ໂປຣແກຣມ Paint ໃນຕຳນານ ທີ່ໄດ້ຮັບການປັບປຸງໃໝ່ໃນ Windows 11


ເມື່ອເວົ້າເຖິງໂປຣແກຣມທີ່ໃຊ້ແຕ້ມຮູບ ໂປຣແກຣມທຳອິດຂອງທຸກຄົນຄົງຈະໜີບໍ່ພົ້ນໂປຣແກຣມທີ່ຊື່ວ່າ Microsoft Paint ທີ່ຕິດມາກັບລະບົບປະຕິບັດການ Windows ໃນທຸກເວີຊັນຈົນເຮົາຄຸ້ນຫູຄຸ້ນຕາກັນ.

Microsoft ໄດ້ເປີດຕົວລະບົບປະຕິບັດການ Windows 11 ໃນໄລຍະທີ່ຜ່ານມາ, ໄດ້ປັບປຸງລະບົບປະຕິບັດການໃຫ້ສວຍງາມຂຶ້ນ, ເຊິ່ງການປັບປຸງນີ້ຍັງລວມໄປເຖິງໜ້າຕາຂອງໂປຣແກຣມ Microsoft Paint ຫຼື ໂປຣແກຣມ Paint ກໍໄດ້ຖືກປັບປຸງໜ້າຕາ ແລະ ເພີ່ມລູກຫຼິ້ນໃນການໃຊ້ງານໃຫ້ຫຼາກຫຼາຍຂຶ້ນ.

ໂປຣແກຣມ Paint ເປັນໂປຣແກຣມໜຶ່ງທີ່ຢູ່ຄູ່ກັບ Windows ມາແຕ່ດົນນານ ແລະ ບໍ່ໄດ້ມີການອັບເດດຫຍັງມາເປັນເວລາດົນ ຈົນມີຂ່າວວ່າຈະຖືກຕັດອອກຈາກ Windows 10 ໃນປີ 2020, ແຕ່ກໍບໍ່ໄດ້ຕັດອອກແຕ່ຢ່າງໃດ. ແລະຕອນນີ້ ໂປຣແກຣມ Paint ໃນ Window 11 ກໍໄດ້ຮັບການປັບປຸງໜ້າຕາ ພ້ອມທັງປ່ຽນແປງ Icon ໃຫ້ມີຄວາມສວຍງາມຂຶ້ນຫຼາຍ ແລະ ຍັງຈະມີຟີເຈີໃໝ່ໆເພີ່ມເຂົ້າມາອີກ.

ຂໍ້ມູນຈາກ​:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/