ສະຫະລາຊະອານາຈັກ ເປັນບ່ອນທຳອິດທີ່ອະນຸມັດຢາປິ່ນປົວ COVID-19 ແບບເມັດຂອງ Merck


ຢາປິ່ນປົວ Covid-19 ຊະນິດເມັດຕົວທຳອິດຂອງໂລກ ໄດ້ຮັບການອະນຸມັດແລ້ວຮຽບຮ້ອຍທີ່ສະຫະລາຊະອານາຈັກ.

Molnupiravir ຊື່ຂອງຢາປົວຊະນິດເມັດທີ່ເປັນຂອງບໍລິສັດ Merck, Sharp and Dohme (MSD) and Ridgeback Biotherapeutics ຈາກສະຫະລັດອາເມຣິກາ ໄດ້ມີການພັດທະນາຈົນກາຍເປັນຢາປິ່ນປົວສຳລັບ Covid-19 ໃນຮູບແບບເມັດທີ່ສາມາດກິນໄດ້ ແທນການສັກຢາ.

ການທົດລອງການວິໄຈຢາກັບຄົນ ແມ່ນເພື່ອປິ່ນປົວໂຣກໄຂ້ຫວັດໃຫຍ່ ແລະ ຕັດຄວາມສ່ຽງຂອງອາການສາຫັດ ຫຼື ຄວາມສ່ຽງການເສຍຊີວິດໃຫ້ລົດລົງໄປ 50%. ການປິ່ນປົວໃນຮູບແບບໃໝ່ນີ້  ຈະແນໃສ່ການສ້າງຈຸດບົກຜ່ອງທາງລະຫັດກຳມະພັນຂອງເອັນໄຊມ ທີ່ເຊື້ອໄວຣັສນຳໄປໃຊ້ເພື່ອຂະຫຍາຍປະລິມານຂອງຕົວມັນ. ວິທີການນີ້ຈະປ້ອງກັນບໍ່ໃຫ້ມັນເພີ່ມພູນຂຶ້ນ ແລະ ຈະເຮັດໃຫ້ຈຳນວນຂອງເຊື້ອຢູ່ໃນລະດັບຕ່ຳໃນຮ່າງກາຍ, ມັນຈຶ່ງຫຼຸດຜ່ອນຄວາມຮຸນແຮງຂອງໂຣກໄດ້. ທາງບໍລິສັດ Merck ໄດ້ກ່າວວ່າຢານີ້ຈະສາມາດປິ່ນປົວເຊື້ອຊະນິດໃໝ່ທີ່ຈະວິວັດທະນາໄປໃນອະນາຄົດໄດ້ໃນປະສິດທີພາບເທົ່າໆກັນ.

ຜົນຈາກການທົດລອງວິໄຈຢາກັບຄົນໃນຮອບກ່ອນໜ້ານີ້ ໂດຍຜ່ານອາສາສະໝັກ 775 ຄົນທີ່ຕິດເຊື້ອນັ້ນພົບວ່າ 7.3% ຂອງຜູ້ປ່ວຍທີ່ໄດ້ຮັບຢາມີອາການຮຸນແຮງຕ້ອງເຂົ້າພັກໃນໂຮງໝໍ, ເມື່ອປຽບທຽບກັບ 14.1% ຂອງຜູ້ປ່ວຍທີ່ໄດ້ຮັບຢາຕົວະ ທີ່ບໍ່ມີຜົນປິ່ນປົວຫຍັງ. ຜູ້ປ່ວຍທີ່ໄດ້ຮັບຢາແທ້ molnupiravir ແມ່ນບໍ່ມີຜູ້ໃດເສຍຊີວິດ. ແຕ່ຜູ້ປ່ວຍ 8 ຄົນຈາກກຸ່ມທີ່ໄດ້ຮັບຢາຕົວະນັ້ນເສຍຊີວິດຈາກ Covid ຫຼັງຈາກການທົດລອງ.

