ກຳລັງປຶກສາຫາລືເລື່ອງເປີດປະເທດ! ຖ້າເປີດກໍຕ້ອງເປີດແບບເທື່ອລະກ້າວ ມີແບບແຜນ ມີຄວາມພ້ອມ ແລະ ມີມາດຕະການ


ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ປະຈຳວັນທີ 5 ພະຈິກ 2021 ທ່ານນາຍົກໄດ້ກ່າວວ່າ:

ໃນຫຼາຍປະເທດ ປັດຈຸບັນແມ່ນມີການປັບປ່ຽນໃນຫຼາຍໆດ້ານ ໃນການປ້ອງກັນຄວບຄຸມພະຍາດໂຄວິດ ແລະ ມີຫຼາຍວິທີການໃໝ່. ເຊິ່ງບາງປະເທດຈະບໍ່ມີການຕັ້ງດ່ານກວດກາ ຄືດັ່ງປະເທດເຮົາໄດ້ປະຕິບັດຜ່ານມາ, ເຂົາໄດ້ປ່ຽນວິທີປະຕິບັດ ຍ້າຍຈາກບ່ອນກັກຕົວ ໄປຢູ່ໂຮງແຮມ ຫຼື ບ່ອນທີ່ຕິດພັນກັບວຽກງານ ພັດທະນາເສດຖະກິດ ການທ່ອງທ່ຽວ.

ຕໍ່ມາຕ້ອງໄດ້ສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈ ທຸກວິທີການ ແລະ ມາດຕະການ ເພື່ອໃຫ້ປະຊາຊົນຮ່ວມມື ການປະຕິວັດການປ້ອງກັນຂອງພະຍາດໂຄວິດ. ໂດຍສະເພາະ ແມ່ນຫັນຈາກວິຖີຊີວິດປົກກະຕິແບບເກົ່າ ໄປສູ່ວິຖີຊີວິດປົກກະຕິແບບໃໝ່, ໂດຍກັ່ນຕອງສຸຂະພາບ ແລະ ຊີວິດການທຳມາຫາກິນ ພັດທະນາເສດຖະກິດ-ສັງຄົມ ຕ້ອງໄດ້ເຮັດໄປຄູ່ໆກັນ. ຄືດັ່ງທີ່ກ່າວໄວ້ເມື່ອກ່ອນວ່າ: ພວກເຮົາບໍ່ສາມາດອັດປະຕູຂັງຕົນເອງໃນເຮືອນໄດ້ ຈະເອົາຫຍັງມາກິນຖ້າເຮັດຄືດັ່ງນັ້ນ ເງິນສະສົມໄວ້ຢູ່ເຮືອນມັນກໍໝົດ ເຮົາຕ້ອງໄດ້ອອກຜະລິດທຳມາຫາກິນ ປ້ອງກັນໂຄວິດກໍຕ້ອງປ້ອງກັນ ເຊິ່ງທຸກປະເທດກໍເປັນຄືດັ່ງນັ້ນ.

ສະນັ້ນ ເລື່ອງວິຖີຊີວິດໃໝ່ ປົກກະຕິໃໝ່ແມ່ນ: 1. ກໍຕ້ອງສັກວັກຊີນ, 2. ປະຕິບັດມາດຕະການປ້ອງກັນຕ່າງໆ ນັບທັງເວັ້ນໄລຍະຫ່າງທາງສັງຄົມ, ລ້າງມື, ໃສ່ຜ້າອັດປາກ ແລະ ອື່ນໆ.

ສຳລັບການເປີດປະເທດ ມັນເປັນທ່າງອ່ຽງຂອງໂລກກັບພາກພື້ນ ເຮົາກໍຕ້ອງໄດ້ເປີດ ແຕ່ວິທີເປີດຂອງເຮົາແມ່ນ ເຮົາຕ້ອງເຮັດໄປເທື່ອລະກ້າວ ເທື່ອລະຂະແໜງການ ແລະ ທ້ອງຖິ່ນ, ບໍ່ແມ່ນປະກາດເປີດແລ້ວ ພາກັນໄປເຮັດຄືໄປເບິ່ງຄືບຸນບັ້ງໄຟ ໃຫ້ເຂົ້າໃຈຄືແນວນັ້ນ. ຍົກຕົວຢ່າງ: ເຮົາຈະເປີດແຫຼ່ງທ່ອງທ່ອງຢູ່ຫຼວງພະບາງ ຫຼວງພະບາງກໍຕ້ອງກຽມພ້ອມ ໂຮງແຮມ ສະຖານທີ່ຕ່າງໆ, ຕ້ອງໄດ້ກຽມພ້ອມທຸກດ້ານ ຕ້ອງມີແບບແຜນຈຶ່ງຈະເປີດ. ການເປີດປະເທດບໍ່ແມ່ນເປີດບາດດຽວຄືກັບປ່ອຍເຂື່ອນມັນບໍ່ແມ່ນ, ເຮົາຕ້ອງໄດ້ເຮັດໄປຕາມລະບຽບ ເຮັດໄປເທື່ອລະກ້າວ.

ໃນກອງປະຊຸມ ທ່ານນາຍົກກ່າວອີກວ່າ: ກຳລັງປຶກສາຫາຫາລືກັນກັບຜູ້ປະກອບການ, ຂະແໜງການ ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນເລື່ອງການເປີດປະເທດ ແລະ ຕ້ອງໄດ້ວາງແຜນການຢ່າງຄັກແນ່ ບໍ່ແມ່ນເຮັດສຸ່ມສີ່ສຸ່ມຫ້າ.

ຂອບໃຈຂໍ້ມູນການຖ່າຍທອດສົດ: ໂທລະພາບແຫ່ງຊາດ ທຊລ 1 (ນາທີ 25:18-37:00)

ລິ້ງການຖ່າຍທອດສົດ: https://fb.watch/94Kh-QmOYw/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/