Renaissance Art ສິລະປະຍຸກເຣເນຊອງສ໌ ການເກີດໃໝ່ສູ່ຄວາມສີວິໄລ


ສິລະປະຍຸກເຣເນຊອງສ໌ ທີ່ແປວ່າການເກີດໃໝ່ ແມ່ນຍຸກສະໄໝແຫ່ງການກຳເນີດໃໝ່ຂອງຄວາມຈະເລີນຮຸ່ງເຮືອງທາງດ້ານຄວາມຮູ້-ປັດຊະຍາ, ສິລະປະ ແລະ ເສດຖະກິດໃນທະວີບຢູໂຣປຕັ້ງແຕ່ສະຕະວັດທີ 14 ເຖິງ ສະຕະວັດທີ 17.

ສາເຫດທີ່ເອີ້ນຍຸກແຫ່ງການເກີດໃໝ່ ແມ່ນຍ້ອນວ່າຫຼັງຈາກເຂົ້າມາສູ່ຍຸກກາງ (The Middle Ages) ໃນສະຕະວັດທີ 5 ຈົນຮອດ ສະຕະວັດທີ 15 ທີ່ຈັກກະວັດໂຣມັນໄດ້ຫຼົ້ມສະຫຼາຍໄປແລ້ວ ເຮັດໃຫ້ກາຍເປັນລະບົບສັກດິນາຢູ່ພາຍໃຕ້ການປົກຄອງຂອງທະຫານ ແລະ ສາສະໜາ, ການເຂົ້າເຖິງຄວາມຮູ້ຖືກຈັດໃຫ້ແຕ່ຊົນຊັ້ນສູງ ແລະ ທາງສາສະໜາເທົ່ານັ້ນ ເຮັດໃຫ້ປະຊາຊົນຂາດຄວາມຮູ້.

(David – Michael Angelo ຮູບແກະສະລັກຫິນອ່ອນ David)

ເມື່ອເວລາຜ່ານໄປ, ໂລກໄດ້ເກີດຊົນຊັ້ນໃໝ່ຂຶ້ນມາຄືຊົນຊັ້ນຄ້າຂາຍທີ່ພັດທະນາຈົນຮັ່ງມີ ເຮັດໃຫ້ສູນກາງຂອງການຄ້າຂາຍຂອງຢູໂຣບຢູ່ທີ່ຟລໍເຣນຊ໌ (Florence) ປະເທດອິຕາລີ. ຊົນຊັ້ນນາຍທຶນທີ່ຟລໍເຣນຊ໌ນັ້ນຮັ່ງມີ ພ້ອມທັງມີອິດທິພົນຫຼາຍກວ່າທະຫານ ຫຼື ສາສະໜາ.

ເພື່ອທີ່ຈະສະແດງເຖິງບາລະມີອຳນາດຂອງຊົນຊັ້ນນາຍທຶນ, ພວກເຂົາໄດ້ອຸປະຖຳສິລະປິນດັງຫຼາຍຄົນເຊັ່ນ: Michael Angelo, Leonardo da Vinci, Raphael… ເນື່ອງຈາກເປັນສູນກາງຂອງການຄ້າຂາຍ ປະຊາຊົນທີ່ຢູ່ໃນຟລໍເຣນຊ໌ກໍໄດ້ສຶກສາແລກປ່ຽນຄວາມຮູ້ເພີ່ມຂຶ້ນກັບກຸ່ມປະເທດທີ່ເຮັດທຸລະກິດນຳ. ບວກກັບການຫຼົ້ມສະຫຼາຍຂອງອານາຈັກໂຣມັນ ເຮັດໃຫ້ມີການອົບພະຍົບຂອງນັກວິຊາການຈາກຫຼາຍສາຂາ ມາເຜີຍແຜ່ຄວາມຮູ້ຈາກຍຸກກຣີກບູຮານເຂົ້າມາສູ່ຢູໂຣບອີກຄັ້ງ, ເປັນຜົນໃຫ້ຄົນໆໜຶ່ງໃນຍຸກເຣເນຊອງສ໌ນັ້ນເກັ່ງໃນຫຼາກຫຼາຍດ້ານໂດຍມີຊື່ເອີ້ນວ່າ “Renaissance Man” ຍົກຕົວຢ່າງແມ່ນ Leonardo da Vinci ທີ່ເປັນທັງນັກຈິດຕະກຳ, ນັກປະດິດ, ສະຖາປະນິກ ພ້ອມທັງເອົາທິດສະດີວິທະຍາສາດຕ່າງໆ ເຂົ້າໄປປະສົມປະສານກັບງານສິລະປະ.

ນອກຈາກນີ້ແລ້ວ ການໃຫ້ຄ່າຂອງຄົນໃນຍຸກເຣເນຊອງສ໌ໄດ້ຍົກສູງຂຶ້ນຕື່ມ, ປະຊາຊົນໄດ້ຫັນກັບມາເບິ່ງຄຸນຄ່າຂອງຕົນເອງ ເຊິ່ງເປັນສິ່ງທີ່ຕ່າງອອກໄປຈາກທັງສະໄໝຍຸກກາງ ແລະ ກຣີກບູຮານ ທີ່ຈະເຊື່ອວ່າຊີວິດຄົນນັ້ນບໍ່ມີຄ່າ ແລະ  ຈະຕ້ອງເສຍສະຫຼະເພື່ອພະເຈົ້າເທົ່ານັ້ນ. ເມື່ອມະນຸດນິຍົມໄດ້ຮັບຄວາມສົນໃຈຫຼາຍຂຶ້ນ ການສຶກສາທາງດ້ານກາຍວິພາກກໍໄດ້ພັດທະນາໄປຈົນຮອດງານສິລະປະ ທີ່ສິລະປິນຈະລະບາຍຮູບຮ່າງຂອງບຸກຄົນໃນຮູບໃຫ້ສົມຈິງ, ຫົດຢືດ ແລະ ລະອຽດອ່ອນ ຕາມຫຼັກການກາຍວິພາກ. ຕົວຢ່າງເຊັ່ນ: ງານແກະສະລັກຫີນອ່ອນ David ຂອງ Michael Angelo ທີ່ແກະສະຫຼັກອອກມາໄດ້ລະອຽດໄປຮອດເສັ້ນເລືອດໃນມື.

(Anatomy – Leonardo da Vinci ຮູບສຶກສາກາຍວິພາກ)

ຍຸກເຣເນຊອງສ໌ເປັນຍຸກແຫ່ງການກັບໄປຮຽນຮູ້ຈາກຍຸກກຣີກບູຮານ ເພື່ອດຶງຍຸກກາງຂອງຢູໂຣບທີ່ນັບມື້ນັບຫຼ້າຫຼັງໃຫ້ກັບຂຶ້ນມາສູ່ຄວາມສີວິໄລອີກຄັ້ງ ຈົນຖືກເອີ້ນວ່າເປັນຍຸກແຫ່ງການເກີດໃໝ່, ຜົນງານສິລະປະໄດ້ເປັນຫຼັກຖານຢືນຢັນຂອງການສຶກສາຮຽນຮູ້ຈາກສິລະປິນ ແລະ ໄດ້ກາຍເປັນແຮງບັນດານໃຈໃຫ້ແກ່ຜູ້ເສບຜົນງານ ແລະ ສິລະປິນຕໍ່ໆໄປ.

(The school of Athens – Raphael)

ທີ່ມາ: https://bit.ly/3fVkOXo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/