ໂຄວິດ-19 ສາຍພັນ Epsilon ກຳລັງແຜ່ລະບາດໃນເຂດ ອາຊີໃຕ້


ພົບລາຍງານຜູ້ຕິດເຊື້ອ ໂຄວິດ 19 ສາຍພັນ ເອບຊີລອນ (Epsilon) ຢູ່ທີ່ປະເທດປາກີສະຖານ ຈຳນວນ 5 ຄົນ. ສາຍພັນເອບຊີລອນນີ້ສາມາດແຜ່ກະຈາຍໄດ້ໄວ ແລະ ສາມາດລົດພູມຕ້ານທານໄດ້ ເຊິ່ງການທີ່ມີຄົນປາກີສະຖານຕິດເຊື້ອນີ້ ຖືວ່າເປັນເທື່ອທຳອິດທີ່ພົບໃນເຂດອາຊີໃຕ້. ຫຼາຍໆຄົນກໍຍັງມີຄວາມກັງວົນວ່າ ຫາກມີການແຜ່ລາມໄປຮອດອິນເດຍ ການແຜ່ລະບາດຂອງສາຍພັນ ເອບຊີລອນ ຈະມີການກະຈາຍຢ່າງຮຸນແຮງຂຶ້ນໄປຕື່ມອີກ.

ຈາກການວິໄຈພົບວ່າ ເຊື້ອໂຄວິດ-19 ສາຍພັນເອບຊີລອນ ສາມາດແຜ່ກະຈາຍໄດ້ໄວກວ່າສາຍພັນກ່ອນໜ້ານີ້ ເຖິງ 20% ແລະ ຍັງເຮັດໃຫ້ວັກຊີນຖືກລົດປະສິດທິພາບລົງ, ລວມໄປເຖິງວັກຊີນປະເພດ mRNA ທີ່ໄດ້ຮັບການຍອມຮັບວ່າມີປະສິດທິພາບສູງກໍຖືກລົດປະສິດທິພາບລົງເຊັ່ນກັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/