ວັກຊີນຊະນິດໃໝ່ຈາກອິນເດຍ “Covaxin” ເປັນວັກຊີນຊະນິດທີ 7 ທີ່ໄດ້ຮັບອະນຸຍາດຈາກ WHO ທີ່ສາມາດໃຊ້ໄດ້ໃນກໍລະນີສຸກເສີນ


ໃນວັນທີ 3 ພະຈິກ ອົງການອະນາໄມໂລກ (WHO) ປະກາດຮັບຮອງການໃຊ້ວັກຊີນໂຄວິດຊະນິດໃໝ່ສັນຊາດອິນເດຍ “Covaxin” ທີ່ຜະລິດໂດຍ Bharat Biotech ບໍລິສັດການຢາຂອງອິນເດຍ ເປັນກໍລະນີສຸກເສີນແລ້ວ ແລະນັບເປັນວັກຊີນຊະນິດທີ 7 ຕໍ່ຈາກວັກຊີນ mRNA ຈາກ Pfizer-BioNTech ແລະ Moderna, AstraZeneca (ລວມເຖິງວັກຊີນຮຸ່ນທີ່ຜະລິດໂດຍສະຖາບັນເຊຣຸ່ມແຫ່ງຊາດອິນເດຍຄື Covishield), ວັກຊີນ Johnson & Johnson ແລະ ວັກຊີນຊະນິດເຊື້ອຕາຍຄື: Sinovac ແລະ Sinopharm.

ຜູ້ຊ່ຽວຊານຂອງ WHO ລະບຸວ່າ ຫຼັງຈາກການປະເມີນແລ້ວ Covaxin ມີປະສິດທິພາບ ແລະ ຄວາມປອດໄພພຽງພໍເຖິງເກນມາດຕະຖານຂອງ WHO ໂດຍແນະນຳໃຫ້ສັກວັກຊີນຊະນິດນີ້ 2 ເຂັມ ຫ່າງກັນ 4 ອາທິດ ໃນກຸ່ມຜູ້ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ ເຊິ່ງ Covaxin ໄດ້ຮັບອະນຸຍາດໃຫ້ໃຊ້ໄດ້ເປັນກໍລະນີສຸກເສີນໃນປະເທດໂດຍໜ່ວຍງານຂອງປະເທດອິນເດຍ ຕັ້ງແຕ່ອາຍຸ 18 ປີຂື້ນໄປ, ໄດ້ຮັບອະນຸຍາດໃຫ້ໃຊ້ໄດ້ເປັນກໍລະນີສຸກເສີນໃນປະເທດໂດຍໜ່ວຍງານຂອງອິນເດຍ ຕັ້ງແຕ່ເດືອນມັງກອນ 2021 ໂດຍມີປະສິດທິພາບໃນການຕ້ານໂຄວິດປະມານ 78%.

ການຮັບຮອງ Covaxin ຈະຊ່ວຍເຮັດໃຫ້ປະເທດທີ່ມີລາຍຮັບໜ້ອຍສາມາດເຂົ້າເຖິງວັກຊີນໄດ້ຫຼາຍກວ່າເກົ່າ ອີກທັງຍັງເປັນການເຮັດໃຫ້ຄົນອິນເດຍທີ່ໄດ້ຮັບວັກຊີນ Covaxin ສາມາດເດີນທາງອອກໄປທ່ອງທ່ຽວພາຍນອກປະເທດໄດ້ ໃນໄລຍະທີ່ຫຼາຍໆປະເທດເລີ່ມກັບມາເປີດຮັບນັກທ່ອງທ່ຽວຕ່າງປະເທດແລ້ວ.

ໂດຍທາງ Bharat Biotech ຕັ້ງເປົ້າຈະສັກວັກຊີນ Covaxin ໃຫ້ໄດ້ 1 ພັນລ້ານໂດສ ພາຍໃນປີ 2021 ແລະ ກຳລັງຢູ່ໃນລະຫວ່າງການຖ່າຍໂອນເທັກໂນໂລຢີການຜະລິດທີ່ຈະມີສ່ວນຊ່ວຍໃຫ້ປະຊາຄົມໂລກສາມາດເຂົ້າເຖິງວັກຊີນສັນຊາດອິນເດຍຊະນິດນີ້ໄດ້ຫຼາຍຂຶ້ນໄປອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/