ການວິໄຈນີ້ໄດ້ຖືກປ່ອຍຜ່ານການຖະແຫຼງການ ແລະ ຍັງບໍ່ໄດ້ຮັບການກວດສອບຈາກກຸ່ມຊ່ຽວຊານໃນໜ້າວຽກດຽວກັນເທື່ອ. ແຕ່ຕົວເລກຂໍ້ມູນກໍສະແດງໃຫ້ເຫັນວ່າຕ້ອງຮີບກິນຢາທັນທີ ກ່ອນທີ່ອາການຈະເລີ່ມພັດທະນາໄປຈົນກໍ່ໃຫ້ເກີດຜົນກະທົບ. ເນື່ອງຈາກອ້າງອີງຈາກການວິໄຈກ່ອນໜ້າໄປອີກ ແມ່ນໄດ້ໃຊ້ຢາກັບຜູ້ປ່ວຍທີ່ມີອາການຮຸນແຮງຢູ່ແລ້ວພ້ອມທັງກຳລັງຮັບການປິ່ນປົວໃນໂຮງໝໍຢູ່ ແຕ່ຕ້ອງໄດ້ຢຸດການທົດລອງຊົ່ວຄາວຫຼັງຈາກໄດ້ຮັບຜົນທີ່ລົ້ມເຫຼວ. ເຊິ່ງໃນເອກະສານຢືນຢັນຂອງຢາເມັດ molnupiravir ນັ້ນ ທາງອົງການ MHRA ແນະນຳໃຫ້ຕ້ອງໃຊ້ຢາທັນທີເມື່ອຮັບຮູ້ວ່າຜົນກວດເປັນບວກ ແລະ ພາຍໃນໄລຍະ 5 ມື້ທີ່ມີອາການ.

ອົງການຄວບຄຸມຢາຂອງສະຫະລາຊະອານາຈັກ, MHRA ໄດ້ກ່າວວ່າຢາເມັດນີ້ໄດ້ຮັບອະນຸມັດໃຫ້ໃຊ້ກັບຜູ້ປ່ວຍ Covid-19 ທີ່ມີອາການອ່ອນໄປຈົນຮອດປານກາງ ແລະ ຜູ້ທີ່ມີໂຣກປະຈຳຕົວທີ່ຈະມີປັດໄຈໃຫ້ເກີດອາການຮຸນແຮງເພີ່ມຂຶ້ນເຊັ່ນ: ໂຣກເບົາຫວານ, ໂຣກຕຸ້ຍ, ອາຍຸສູງ ຫຼື ໂຣກຫົວໃຈ. ຫົວໜ້າຝ່າຍບໍລິຫານ June Raine ໄດ້ກ່າວວ່າ: “ຢານີ້ເປັນຢາປິ່ນປົວແບບເມັດທີ່ໄດ້ຮັບການອະນຸມັດຕົວທຳອິດຂອງໂລກ. ມັນສຳຄັນຫຼາຍ, ເພາະວ່າມັນໝາຍເຖິງພວກເຮົາສາມາດກວດເບິ່ງຕິດຕາມການປິ່ນປົວ ກ່ອນທີ່ເຊື້ອມັນຈະໄປຮອດຂັ້ນຮຸນແຮງ ນອກເໜືອຈາກການຕິດຕາມໃນໂຮງໝໍໄດ້”  

ສະຫະລາຊະອານາຈັກຈຶ່ງເຫັນດີຕົກລົງສັ່ງຊື້ໄປ 480,000 ຊຸດ ໂດຍຄາດວ່າການຈັດສົ່ງຈະຢູ່ພາຍໃນເດືອນພະຈິກນີ້. ໃນເບື້ອງຕົ້ນນັ້ນ, ທາງລັດຖະບານຈະໃຫ້ຢາແກ່ທັງຜູ້ປ່ວຍທີ່ໄດ້ຮັບ ແລະ ບໍ່ໄດ້ຮັບການສັກວັກຊີນເພື່ອເປັນການສຶກສາ ແລະ ເພື່ອເກັບກຳຂໍ້ມູນວ່າຈະສັ່ງຊື້ເພີ່ມໃນພາຍໜ້າຫຼືບໍ່.

