລະ ໜຶ່ງໃນທີມຂອງແອັບອອກກຳລັງກາຍ Centr ຢ່າງເຊຣິໂກ ເພເຣຣາ ໄດ້ເຜີຍເມນູອາຫານ ແລະເຕັກນິກການກິນຂອງນັກສະແດງອາຍຸ 36 ປີຜູ່ນີ້ ທີ່ບໍ່ໄດ່້ເນັ້ນໄປທີ່ອາຫານເພື່ອສຸຂະພາບເທົ່ານັ້ນ ແຕ່ຍັງອາຫານເປັນຄາບຍ່ອຍໆ ລວມເຖິງຍັງໃຫ້ຄວາມສຳຄັນກັບຣົດຊາດຂອງອາຫານທີ່ຕ້ອງແຊບຣົດຊາດດີ ແລະເຫຼົ່ານີ້ຄື 5 ເຄັດ(ບໍ່)ລັບສຳລັບຄົນທີ່ຢາກມີຫຸ່ນຄື ຄຣິສ ເຮມເວີດ ຫຼືຖ້າບໍ່ໄດ້ ຢ່າງນ້ອຍໃກ້ຄຽງກໍຍັງດີ.

  1. ເລີ່ມຕົ້ນວັນດ້ວຍຜັກຂຽວ: ເຕັກນິກການກິນຜັກເປັນສິ່ງທຳອິດໃນຕອນເຊົ້າຂອງລາວ ຄືການນຳພວກມັນໄປປັ່ນລວມກັນ ໂດຍເລືອກຜັກ ແລະໝາກໄມ້ຕ່າງຊະນິດເຊັ່ນ: ຜັກໃບຂຽວ, ໝາກໄມ້ທີ່ມີນ້ຳຕານຕໍ່າ, ຖົ່ວ, ເມັດທັນຍາພືດຕ່າງໆ ຫຼືກຸ່ມອາຫານທີ່ໃຫ້ໄຂມັນດີ ປັ່ນເຂົ້າກັບໂປຣຕີນເຊກ ກ່ອນໃສ່ເກືອທະເລເລັກໜ້ອຍເພື່ອປັບເກືອແຮ່ໃນຮ່າງກາຍໃຫ້ສົມດຸນ, ດື່ມແລ້ວຊ່ວຍເລື່ອງລະບົບປະສາດ ແລະລະບົບເຜົາຜານນ້ຳຕານໃນຮ່າງກາຍ.
  2. ແບ່ງອາຫານອອກເປັນ 7-8 ຄາບ: ເພື່ອໃຫ້ໄດ້ໂພສະນາການທີ່ຄົບຖ້ວນ ແລະ ໂປຣຕີນທີ່ພຽງພໍ ນອກຈາກຄາບຫຼັກຊ່ວງເຊົ້າ, ທ່ຽງ ແລງແລ້ວ ຄຣິສຕ້ອງກິນອາຫານຄາບຍ່ອຍ ເຊິ່ງແບ່ງເປັນເມນູເບົາໆ ບໍ່ໄດ້ໜັກຈົນເກີນໄປເຊັ່ນ: ຊຸບ ຫຼື ບາແຊ່ແຂງທີ່ເຮັດຈາກຜັກຕ່າງໆ
  3. ກິນໂປຣຕີນຈາກຊີ້ນແດງ: ໃນຊ່ວງປັ້ນກ້າມ ຄຣິສຈະກິນຊີ້ນແດງຫຼາຍກວ່າປົກກະຕິ ແຕ່ຈະກິນສະເພາະໃນຊ່ວງກາງເວັນເທົ່ານັ້ນ ເນື່ອງຈາກຊີ້ນແດງຕ້ອງການພະລັງງານໃນການຍ່ອຍສູງ, ເວັ້ນແຕ່ວ່າມີເທຣນອອກກຳລັງກາຍໃນຊ່ວງຫົວຄໍ່າທີ່ລາວສາມາດກິນຂາແກະ ຫຼັງອອກກຳລັງກາຍໄດ້ ໂດຍປະລິມານເນື້ອສັດທີ່ກິນຈະຢູ່ທີ່ 7-8 ອອນຊຕໍ່ໍຕ່ອນໜຶ່ງ.  
  4. ຟື້ນຟູກ້າມເນື້ອດ້ວຍອາຫານເສີມ: ສິ່ງທີ່ລາວກິນກ່ອນນອນໄດ້ແກ່ BCAA, ແມກນີຊຽມແລະສັງກະສີ ທີ່ຊ່ວຍຟື້ນຟູກ້າມເນື້ອລະຫວ່າງນອນຫຼັບ ອີກທັງຍັງຊ່ວຍລົດກົດແລັກຕິກໃນຮ່າງກາຍ ເຮັດໃຫ້ຮ່າງກາຍຟື້ນຟູໄດ້ໄວຂຶ້ນອີກດ້ວຍ.
  5. ບໍ່ຕັດຄາໂບໄຮເດຣດ: ໜຶ່ງໃນເມນູທີ່ຄຣິສມັກ ໄດ້ແກ່ເຂົ້າ ແຕ່ລາວຈະກິນໃນປະລິມານພຽງເຄິ່ງຖ້ວຍເທົ່ານັ້ນ. ບາງຄັ້ງກິນສະລັບກັບເຂົ້າໜົມປັງທັນຍາພືດ, Rice Crackers, ເຂົ້າໂອດ ຫຼື ມັນຝຣັ່ງ ເຊິ່ງເປັນແຫຼ່ງພະລັງງານທີ່ຮ່າງກາຍຕ້ອງການໃນປະລິມານທີ່ເໝາະສົມ.

ທີ່ມາ: https://thestandard.co/5-fitness-tips-from-chris-hemsworth/