ເມັກຊິໂກ ປູກອາໂວກາໂດຈົນແຜ່ນດິນໄຫວ!


ອາໂວກາໂດ ເປັນໝາກໄມ້ທີ່ໃຫ້ພະລັງງານສູງ ອຸດົມໄປດ້ວຍວິຕາມິນ, ແຮ່ທາດ ແລະ ມີໂປຣຕີນຫຼາຍກວ່າໝາກໄມ້ຊະນິດອື່ນໆ. ໝາກໄມ້ຊະນິດນີ້ເປັນທີ່ນິຍົມຫຼາຍໃນອາເມຣິກາເໜືອ ແລະ ເອີຣົບ ຈົນເຮັດໃຫ້ມີການບໍລິໂພກສູງເກືອບ 5 ລ້ານໂຕນຕໍ່ປີ.

ເຊິ່ງປະເທດທີ່ສົ່ງອອກອາໂວກາໂດຫຼາຍທີ່ສຸດໃນໂລກແມ່ນ ປະເທດເມັກຊິໂກ. ການບໍລິໂພກອາໂວກາໂດມີທ່າອ່ຽງວ່າຈະເພີ່ມຂຶ້ນເລື້ອຍໆ ເປັນໂອກາດອັນດີຂອງຊາວກະສິກອນເມັກຊິໂກ ຈົນເຮັດໃຫ້ອາໂວກາໂດໄດ້ຮັບນາມວ່າ “ທອງຄຳສີຂຽວ” ຂອງຊາວເມັກຊິໂກ, ແຕ່ຄວາມຈິງແລ້ວ ຜົນຂອງການປູກອາໂວກາໂດ ກຳລັງເຮັດໃຫ້ເກີດການປ່ຽນແປງທາງທຳມະຊາດຄັ້ງສຳຄັນຂອງປະເທດນີ້.

ພືດຊະນິດນີ້ຈະເຕີບໃຫຍ່ຂະຫຍາຍຕົວໄດ້ດີໃນເຂດຮ້ອນ ອາໂວກາໂດຈຶ່ງມີຖິ່ນກຳເນີດຢູ່ໃນແຖບອາເມຣິກາກາງ ໂດຍສະເພາະປະເທດເມັກຊິໂກ ແລະ ກົວເຕມາລາ. ອາໂວກາໂດ ເປັນພືດທີ່ມັກແສງແດດ ແລະ ນ້ຳຫຼາຍ, ມັນຈະເລີນເຕີບໂຕໄດ້ດີໃນລະດັບຄວາມສູງຫຼາຍກວ່າ 400 ແມັດ ເໜືອລະດັບນ້ຳທະເລ ເຊິ່ງປະເທດເມັກຊິໂກກໍມີສະພາບພູມສັນຖານ ແລະ ພູມອາກາດແບບນັ້ນ.

ເມັກຊິໂກເປັນປະເທດທີ່ສົ່ງອອກອາໂວກາໂດຫຼາຍທີ່ສຸດໃນໂລກ. ໃນປີ 2019 ຄິດເປັນມູນຄ່າ 90,000 ລ້ານບາດ ແລະ ຄິດເປັນເປີເຊັນເທົ່າກັບ 43% ຂອງໂລກ, ໂດຍເຂດທີ່ປູກອາໂວກາໂດຫຼາຍທີ່ສຸດໃນເມັກຊິໂກແມ່ນລັດ Michoacán ເຊິ່ງຕັ້ງຢູ່ພາກກາງ ບໍ່ໄກຈາກເມືອງຫຼວງຂອງປະເທດ.

ລັດ Michoacán ຫຼື ອ່ານວ່າ ມິໂຊອາກັງມີພື້ນທີ່ປະມານ 59,000 ກິໂລຕາແມັດ, ພູມສັນຖານສ່ວນໃຫຍ່ແມ່ນເປັນພູສູງ. ທາງຕອນເໜືອຂອງລັດມີສາຍພູໄຟທີ່ຍັງບໍ່ມອດພາດຜ່ານຢູ່ ແລະ ເຂດນີ້ເອງເປັນເຂດທີ່ມີແຜ່ນດິນໄຫວເກີດຂຶ້ນຫຼາຍທີ່ສຸດແຫ່ງໜຶ່ງຂອງເມັກຊິໂກ.

