ຈີນ ລົງໂທດພະນັກງານທ້ອງຖິ່ນ 47 ຄົນ ຂໍ້ຫາທີ່ບໍ່ສາມາດຄວບຄຸມພະຍາດໂຄວິດ-19ໄດ້


ໃນວັນທີ 10 ສິງຫາ ປີ 2021 ທີ່ຜ່ານມາ ສຳນັກຂ່າວ ຊີເອັນເອັນ (CNN) ໄດ້ລາຍງານວ່າ ລັດຖະບານ ຂອງ ສປ. ຈີນ ໄດ້ລົງໂທດເຈົ້າໜ້າທີ່ 47 ຄົນ ໂດຍມີທັງ ລະດັບຫົວໜ້າຂັ້ນທ້ອງຖິ່ນ, ເຈົ້າໜ້າທີ່ດ້ານສາທາລະນະສຸກ, ເຈົ້າໜ້າທີ່ໃນໂຮງໝໍ ແລະ ສະໜາມບິນ ຂໍ້ຫາປ່ອຍປະລະເລີຍ ຫຼື ເມີນເສີຍ ຕໍ່ການບັງຄັບໃຊ້ມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ການກະທຳດັ່ງກ່າວໄດ້ເຮັດໃຫ້ເກີດການລະບາດຮອບໃໝ່ໃນຫຼາຍທ້ອງຖິ່ນ ຈຶ່ງເຮັດໃຫ້ລັດຖະບານຈຳເປັນຕ້ອງປະກາດລັອກດາວ ແລະ ຈຳກັດການເດີນທາງ ໃນບາງບໍລິເວນທີ່ມີການລະບາດ.

ນອກຈາກນັ້ນ, ຄະນະກຳມະການກາງເພື່ອການກວດສອບທາງວິໄນ ຂອງເມືອງໜານຈິງ, ມົນທົນຈຽງຊູ ຍັງໄດ້ຖະແຫຼງການຕື່ມ ກ່ຽວກັບການປະຕິບັດທາງວິໄນຕໍ່ເຈົ້າໜ້າທີ່ອີກ 15 ຄົນ ທີ່ປ່ອຍໃຫ້ ສະໜາມສາກົນໜານຈິງ ກາຍເປັນຈຸດເລີ່ມຕົ້ນ ໃນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປ.ຈີນອີກພ້ອມ.

ປັດຈຸບັນ, ສປ ຈີນ ກຳລັງມີການລະບາດຮອບໃໝ່ທີ່ຮຸນແຮງກວ່າເກົ່າ ໂດຍສະເພາະແມ່ນ ໂຄວິດ-19 ສາຍພັນເດວຕາ ແລະ ການແຜ່ລະບາດຮອບນີ້ຍັງລະບາດໄປເຖິງ 31 ມົນທົນແລ້ວທົ່ວປະເທດ ເຮັດໃຫ້ມີຍອດຜູ້ຕິດເຊື້ອສະສົມເພີ່ມຂຶ້ນເລື້ອຍໆ, ຫຼ້າສຸດແມ່ນມີຈຳນວນ 94,080 ຄົນ, ເສຍຊີວິດແລ້ວ 4,636 ຄົນ ໃນທົ່ວປະເທດ.

ທີ່ມາ:​ https://bit.ly/3fPkJnW

ພາບ: Radio Mayabeque, thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/