Miss Universe Philippines 2021 ຄົນທຳອິດ ທີ່ເປັນ LGBTQ+ ຮັກໄດ້ທັງຍິງ ແລະ ຊາຍ


Beatrice Luigi Gomez ອາຍຸ 26 ປີ ເປັນມິສຢູນິເວີສ ຄົນທຳອິດຂອງຟີລິບປິນທີ່ເປັນ LGBTQ+ ແລະ ປັດຈຸບັນກໍມີແຟນແລ້ວເປັນຍິງດ້ວຍກັນ.

ເປັນຄົນມີຄວາມຮູ້ ຄວາມສາມາດ ບໍ່ວ່າຈະເປັນທາງດ້ານການງານຕ່າງໆ, ນອກຈາກນີ້ ກໍຍັງເກັ່ງທາງດ້ານກິລາອີກດ້ວຍ ພ້ອມຍັງເປັນຫົວໜ້າທີມໃນກິລາແຕ່ລະປະເພດທີ່ຕົນໄດ້ຫຼິ້ນ. ເລື່ອງການທະຫານກໍມີຄວາມຮູ້ເຊັ່ນກັນ ເພາະເຄີຍຝຶກຝົນມາຢ່າງດີ ແລະ ທີ່ສຳຄັນ ເປັນຄົນທີ່ມັກໃນການຊ່ວຍເຫຼືອສັງຄົມຢູ່ສະເໝີ.

ລະດັບການສຶກສາຂອງ Beatrice Luigi Gomez: ຈົບການສຶກສາທີ່ University of San Jose-Recoletos ດ້ານ Mass Communications.

ເປັນນັກກິລາ Volleyball ຂອງມະຫາວິທະຍາໄລ, ແລ່ນມາລາທອນກໍທຳລາຍສະຖິຕິເຖິງ 42 ກິໂລແມັດ. ເຂົ້າຮັບການຝຶກຫຼັກສູດພື້ນຖານທະຫານ ຈົນຖືກບັນຈຸເປັນໜ່ວຍສຳຮອງກອງທັບເຮືອຟິລິບປິນ.

ຜົນງານສູ່ເວທີນາງງາມ: ເຄີຍປະກວດເປັນນາງແບບມາດົນນານເກືອບ 10 ກວ່າປີ, ປີ 2015 ໄດ້ຮອງອັນດັບ 2 ຂອງການປະກວດ Miss Mandaue, ປີ 2020 ເຂົ້າປະກວດເວທີ Binibining Cebu 2020 ນາງງາມທູດການທ່ອງທ່ຽວ ແລະ ປີ 2021 ໄດ້ປະກວດມິສຢູນິເວິສ ຈົນກາຍເປັນ Miss Universe Philippines 2021.

ນັບໄດ້ວ່າເປັນອີກເລື່ອງທີ່ໜ້າປະທັບໃຈ ເພາະນອກຈາກຈະເປັນຕົວແທນປະເທດໄປໂຊຄວາມງາມ ຄວາມສາມາດ ໃນເວທີລະດັບໂລກແລ້ວ ຍັງເປັນເລື່ອງທີ່ດີທີ່ສື່ເຖິງຄວາມເທົ່າທຽມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/