ດ້ວຍຄວາມທີ່ຢູ່ບໍ່ໄກຈາກເສັ້ນສູນສູດ, ຢູ່ເທິງບ່ອນສູງ ແລະ ມີດິນທີ່ອຸດົມສົມບູນຈາກພູໄຟ, ເງື່ອນໄຂທຸກຢ່າງເໝາະສົມແກ່ການຈະເລີນເຕີບໃຫຍ່ຂອງຕົ້ນອາໂວກາໂດ ລັດແຫ່ງນີ້ຈຶ່ງເປັນແຫຼ່ງປູກທີ່ໃຫຍ່ທີ່ສຸດ ຄິດເປັນ 80% ຂອງປະເທດ.

ອາໂວກາໂດ ມີຄວາມສຳຄັນໃນວັດທະນະທຳເມັກຊິໂກ ໂດຍສະເພາະເລື່ອງອາຫານ, ເພາະວ່າຖືກນຳໃຊ້ເປັນສ່ວນປະກອບຫຼັກຂອງ “ກົວຄາໂມເລ” ຫຼື ແຈ່ວປະຈຳຊາດ ທີ່ສາມາດຈ້ຳກັບອາຫານໄດ້ຫຼາກຫຼາຍ ບໍ່ວ່າຈະເປັນ ທາໂກ ຫຼື ເບີຣິໂຕ ເຊິ່ງຖືໄດ້ວ່າເປັນແຈ່ວທີ່ຂາດບໍ່ໄດ້ຂອງຊາວເມັກຊິໂກ.

ແຕ່ອາໂວກາໂດບໍ່ໄດ້ສຳຄັນແຕ່ສະເພາະກັບຊາວເມັກຊິໂກເທົ່ານັ້ນ ເພາະອີກປະເທດໜຶ່ງທີ່ນຳເຂົ້າໝາກໄມ້ປະເພດນີ້ຫຼາຍທີ່ສຸດກໍຄື ປະເທດສະຫະລັດອາເມຣິກາ. ແຕ່ກ່ອນນັ້ນອາເມຣິກາບໍ່ໄດ້ນຳເຂົ້າໝາກໄມ້ຊະນິດນີ້ມາຈາກເມັກຊິໂກຫຼາຍປານໃດ ຈົນເມື່ອເລີ່ມມີຂໍ້ຕົກລົງການຄ້າເສລີອາເມຣິກາເໜືອ ຫຼື NAFTA  ໃນປີ 1994 ເຊິ່ງເປັນຂໍ້ຕົກລົງລະຫວ່າງ 3 ປະເທດຄື: ສະຫະລັດອາເມຣິກາ, ແຄນນາດາ ແລະ ເມັກຊິໂກ ເພື່ອລົດອັດຕາພາສີລະຫວ່າງກັນ.

ເຮັດໃຫ້ໃນປີ 2005 ອາໂວກາໂດຈາກເມັກຊິໂກ ກໍໄດ້ເຂົ້າມາຕີຕະຫຼາດຈົນເຕັມຫ້າງຊັບພະສິນຄ້າຂອງສະຫະລັດອາເມຣິກາ ແລ້ວເຕີບໃຫຍ່ຂະຫຍາຍຕົວເກືອບ 2 ເທົ່າໃນອີກ 10 ປີຕໍ່ມາ.

ທີ່ໜ້າສົນໃຈແມ່ນ ຜູ້ທີ່ນິຍົມອາໂວກາໂດຈຳນວນໜຶ່ງແມ່ນຊາວເມັກຊິໂກທີ່ອົບພະຍົບໄປຢູ່ສະຫະລັດອາເມຣິກາ ຜູ້ຄົນເຫຼົ່ານີ້ອາໄສຢູ່ໃນລັດທີ່ຕິດກັບຊາຍແດນປະເທດເມັກຊິໂກຢ່າງໜາແໜ້ນເຊັ່ນ: ຄາລິຟໍເນຍ, ອາລິໂຊນາ ແລະ ລັດເທັກຊັສ.

ຄວາມຕ້ອງການທີ່ເພີ່ມຂຶ້ນຈຳນວນຫຼາຍມາຕະຫຼອດຫຼາຍສິບປີ ເຮັດໃຫ້ຊາວກະສິກອນໃນລັດມິໂຊອາກັງເລືອກທີ່ຈະຖາງປ່າ, ໂດຍສະເພາະປ່າດົງດິບພູເຂົາ ເຊິ່ງເປັນເອກະລັກຂອງພືດທຳມະຊາດໃນລັດແຫ່ງນີ້ເພື່ອເຮັດສວນອາໂວກາໂດເພີ່ມຫຼາຍຂຶ້ນ. ເລື່ອງນີ້ເຮັດໃຫ້ພື້ນທີ່ປູກອາໂວກາໂດໃນເມັກຊິໂກທີ່ເພີ່ມຈົນມີຂະໜາດເກືອບ 1,600,000,000 ກິໂລຕາແມັດ ເລີ່ມສົ່ງຜົນກະທົບຕໍ່ສິ່ງແວດລ້ອມຫຼາຍຂຶ້ນເລື້ອຍໆ.

