ອາຊຽນເລືອກ ລັດຖະມົນຕີກະຊວງການຕ່າງປະເທດຂອງບຣູໄນ ເປັນທູດພິເສດໃນມຽນມາ


ວັນທີ 4 ສິງຫາ ທີ່ຜ່ານມາ ອາຊຽນໄດ້ມີມະຕິແຕ່ງຕັ້ງ ທ່ານ ດຣ ເອລີວັນ ຍູຊອບ (Erywan Yusof) ລັດຖະມົນຕີກະຊວງການຕ່າງປະເທດຂອງບຣູໄນ ໃຫ້ດຳລົງຕຳແໜ່ງຜູ້ແທນພິເສດຂອງອາຊຽນປະຈຳມຽນມາ ເຊິ່ງໄດ້ຖືກແຕ່ງຕັ້ງໃນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຜ່ານລະບົບປະຊຸມທາງໄກ (Online Conferrent).

ການຮັບໜ້າທີ່ ເຮັດໃຫ້ ທ່ານ ດຣ ເອລີວັນ ຍູຊອບ ໄດ້ຮັບມອບໝາຍໃຫ້ຮັບຜິດຊອບຢຸດຄວາມຮຸນແຮງໃນສັງຄົມ ພ້ອມກັບເບິ່ງແຍງໂຄງການດ້ານມະນຸດສະທຳໃນມຽນມາ ໂດຍຜ່ານການກຳນົດນະໂຍບາຍຂອງສູນປະສານງານເພື່ອການຊ່ວຍເຫຼືອດ້ານມະນຸດສະທຳອາຊຽນ.

ການແຕ່ງຕັ້ງທູດພິເສດໃນຄັ້ງນີ້, ແມ່ນສ່ວນໜຶ່ງຂອງສັນທະມະຕິໃນກອງປະຊຸມສຸດຍອດອາຊຽນໃນເດືອນເມສາທີ່ຜ່ານມາ ເຊິ່ງມີຜູ້ແທນຈາກລັດຖະບານ 10 ປະເທດອາຊຽນເຂົ້າຮ່ວມ. ແຕ່ການເຈລະຈາເພື່ອຄັດເລືອກຜູ້ເຂົ້າຮັບຕຳແໜ່ງນີ້ແມ່ນຫຼ້າຊ້າ ຍ້ອນຍັງມີບາງປະເທດບໍ່ເຫັນດີ ຈຶ່ງໄດ້ເຈລະຈາກັນຄືນໃໝ່ ເຮັດໃຫ້ການແຕ່ງຕັ້ງແກ່ຍາວມາຮອດເດືອນສິງຫາ.

ທ່ານ ອັນໂຕນິໂອ ກູເຕເລສ ເລຂາທິການຂອງສະຫະປະຊາຊາດໄດ້ກ່າວຍິນດີຕໍ່ການແຕ່ງຕັ້ງດັ່ງກ່າວ ເພື່ອເປັນບາດກ້າວສຳຄັນໃນການດຳເນີນການຕາມສັນທະມະຕິອາຊຽນ 5 ປະການຄື: ການຢຸດຄວາມຮຸນແຮງໃນມຽນມາທັນທີ, ການເຈລະຈາທີ່ສ້າງສັນຂອງທຸກຝ່າຍ, ທູດພິເສດ ອຳນວຍຄວາມສະດວກໃນການເປັນສື່ກາງໃນຂະບວນການເຈລະຈາ, ອາຊຽນຈະໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ, ທູດ ແລະຄະນະຜູ້ແທນຈະໄດ້ເດີນທາງໄປມຽນມາເພື່ອພົບກັບທຸກຝ່າຍ.

ການດຳເນີນການດັ່ງກ່າວຈະເຮັດໃຫ້ເກີດສັນຕິພາບ, ການພັດທະນາທີ່ຍືນຍົງ ພ້ອມທັງຮັບປະກັນດ້ານມະນຸດສະທຳໂດຍປາສະຈາກອຸປະສັກຂວາງກັ້ນ.

ທີ່ມາ:

ພາບ: thaipost, BELIZE NEWS, thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/