Pfizer ກຽມປ່ອຍຢາເມັດຕ້ານ COVID-19 ປະສິດທິພາບສຳລັບກໍລະນີສ່ຽງສູງເຖິງ 89%


ບໍລິສັດ Pfizer ຈາກສະຫະລັດອາເມຣິກາສາມາດພັດທະນາຢາເມັດຕ້ານໂຄວິດຕໍ່ອາການສາຫັດຈົນຕ້ອງປິ່ນປົວໃນໂຮງໝໍ ຫຼື ອັດຕາສ່ຽງເສຍຊີວິດໃຫ້ແກ່ກຸ່ມຜູ້ປ່ວຍທີ່ບໍ່ແຂງແຮງໄດ້ສູງເຖິງ 89%.

ຕົວຢາມີຊື່ວ່າ Paxlovid ຈຸດປະສົງແມ່ນໃຫ້ນຳໃຊ້ທັນທີທີ່ມີອາການສຳລັບກຸ່ມຜູ້ປ່ວຍທີ່ຢູ່ໃນກຸ່ມສ່ຽງຕໍ່ອາການຮຸນແຮງ, ເຊິ່ງຕົວຢາຈະເຮັດໜ້າທີ່ປ້ອງກັນເອນໄຊມ໌ທີ່ເຊື້ອໄວຣັສຕ້ອງການໃຊ້ເພື່ອຂະຫຍາຍຈຳນວນ. ເມື່ອໃຊ້ຢາຄຽງຄູ່ກັບຢາຕ້ານເຊື້ອ ritonavir ຈະສົ່ງຜົນໃຫ້ລິດຂອງຢານັ້ນອາໄສໃນຮ່າງກາຍເປັນເວລາຍາວນານຂຶ້ນ. ສຳລັບຂັ້ນຕອນການເຮັດວຽກຂອງ Merck, ຢາເມັດທຳອິດທີ່ຖືກພັດທະນາສຳລັບໂຄວິດ ກໍຄືມັນຈະສະແດງລະຫັດຈຸດບົກຜ່ອງທາງກຳມະພັນຂອງເຊື້ອໄວຣັສໃຫ້ຢາຮັບຮູ້ ຍ້ອນແນວນັ້ນ, ຈຶ່ງມີຄວາມແຕກຕ່າງກັນກັບ Paxlovid ໜ້ອຍໜຶ່ງ.

ວັກຊີນນັ້ນເປັນວິທີທາງທີ່ຈະສາມາດຄວບຄຸມການແຜ່ລະບາດໄດ້ດີທີ່ສຸດ. ແຕ່ເຖິງຢ່າງນັ້ນ ກໍຍັງຕ້ອງມີການປິ່ນປົວພາຍໃນເຮືອນ ໂດຍສະເພາະແມ່ນກັບຜູ້ຕິດເຊື້ອທີ່ມີສຸຂະພາບອ່ອນເພຍ.

ຜູ້ປ່ວຍຈະຕ້ອງກິນຢາ 3 ເມັດ, 2 ຄັ້ງຕໍ່ມື້ ເປັນເວລາ 5 ມື້ຕິດຕໍ່ກັນ. ຂໍ້ມູນຈາກການທົດລອງຊົ່ວຄາວຂອງການປິ່ນປົວອາສາສະໝັກ 1,219 ຄົນທີ່ເປັນຜູ້ປ່ວຍສາຫັດຈາກໂຄວິດ ພວກເຂົາໄດ້ຮັບການປິ່ນປົວທັນທີຫຼັງມີອາການໂຄວິດ 3 ມື້. ພົບວ່າມີ 0.8% ຂອງຈຳນວນຜູ້ທີ່ໄດ້ຮັບຢາ Paxlovid ຕ້ອງໄດ້ປິ່ນປົວໃນໂຮງໝໍ ເມື່ອປຽບທຽບກັບ 7% ຂອງຈຳນວນຜູ້ປ່ວຍທີ່ໄດ້ຮັບຢາຕົວະ, ເຊິ່ງຜູ້ປ່ວຍທັງ 7 ທີ່ໄດ້ຮັບການປິ່ນປົວຕົວະເສຍຊີວິດ ໂດຍມີ 0 ຄົນ ເສຍຊີວິດຈາກການຮັບຢາ.