ນັກວິໄຈຈາກ National Autonomous University of Mexico ວິທະຍາເຂດ Morelia ເຊິ່ງເປັນເມືອງຫຼວງຂອງລັດມິໂຊອາກັງ ລະບຸວ່າການເຮັດສວນອາໂວກາໂດນັ້ນ ເຮັດໃຫ້ເກີດການທຳລາຍພື້ນທີ່ປ່າຫຼາຍຂຶ້ນ ສົ່ງຜົນກະທົບຕໍ່ການປ່ຽນແປງສະພາບພູມອາກາດ ທັງລະດູຮ້ອນທີ່ຮ້ອນ ແລະ ແຫ້ງແລ້ງຫຼາຍຂຶ້ນ, ເກີດມໍລະສຸມຖີ່ຂຶ້ນ ຮວມເຖິງເຮັດໃຫ້ການຂະຫຍາຍພັນຂອງແມງກະເບື້ອ Monarch ເຊິ່ງມີຖິ່ນກຳເນີດໃນປ່າຂອງລັດນີ້ເສຍສົມດຸນ.

ແຕ່ສິ່ງທີ່ສຳຄັນທີ່ສຸດສຳລັບການປູກອາໂວກາໂດນັ້ນແມ່ນ “ນໍ້າ”, ໃນແຕ່ລະວັນລັດມິໂຊອາກັງ ຕ້ອງໃຊ້ນໍ້າ 9,500 ລ້ານລິດ ໃນການເບິ່ງແຍງດູແລຕົ້ນອາໂວກາໂດ ເຊິ່ງປະລິມານນີ້ທຽບໄດ້ກັບສະລອຍນໍ້າມາດຕະຖານຂອງໂອແລັມປິກເຖິງ 3,800 ສະ. ເມື່ອປະລິມານແຫຼ່ງນໍ້າໃນທຳມະຊາດລົດລົງ ທາງອອກຂອງຊາວກະສິກອນແມ່ນການສູບນ້ຳບາດານຂຶ້ນມາໃຊ້ ເຊິ່ງສົ່ງຜົນເຮັດໃຫ້ເກີດການຍຸບຕົວຂອງຊັ້ນດິນ.

ລັດມິໂຊອາກັງ ຢູ່ໃກ້ເຂດແຜ່ນດິນໄຫວຂອງເມັກຊິໂກຢູ່ແລ້ວ ເມື່ອມີການຂຸດເຈາະນໍ້າບາດານທີ່ສົ່ງຜົນກະທົບຕໍ່ຊັ້ນຫີນອຸ້ມນໍ້າ ຈຶ່ງກາຍເປັນສາເຫດໃຫ້ເກີດແຜ່ນດິນໄຫວລະດັບນ້ອຍຫຼາຍຄັ້ງ. ມີລາຍງານວ່າ ໃນຊ່ວງວັນທີ 5 ມັງກອນ ເຖິງ 15 ກຸມພາ 2020 ໄດ້ເກີດແຜ່ນດິນໄຫວຂະໜາດນ້ອຍໃນລັດແຫ່ງນີ້ຫຼາຍເຖິງ 3,247 ຄັ້ງ.

ບັນຫາເຫຼົ່ານີ້ຈຶ່ງກາຍເປັນບັນຫາສຳຄັນຂອງກະສິກອນຊາວເມັກຊິໂກໃນປັດຈຸບັນ ຍ້ອນວ່າຖ້າເລືອກທີ່ຈະຄວບຄຸມການປູກ ກໍຈະສົ່ງຜົນກະທົບຕໍ່ເສດຖະກິດຂອງລັດມິໂຊອາກັງຢ່າງຫຼີກລ່ຽງບໍ່ໄດ້. ແຕ່ຖ້າຫາກເລືອກທີ່ຈະຂະຫຍາຍພື້ນທີ່ປູກ ສິ່ງທີ່ຈະຕາມມານັ້ນແມ່ນການປ່ຽນແປງທາງທຳມະຊາດ ເຊິ່ງອາດຈະເຮັດໃຫ້ເກີດຜົນກະທົບທີ່ເປັນຕາຢ້ານກວ່ານັ້ນຫຼາຍເທົ່າ.

ທີ່ມາ: https://www.facebook.com/113397052526245/posts/933683413830934/?d=n