ມຽນມາບໍ່ສົນໃຈແຮງກົດດັນຈາກນານາຊາດ ແລະ ຢືນຢັນບໍ່ໃຫ້ທູດອາຊຽນເຂົ້າພົບ ອອງ ຊານ ຊູຈີ ໂດຍອ້າງວ່າຂັດກັບກົດໝາຍທ້ອງຖິ່ນ


ສື່ທາງການຂອງມຽນມາໄດ້ລາຍງານທ່າທີຂອງລັດຖະບານທະຫານມຽນມາ ເຊິ່ງຢືນຢັນການຕັດສິນໃຈທີ່ຈະປະຕິເສດຄຳຮ້ອງຂໍຂອງທູດພິເສດອາຊຽນໃນການຂໍເຂົ້າພົບ ທ່ານນາງ ອອງ ຊານ ຊູຈີ ອະດີດຜູ້ນຳລັດຖະບານພົນລະເຮືອນ ແລະ ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຫຼື NLD (National League for Democracy).

ໂດຍ ຮອງ ພົນເອກອາວຸໂສ ໂຊ ວິນ ຜູ້ບັນຊາການລຳດັບທີ 2 ຂອງລັດຖະບານທະຫານມຽນມາ ຢືນຢັນວ່າ ການຕັດສິນໃຈໃຫ້ຄົນຕ່າງຊາດເຂົ້າພົບບຸກຄົນທີ່ຖືກດຳເນີນຄະດີອາຍານັ້ນແມ່ນຂັດຕໍ່ກົດໝາຍທ້ອງຖິ່ນຂອງມຽນມາ.

“ຂ້ອຍເຊື່ອວ່າບໍ່ມີປະເທດໃດຈະອະນຸຍາດໃຫ້ໃຜກໍຕາມເຮັດເກີນກົດໝາຍທີ່ມີຢູ່ແບບນີ້” ພົນເອກ ອາວຸໂສ ໂຊ ວິນ ໄດ້ກ່າວ.

ທ່າທີຂອງລັດຖະບານທະຫານມຽນມາມີຂຶ້ນຫຼັງຈາກທີ່ຜູ້ນຳອາຊຽນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໂດຍຜ່ານລະບົບທາງໄກໃນອາທິດທີ່ຜ່ານມາ ເຊິ່ງອາຊຽນປະຕິເສດບໍ່ໃຫ້ ພົນເອກ ອາວຸໂສ ມິນ ອ່ອງ ຫຼ່າຍ  ຜູ້ນຳລັດຖະບານທະຫານມຽນມາເຂົ້າຮ່ວມການປະຊຸມ ເພື່ອປະທ້ວງຈາກການທີ່ມຽນມາປະຕິເສດຄຳຂໍເຂົ້າພົບ ທ່ານນາງ ອອງ ຊານ ຊູຈີ ຂອງທູດພິເສດອາຊຽນ ເຊິ່ງຖືວ່າເປັນການບໍ່ປະຕິບັດຕາມຂໍ້ຕົກລົງສັນຕິພາບທີ່ມີການໂອ້ລົມກັນໄປໃນເດືອນເມສາທີ່ຜ່ານມາ. ໂດຍມຽນມາໄດ້ລະບຸວ່າ ການຕັດສິນໃຈດັ່ງກ່າວເປັນການລະເມີດຂໍ້ຕົກລົງຂອງອາຊຽນ ແລະ ການບໍ່ແຊກແຊງກິດຈະການພາຍໃນລະຫວ່າງກັນ  ແລະ ບໍ່ຍອມສົ່ງຜູ້ແທນລະດັບລຸ່ມໄປເຂົ້າຮ່ວມປະຊຸມ.

ຂະນະທີ່ ຮອງ ພົນເອກ ອາວຸໂສ ໂຊ ວິນ ຍັງປະຕິເສດຂໍ້ກ່າວຫາໃນການບໍ່ປະຕິບັດຂໍ້ຕົກລົງສັນຕິພາບກັບອາຊຽນ ໂດຍກ່າວວ່າ ຂໍ້ຕົກລົງດັ່ງກ່າວຂຶ້ນຢູ່ກັບການພິຈາລະນາກິດຈະການພາຍໃນ ໃນປັດຈຸບັນ ແລະ ສະຖຽນລະພາບພາຍໃນປະເທດ. ນອກຈາກນີ້ ຮອງ ພົນເອກ ອາວຸໂສ ໂຊ ວິນ ຍັງໄດ້ລະບຸວ່າ ຂໍຮຽກຮ້ອງເລື່ອງມຽນມາທີ່ມີຂຶ້ນໃນລະຫວ່າງກອງປະຊຸມຜູ້ນຳອາຊຽນໃນອາທິດຜ່ານມານັ້ນ ແມ່ນໜ້າສົງໄສວ່າກຳລັງລະເມີດພາບລັກຄວາມເປັນປຶກແຜ່ນຂອງອາຊຽນ.

ຮອງ ພົນເອກອາວຸໂສ ໂຊ ວິນ

ປັດຈຸບັນ ສະຖານະການພາຍໃນຂອງມຽນມາ ແມ່ນຍັງເກີດການປະທ້ວງ ແລະ ເກີດເຫດຮຸນແຮງເປັນໄລຍະ ໂດຍລັດຖະບານທະຫານມຽນມາຕ້ອງປະເຊີນການຕໍ່ຕ້ານຈາກກຸ່ມຕິດອາວຸດ ແລະ ກອງກຳລັງຊົນສ່ວນນ້ອຍ ລວມໄປຮອດລັດຖະບານເງົາທີ່ມາຈາກອະດີດລັດຖະບານພົນລະເຮືອນ ເຊິ່ງອົງການສະຫະປະຊາຊາດກ່າວວ່າ ມີພົນລະເຮືອນມຽນມາຫຼາຍກວ່າ 1,200 ຄົນເສຍຊີວິດຈາກການປາບປາມຂອງກອງກຳລັງຄວາມໝັ້ນຄົງນັບຕັ້ງແຕ່ເກີດການລັດຖະປະຫານໃນເດືອນກຸມພາທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/