ຄັກສຸດ! NASA ຮັບອາສາສະໝັກໄປໃຊ້ຊີວິດໃນດາວອັງຄານຈຳລອງ


ອົງການ ນາຊາ (National Aeronautics and Space Administration) ອົງການອະວະກາດທີ່ມີຊື່ສຽງໃນສະຫະລັດອາເມລິກາ ກຳລັງປະກາດຮັບອາສາສະໝັກ 4 ຄົນ ເພື່ອໄປທົດລອງໃຊ້ຊີວິດຢູ່ ດາວອັງຄານຈຳລອງ ເປັນເວລາ 1 ປີເຕັມ.

ໂຄງການຈຳລອງນີ້ມີຊື່ວ່າ “Crew Health and Performance Exploration Analog” ເຊິ່ງມີຈຸດປະສົງເພື່ອຢາກກຽມຄວາມພ້ອມທັງສະພາບຈິດໃຈ ແລະ ຮ່າງກາຍ ໃຫ້ແກ່ນັກບິນອະວະກາດ ພ້ອມກັບຈະມີການຝຶກການແກ້ບັນຫາທີ່ອາດຈະເກີດຂຶ້ນ ເມື່ອຈະຕ້ອງໄດ້ເດີນທາງໄປດາວອັງຄານແທ້ໃນອະນາຄົດ.

ສຳລັບອາສາສະໝັກໃນຄັ້ງນີ້ແມ່ນຈະໄດ້ໃຊ້ຊີວິດແບບຢູ່ດາວອັງຄານແທ້ໆ ເຊິ່ງອົງການນາຊາຈະຈຳລອງສະພາບແວລ້ອມທຸກຢ່າງໃຫ້ຄືກັບດາວອັງຄານຂອງແທ້ໃຫ້ຫຼາຍທີ່ສຸດ ທັງສະພາບການເດີນທາງ, ການຈຳກັດການສື່ສານ, ການຈຳກັດອາຫານ ແລະ ຊັບພະຍາກອນຕ່າງໆ. 

ການຈຳລອງແມ່ນຈະມີຂຶ້ນໃນອາຄານ Johnson Space Center ໃນເມືອງຮູສຕັນ, ລັດເທັກຊັດ, ສະຫະລັດອາເມລິກາ ໂດຍສະຖານທີ່ທັງໝົດແມ່ນຈະສ້າງແບບສະພາບແວດລ້ອມໃນດາວອັງຄານທັງໝົດ ໃນພື້ນທີ່ 5,1816 ກິໂລແມັດ ແລະ ຈະຕົບແຕ່ງດ້ວຍເຄື່ອງພິມ 3 ມິຕິ ເພື່ອໃຫ້ເກີດຄວາມສົມຈິງຫຼາຍຂຶ້ນ.

ສຳລັບຄຸນສົມບັດເບື້ອງຕົ້ນສຳລັບຄົນທີ່ຈະສະໝັກແມ່ນ ສາມາດສື່ສານພາສາອັງກິດໄດ້ດີ, ມີອາຍຸລະຫວ່າງ 30–55 ປີ, ມີສຸຂະພາບແຂງແຮງ, ບໍ່ສູບຢາ, ບໍ່ມີບັນຫາທີ່ກ່ຽວຂ້ອງກັບອາຫານ, ຕ້ອງຈົບປະລິນຍາໂທ ໃນສາຂາວິທະຍາສາດ, ວິສະວະກຳສາດ, ຄະນິດສາດ ຫຼື ແພດສາດ.

ທີ່ມາ:

ພາບ: India TV News, Harvard Business Review

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/