Facebook ອະນຸມັດເພຈ Elon Musk ຕົວປອມມາຕົວະໂອນ Bitcoin


ເມື່ອບໍ່ດົນມານີ້ ທາງເພຈ Facebook ໄດ້ມີການອະນຸມັດ ຫຼື ການຢືນຢັນຂີດສີຟ້າໃຫ້ເພຈ Elon Musk ວ່າເປັນເພຈທາງການ ແຕ່ທີ່ຈິງແລ້ວ ນັ້ນແມ່ນເພຈຂອງຕົວປອມທີ່ໃຊ້ຊື່ຂອງເສດຖີດັງ ແຖມຍັງຂຽນຂໍ້ຄວາມລົງໄປຕົວະໂອນ Bitcoin ອີກນຳ.

ການຈະໄດ້ຮັບອະນຸມັດ ຫຼື ຢືນຢັນວ່າເປັນເພຈທາງການຈາກເຟສບຸກນັ້ນ ເຈົ້າຂອງຈະຕ້ອງພິສູດຕົວຕົນໂດຍການສະແດງໃບຂັບຂີ່ ຫຼື ໜັງສືເດີນທາງ. ແຕ່ Elon Musk ຕົວປອມຜູ້ນີ້ ເບິ່ງຊົງຈະຮູ້ວິທີຕົວະຂັ້ນຕອນຈົນໄດ້ຮັບຂີດສີຟ້າມາ. ບໍ່ພຽງແຕ່ເທົ່ານັ້ນ, ເພຈປອມນີ້ປັດຈຸບັນມີຜູ້ຕິດຕາມຮອດ 153,000 ຄົນ ເຊິ່ງເຈົ້າຕົວກໍບອກເອງວ່າ “ນີ້ແມ່ນແຟນເພຈທີ່ຈະລົງກ່ຽວກັບໂພສຊ່ອງທາງທະວີດເຕີຈາກ Elon Musk” ສະແດງໃຫ້ເຫັນຕົນເອງບໍ່ແມ່ນຕົວແທ້. ນອກຈາກນີ້ຍັງສະແດງໃຫ້ເຫັນວ່າຜູ້ບໍລິຫານຈັດການເພຈແມ່ນຢູ່ທີ່ປະເທດອີຢິບ ບໍ່ແມ່ນສະຫະລັດອາເມຣິກາທີ່ເປັນບ່ອນອາໄສຂອງ Elon. ແຕ່ເຖິງຢ່າງໃດ, ຜູ້ຄົນກໍຄິດວ່າແມ່ນເພຈທາງການຂອງມະຫາເສດຖີຄົນດັງ ລວມໄປເຖິງ Facebook.

ເພຈປອມດັ່ງກ່າວມີການເຄື່ອນໄຫວແຕ່ 11 ໂພສ ເຊິ່ງສ່ວນໃຫຍ່ຈະເປັນການລົງໂພສຕາມຈາກທະວິດເຕີຂອງ Elon Musk ແຕ່ຫຼ້າສຸດແມ່ນການຕົວະວ່າຈະໂອນເງິນຄຣິບໂຕສະກຸນ Bitcoin ໃຫ້ ຈົນໄດ້ຖືກ Facebook ເອົາເຄື່ອງໝາຍຢືນຢັນອອກໄປ. ຄວາມຈິງແລ້ວເພຈນີ້ຖືກສ້າງຂຶ້ນຕັ້ງແຕ່ເດືອນກໍລະກົດປີ 2019 ໃນຊື່ Kizito Gavin ຫຼັງຈາກນັ້ນກໍມີການປ່ຽນແປງຊື່ 6 ຄັ້ງ, ໃນນັ້ນມີການໃຊ້ຊື່ Elon Musk ສອງຄັ້ງຈົນໄດ້ຖືກຢືນຢັນຫຼັງຈາກປ່ຽນເປັນ Elon Musk ໃນວັນທີ 17 ເດືອນຕຸລາ. ປັດຈຸບັນເພຈນີ້ບໍ່ສາມາດເຂົ້າເຖິງໄດ້ແລ້ວ ແຕ່ຕົວ Facebook ກໍບໍ່ໄດ້ອອກມາປະກາດວ່າແມ່ນຍ້ອນ Facebook ປິດ ຫຼື ເຈົ້າຂອງເພຈເປັນຄົນປິດເອງ.

ແຕ່ໃນຂະນະດຽວກັນນັ້ນ Elon Musk ຕົວແທ້ທີ່ທຸກຄົນຕ່າງກໍຮູ້ວ່າລາວບໍ່ຖືກກັບ Facebook ກໍໄດ້ລຶບເພຈທາງການຂອງຕົນເອງຖິ້ມໄປຕັ້ງແຕ່ປີ 2018 ພ້ອມກັບປະກາດຕໍ່ສາທາລະນະຊົນວ່າບໍ່ໄດ້ຢູ່ໃນຊ່ອງທາງດັ່ງກ່າວ. Elon ໄດ້ກ່າວອະທິບາຍຕໍ່ການປິດເພຈວ່າ “ມັນບໍ່ໄດ້ກ່ຽວກັບທາງການເມືອງ ຫຼື ການທີ່ມີໃຜມາຖ້າໃຫ້ຂ້ອຍເຮັດແຕ່ຢ່າງໃດ ຂ້ອຍພຽງບໍ່ມັກ Facebook ມັນຮູ້ສຶກອຶດອັດ ເສຍໃຈນຳເດີ Facebook ບໍ່ໄດ້ເລື່ອງ”

Elon Musk ເປັນມະຫາເສດຖີພັນລ້ານຜູ້ກໍ່ຕັ້ງບໍລິສັດລົດຊື່ດັງຢ່າງ Tesla ແລະ ຍານອາວະກາດດັງຢ່າງ SpaceX ນັບວ່າເປັນໜຶ່ງໃນຜູ້ທີ່ລວຍທີ່ສຸດໃນໂລກດ້ວຍຊັບສິນ 335 ພັນລ້ານໂດລາສະຫະລັດ. ພ້ອມທັງຍັງມີຄວາມສົນໃຈໃນສະກຸນເງິນຄຣິບໂຕ, ດ້ວຍເຫດນັ້ນການເຄື່ອນໄຫວຂອງລາວຈຶ່ງມີອິດທິພົນຫຼາຍຕໍ່ຫຸ້ນ ແລະ ລາຄາຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/