ທະນາຄານອິນໂດຈີນ ໄດ້ຈັດງານພົບປະສົນທະນາ ກ່ຽວກັບການສົ່ງເສີມການຄ້າຂາຍທາງອອນລາຍ ແລະ ການຊຳລະເງິນຜ່ານຊ່ອງທາງດິຈິຕອນໃນລາວ


ທະນາຄານອິນໂດຈີນ ໜຶ່ງໃນທະນາຄານເອກະຊົນແຖວໜ້າໃນລາວ ທັງເປັນຜູ້ນໍາການຕະຫຼາດ ໃນຂົງເຂດທະນາຄານທຸລະກິດ, ທັງເປັນຜູ້ສົ່ງເສີມ ແລະ ອອກນະໂຍບາຍຕ່າງໆເພື່ອຂັບເຄື່ອນທຸລະກິດໃນລາວ ໄດ້ຈັດເວທີ ພົບປະສົນທະນາກ່ຽວກັບການສົ່ງເສີມ ການຄ້າທາງອອນລາຍ ແລະ ການຊໍາລະເງິນຜ່ານຊ່ອງທາງດິຈິຕອນ ຢູ່ພາຍໃນລາວຂຶ້ນ ໃນວັນທີ 30/07/2021 ທີ່ຜ່ານມາ.

ພາຍໃນງານ ທະນາຄານອິນໂດຈີນ ໄດ້ນໍາສະເໜີທາງເລືອກ ການຊໍາລະທີ່ທັນສະໄໝ ພ້ອມແນວທາງແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ, ເຊິ່ງການຊຳລະຂອງທະນາຄານອິນໂດຈີນ ບໍ່ພຽງແຕ່ສາມາດຊຳລະດ້ວຍສະກຸນເງິນກີບ ແຕ່ຍັງສາມາດຊໍາລະດ້ວຍບັດສາກົນຕ່າງໆ ເຊັ່ນ: ບັດວີຊ່າ ແລະ ບັດຢູນຽນເພ, ຍິ່ງພິເສດດ້ວຍ ຄ່າທຳນຽມການບໍລິການທີ່ຕ່ຳ ເຊິ່ງຈະເປັນທາງອອກທີ່ຈະຊ່ວຍສົ່ງເສີມການຄ້າທາງອອນລາຍ ແລະ ການຊຳລະເງິນຜ່ານຊ່ອງທາງດິຈິຕອນ ໃນລາວໃຫ້ກ້າວໄປໄດ້ໄວຂຶ້ນ.

ເວທີເສວະນາໃນຄັ້ງນີ້ ເປັນກຽດເຂົ້າຮ່ວມໂດຍ:ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າແຫ່ງກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອິນປອນ ບຸນຄຳປຣະສົງ ນັກຍຸດທະສາດ ດ້ານເຕັກໂນໂລຢີ ທະນາຄານອິນໂດຈີນ ແລະ ແຂກຖືກເຊີນຈາກຫຼາຍພາກສ່ວນໃນແວດວົງການຄ້າຂາຍອອນລາຍ ພ້ອມກັບ ຫົວໜ່ວຍທຸລະກິດໃນວົງການໄອທີໃນລາວເຂົ້າຮ່ວມຮັບຟັງ.

ທ່ານ ສຸລິສັກ ທຳນຸວົງ ກ່າວວ່າ ໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດນີ້ ເຫັນວ່າຈໍານວນຜູ້ໃຊ້ຈ່າຍທາງອອນລາຍໄດ້ເພີ່ມສູງຂຶ້ນຢ່າງຊັດເຈນ. ເມື່ອກ່າວເຖິງ ແອັບພິເຄຊັນທີ່ໃຊ້ການຊຳລະສະສາງລະຫວ່າງປະເທດ ທ່ານໄດ້ໃຫ້ຮູ້ວ່າ ມີການໃຊ້ບໍລິການຊ່ອງທ່າງຈາກຕ່າງປະເທດ ເຊິ່ງແນ່ນອນວ່າ ມັນຄຽງຄູ່ໄປກັບຄ່າບໍລິການທີ່ສູງຕາມມາ, ແນວໃດກໍຕາມທ່ານໄດ້ຮຽກຮ້ອງໃຫ້ຊົມໃຊ້ບໍລິການຈາກຜູ້ສະໜອງຢູ່ພາຍໃນ. ນອກຈາກນັ້ນ, ເມື່ອຜູ້ດຳເນີນລາຍການໄດ້ຖາມເຖິງຄຳຄິດເຫັນຈາກທະນາຄານກາງແຫ່ງສປປ ລາວ, ທ່ານ ສຸລິສັກ ທຳນຸວົງ ຈຶ່ງໄດ້ເນັ້ນໜັກວ່າ ເໜືອສິ່ງອື່ນໃດ ໜ່ວຍງານທີ່ຄຸ້ມຄອງດູແລ ເວລາໃດກໍມີຄວາມຫ່ວງໃຍ ກ່ຽວກັບຄວາມປອດໄພ, ການຄຸ້ມຄອງຜູ້ບໍລິໂພກ, ການປະຕິບັດຕາມກົດລະບຽບ ແລະ ຄຸ້ມຄອງຢ່າງມີປະສິດທິພາບ.

ທີ່ມາ: https://bit.ly/3yCLtj0

ພາບ: Indochina Bank Page

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/