Binance ອອກມາເຜີຍວ່າ ກຳລັງຫາທາງຕິດຕາມເງິນຈາກກຸ່ມຄົນຮ້າຍທີ່ຕົວະເອົາເງິນຈາກ ຫຼຽນ Squid Game ກັບຄືນມາ


ຫຼຽນ Cryptocurrency “SQUID” ແມ່ນໄດ້ຮັບແຮງບັນດານໃຈມາຈາກຊີຣີ້ດັງ “Squid Game” ທີ່ອອກອາກາດທາງ Netflix ໂດຍຫຼຽນດັ່ງກ່າວມີລາຄາເພີ່ມຂຶ້ນແບບກ້າວກະໂດດຈາກ 0.01 ໂດລາ ຂຶ້ນໄປເປັນເກືອບ 3,000 ໂດລາໃນໄລຍະທ້າຍອາທິດທີ່ຜ່ານມາ ກ່ອນທີ່ມູນຄ່າຂອງຫຼຽນຈະຕົກລົງມາໃນວັນຈັນທີ່ຜ່ານມາເຫຼືອລາຄາພຽງ 0 ໂດລາ ຈາກການເທຂາຍຂອງເຈົ້າຂອງແພລັດຟອມ ພ້ອມກັບການປິດ ບັນຊີ Twitter ແລະ ໜ້າເວັບໄຊຂອງຫຼຽນດັ່ງກ່າວ ເຊິ່ງມັນສະແດງໃຫ້ເຫັນວ່າ “ການຫຼອກລວງນີ້” ໄດ້ສຳເລັດແລ້ວ.

ສໍານັກຂ່າວ CNBC ລາຍງານວ່າ ກຸ່ມຄົນທີ່ຕົວະນີ້ ໄດ້ເງິນໄປປະມານ 3 ລ້ານ ໂດລາ ເຊິ່ງການຫຼອກລວງຄັ້ງນີ້ ເປັນລັກສະນະຄ້າຍຄືກັນກັບຄັ້ງອື່ນໆ ທີ່ນັກລົງທຶນບາງຄົນໄດ້ນຳເງິນທີ່ທ້ອນຕະຫຼອດຊີວິດມາລົງທຶນ ເພາະຄິດວ່າຈະເຕີບໃຫຍ່ໄດ້ຄືກັນກັບຫຼຽນ Dogecoin ຫຼື Shiba Inu.

ຫຼ້າສຸດ Binance ເຊິ່ງເປັນແພລັດຟອມ trade ຫຼຽນ Cryptocurrency ຊື່ດັງອັນດັບຕົ້ນໆຂອງໂລກ ໄດ້ອອກມາເຜີຍໃນວັນທີ 4 ພະຈິກທີ່ຜ່ານມາ ວ່າກໍາລັງພະຍາຍາມຕິດຕາມຫຼຽນ Squid Game ຈາກປະເດັນການຫຼອກລວງຂອງນັກລົງທຶນຢູ່.

ປັດຈຸບັນນີ້ ທາງທີມງານ Binance ເຜີຍວ່າກຳລັງພະຍາຍາມຕິດຕາມ ແລະ ກວດສອບຊ່ອງທາງຕ່າງໆເພື່ອຊ່ວຍເຫຼືອ Community (ຊຸມຊົນ) ເຊັ່ນ: ການ Blacklist (ຂຶ້ນບັນຊີດຳ) ກັບບັນຊີເຫຼົ່ານັ້ນ ລວມເຖິງການຕິດຕາມຜ່ານເສັ້ນທາງພາຍໃນ blockchain ເພື່ອກວດສອບວ່າໃຜຄືຄົນຮ້າຍ. ນອກຈາກນີ້ທາງ Binance ຍັງເຜີຍກັບສຳນັກຂ່າວ Business Insider ວ່າ ຈະໃຫ້ຂໍ້ມູນກັບໜ່ວຍງານທີ່ກ່ຽວຂ້ອງ ເພື່ອຫາທາງຈັດການກັບຄົນຮ້າຍດ້ວຍຫຼັກຖານທາງກົດໝາຍ.

Changpeng Zhao

Changpeng Zhao ຫຼື CZ ເຊິ່ງເປັນປະທານຂອງ Binance ໄດ້ຂຽນຂໍ້ຄວາມລົງໃນ blog ວ່າ ປະເດັນຫຼຽນ SQUID ຈະບໍ່ແມ່ນການຫຼອກຫຼວງຄັ້ງທຳອິດ ຫຼື ຄັ້ງສຸດທ້າຍເທິງ DeFi (Decentralized Finance:ການເງິນແບບບໍ່ລວມສູນກາງ) .

ເຖິງວ່າຜ່ານມາ CZ ຈະພະຍາຍາມຊ່ວຍເຫຼືອນັກລົງທຶນຜ່ານການສ້າງເຄື່ອງມືການຮຽນຮູ້ ເພື່ອສອນນັກລົງທຶນມືໃໝ່ໃຫ້ສາມາດປ້ອງກັນຕົວເອງໄດ້ຈາກການຫຼອກລວງ ແຕ່ເຖິງຢ່າງນັ້ນ ການຫຼອກລວງກໍຍັງມີມາໃນຮູບແບບໃໝ່ໆ ສະເໝີ.

CZ ປິດທ້າຍວ່າ “ໃນສະໄໝນີ້ກໍໜ້າຈະເປັນຈຸດສູງສຸດຂອງການເກັງກໍາໄລ ເພາະທຸກຄົນຕ່າງພາກັນຊອກຫາຫຼຽນທີ່ສາມາດປ່ຽນຊີວິດ ຫຼື ໂອກາດ 100X ແຕ່ໃນຄວາມເປັນຈິງແລ້ວ ການເຕີບໃຫຍ່ 100X ບໍ່ໄດ້ມີມາເລື້ອຍໆ ແຕ່ມັນມາພ້ອມຄວາມສ່ຽງມະຫາສານ. ດັ່ງນັ້ນ ບາງຄັ້ງກໍອາດມີເສັ້ນບາງໆແຊກຢູ່ລະຫວ່າງການລົງທຶນ ແລະ ການພະນັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/