ວິສະວະກອນສ້າງດາບ Lightsaber ທີ່ສາມາດຕັດໂລຫະໄດ້ງ່າຍຄືກັບການຕັດເບີກ້ອນເນີຍ!


ທ່ານໄດ້ເຮັດຫຍັງໃນຊ່ວງເວລາກັກໂຕ COVID-19? ຊາວແຄນນາດາຄົນໜຶ່ງໄດ້ໃຊ້ຊ່ວງເວລາກັກໂຕທັງໝົດ ໃນການຜະລິດອາວຸດສຸດລ້ຳ “Lightsaber” ຈາກຮູບເງົາໃນຕຳນານເລື່ອງ Star War ໂດຍດາບຂອງລາວຈະພິເສດແຕກຕ່າງຈາກດາບທົ່ວໄປ ເພາະມັນສາມາດປ່ຽນສີ ແລະ ສາມາດພັບໄດ້ ອີກທັງຍັງມີພະລັງຫລາຍຈົນສາມາດຕັດໂລຫະໄດ້ຄືກັບຕັດເນີຍ!

ແຮັກສະມິດ (Hacksmith) ຜູ້ສ້າງດາບອັນຊົງພະລັງນີ້ ໄດ້ບອກຜ່ານ YouTube ວ່າ: ກວ່າຈະອອກມາສົມບູນໄດ້ແບບນີ້ ດາບຂອງລາວຕ້ອງໄດ້ຜ່ານການເຜົາຢູ່ທີ່ອຸນຫະພູມສູງເຖິງ 2,200 ອົງສາເຊວຊຽດ ຮວມເຖິງຕ້ອງໃຊ້ຫົວດ້າມຈັບແບບພິເສດ ເພື່ອໃຫ້ມັນສາມາດຍິງ plasma ອອກຈາກດ້າມໄດ້, ໂດຍດາບດ້າມນີ້ ມີແຮງບັນດານໃຈມາຈາກດາບ lightsaber ອາວຸດໃນເລື່ອງ Star Wars.

Lightsaber ຮຸ່ນຫຼ້າສຸດນີ້ ມີຫົວເຫລັກເຄືອບພິເສດທີ່ສາມາດຜະລິດກາສ propane ແຫຼວ ອັດແບບລູມິເນດ ເມື່ອໄດ້ຮັບຄວາມຮ້ອນສູງ ກາສຈະກາຍເປັນ plasma luminous ທີ່ມີໄຟເຮືອງແສງອອກມາຈາກດ້າມຈັບ ຄ້າຍຄືກັບດາບຈາກ Star Wars ໂດຍເຕັກໂນໂລຊີທີ່ໃຊ້ໃນການຜະລິດດາບນີ້ ແມ່ນເຕັກໂນໂລຊີທີ່ໃຊ້ໃນການເປົ່າແກ້ວນັ້ນເອງ.

ດາບທີ່ມິລິດເດດດ້າມນີ້ ແທ້ຈິງແລ້ວ ມັນບໍ່ສາມາດປ່ຽນສີເອງໄດ້ ຖ້າທ່ານຕ້ອງການເພີ່ມສີສັນໃຫ້ມັນ ກໍສາມາດໃຊ້ເກືອແຕະສ່ວນທີ່ເປັນໄຟຂອງດາບ ສີຂອງໄຟຈະປ່ຽນເປັນສີຂຽວ, ສີສົ້ມ ແລະ ສີແດງ. ໃນກໍລະນີທີ່ທ່ານຢາກເປັນ ເຈໄດ ໂຍດານ້ອຍ ໃຫ້ໃສ່ອາຊິດ boric ເພື່ອເຜົາໄໝ້ພຽງເທົ່ານີ້ກໍຈະເປັນແສງສີຂຽວສົດໃສ. ແຕ່ຖ້າທ່ານອີງໃສ່ແບບຝ່າຍຈັກກະພັດ ເພີ່ມແຄວຊຽມໂຄຣຣາຍໃສ່ເລັກນ້ອຍ ແລ້ວດາບຂອງທ່ານຈະປ່ຽນເປັນສີແດງຄືກັບຄົນຮ້າຍ.

ເຖິງແມ່ນວ່າສິ່ງນີ້ຈະບໍ່ແມ່ນເຕັກໂນໂລຊີທີ່ໃໝ່ທີ່ສຸດ ເພາະວ່າໃນໄລຍະຜ່ານມາລ້ວນແຕ່ມີຄົນພະຍາຍາມສ້າງ lightsaber ໃນແບບຂອງຕົນເອງ ແຕ່ປະຕິເສດບໍ່ໄດ້ເລີຍວ່າການເອົາເຕັກນິກເປົ່າແກ້ວ ມາດັດແປງເພື່ອສ້າງໄອເທັມສຸດຄັກນີ້ ກໍເປັນອີກວິທີໜຶ່ງທີ່ໜ້າອັດສະຈັນ.

ທີ່ມາ: https://www.facebook.com/thematterco/photos/a.1735876059961122/2726997377515647/