ເມື່ອທົດລອງກັບຜູ້ປ່ວຍທີ່ມີອາການໂຄວິດ 5 ມື້ ກໍພົບວ່າ 1% ທີ່ໄດ້ຮັບຢາ Paxlovid ເຂົ້າປິ່ນປົວທີ່ໂຮງໝໍ ແລະ ບໍ່ມີໃຜເສຍຊີວິດ. ໂດຍທີ່ 6.7% ຂອງກຸ່ມໃຫ້ຢາຕົວະເຂົ້າປິ່ນປົວທີ່ໂຮງໝໍ ແລະ 10 ຄົນເສຍຊີວິດ.

ຜູ້ປ່ວຍທີ່ເຂົ້າຮັບການທົດລອງນັ້ນຍັງບໍ່ໄດ້ຮັບການຢືນຢັນວ່າແມ່ນຜູ້ສູງອາຍຸ ຫຼື ຜູ້ທີ່ມີໂຣກແຊກຊ້ອນ ຫຼື ໂຣກປະຈຳຕົວເທື່ອ ແຕ່ພວກເຂົານັ້ນຕ່າງກໍມີອາການໂຄວິດຕັ້ງແຕ່ອ່ອນຫາກາງ.

ບໍລິສັດ Pfizer ວາງແຜນຈະສົ່ງຜົນການທົດລອງຊົ່ວຄາວນີ້ໃຫ້ແກ່ອົງການອາຫານ ແລະ ຢາເພື່ອຈະໄດ້ຮັບການອະນຸມັດໃນການນຳໃຊ້ສຸກເສີນໃນເດືອນທີ່ຜ່ານມາ.

ການທົດລອງນີ້ປະສົບຜົນສຳເລັດສູງຫຼາຍຈົນຕ້ອງໄດ້ຢຸດສືບຕໍ່ໄວກວ່າກຳນົດ ເຊິ່ງຕົວ Pfizer ກໍໄດ້ເປີດຕົວ Paxlovid ໜຶ່ງມື້ຕໍ່ມາ ຫຼັງຈາກທີ່ອົງການຄວບຄຸມການຢາອະນຸມັດຢາເມັດຂອງ Merck. ໂດຍພວກເຂົາກໍໄດ້ມີການສັ່ງຈອງຢາໃໝ່ຂອງ Pfizer ເປັນທີ່ຮຽບຮ້ອຍແລ້ວດ້ວຍຈຳນວນ 250,000 ຊຸດ ພ້ອມກັບສັ່ງ Molnupiravir ຂອງ Merck 480,000 ຊຸດ.

ປະທານຄະນະກຳມະການ Albert Bourla ໄດ້ກ່າວວ່າຕົວຢານັ້ນມີສັກກະຍະພາບທີ່ຈະຊ່ວຍເຫຼືອຊີວິດຂອງຜູ້ປ່ວຍ, ລົດອາການສາຫັດຂອງການຕິດເຊື້ອໂຄວິດ ແລະ ກຳຈັດການສ່ຽງທີ່ຕ້ອງເຂົ້າປິ່ນປົວໃນໂຮງໝໍເຖິງ 9 ໃນ 10.

Dr Stephen Griffin ອາຈານຈາກມະຫາວິທະຍາໄລລີດ ຄະນະແພດສາດ ໄດ້ກ່າວວ່າ “ຄວາມສຳເລັດນີ້ເປັນການເລີ່ມຕົ້ນຂອງຍຸກສະໄໝໃໝ່ໃນຄວາມສາມາດຂອງພວກເຮົາ ທີ່ປ້ອງກັນການຕິດຕໍ່ຂອງເຊື້ອໂຄໂຣນາ SARS-CoV2 ບໍ່ໃຫ້ມັນສາຫັດໄດ້. ນອກຈາກນີ້ແລ້ວ ກໍຍັງເປັນປັດໄຈສຳຄັນທີ່ຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດໃຫ້ຜູ້ທີ່ມີສຸຂະພາບອ່ອນເພຍ ຫຼື ບໍ່ສາມາດສັກວັກຊີນໄດ້”

ປັດຈຸບັນ Pfizer ກໍຍັງສຶກສາການປິ່ນປົວໃຫ້ແກ່ຜູ້ທີ່ມີກຸ່ມສ່ຽງຕ່ຳຈາກການຕິດເຊື້ອໂຄວິດ ແລະ ສຳລັບຜູ້ທີ່ໄດ້ໃກ້ຊິດກັບເຊື້ອເຊັ່ນສະມາຊິກໃນເຮືອນທີ່ຕິດມານຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/