ຢານີ້ຈະໃຫ້ແກ່ກຸ່ມຜູ້ປ່ວຍທີ່ສຸຂະພາບບໍ່ແຂງແຮງ ແລະ ຫຼັງຈາກການກວດພົບເຊື້ອ ຫຼື ມີອາການໄດ້ບໍ່ດົນເພື່ອໃຫ້ການປິ່ນປົວມີປະສິດທິພາບທີ່ສຸດ ໂດຍຜູ້ປ່ວຍຈະຕ້ອງກິນຢາມື້ລະ 2 ຮອບ.

ທາງອົງການບໍລິການສຸຂະພາບ (NHS) ຍັງບໍ່ໄດ້ປະກາດຢ່າງຈະແຈ້ງວ່າຈະລົງມືດຳເນີນການຢ່າງໃດ, ແຕ່ກໍອາດຈະໄດ້ໃຫ້ຢານີ້ແກ່ຜູ້ປ່ວຍທີ່ປິ່ນປົວຢູ່ເຮືອນທີ່ເປັນຜູ້ສູງອາຍຸ ຫຼື ຜູ້ປ່ວຍທີ່ບໍ່ແຂງແຮງ ເຊິ່ງຈະຕັດສິນໂດຍແພດຜູ້ໃຫ້ການບົ່ງພະຍາດພວກເຂົາຫຼັງຈາກກວດພົບເຊື້ອ.

ໃນສະຫະລາຊະອານະຈັກນັ້ນ ເຖິງແມ່ນວ່າກໍລະນີຕິດເຊື້ອຈະຄົງທີ່, ແຕ່ອັດຕາການເສຍຊີວິດກັບເພີ່ມຂຶ້ນ. ເຊິ່ງມັນເລີ່ມມີສັນຍານວ່າເຊື້ອນັ້ນກຳລັງເຂົ້າມາສູ່ກຸ່ມຜູ້ສູງອາຍຸແລ້ວ. ວັນພະຫັດທີ່ຜ່ານມາມີຈຳນວນຜູ້ຕິດເຊື້ອ 41,242 ຄົນ ແລະ ມີ 214 ຄົນເສຍຊີວິດຈາກການກວດພົບເຊື້ອພາຍໃນ 28 ມື້.

ພວກເຂົາຍັງບໍ່ຮູ້ວ່າລາຄາຂອງຢາ 480,000 ຊຸດນັ້ນຈະແມ່ນເທົ່າໃດ. ແຕ່ທາງສະຫະລັດອາເມຣິກາໄດ້ມີການສັ່ງຊື້ໄປລ່ວງໜ້າ 1.7 ລ້ານຊຸດ ໂດຍຕີລາຄາແມ່ນ 1.2 ພັນລ້ານໂດລາສະຫະລັດ, ເຊິ່ງຖ້າອ້າງອີງຈາກລາຄານີ້ກໍຈະຕົກທີ່ 700 ໂດລາສະຫະລັດ ຕໍ່ຜູ້ປ່ວຍຄົນໜຶ່ງ. Merck ເປັນບໍລິສັດທຳອິດທີ່ໄດ້ສົ່ງລາຍງານຂອງຜົນການທົດລອງປິ່ນປົວ Covid ເຊິ່ງປັດຈຸບັນບໍລິສັດຢາລາຍໃຫຍ່ຕ່າງໆ ກໍພະຍາຍາມຮີບຜະລິດຂຶ້ນມາເຊັ່ນ Pfizer ທີ່ໄດ້ເລີ່ມການທົດລອງໄປແລ້ວສອງຮູບແບບ.

ນອກຈາກນີ້ປະເທດອອສເຕຣເລຍ, ສິງກະໂປ ແລະ ສ.ເກົາຫຼີ ຕ່າງກໍໄດ້ເຮັດຂໍ້ຕົກລົງສັ່ງຊື້ຢາເປັນທີ່ຮຽບຮ້ອຍແລ້ວ. ຖ້າຫາກຢາປິ່ນປົວດັ່ງກ່າວສາມາດເຂົ້າມາລາວໄດ້, ມັນກໍຈະມີໂອກາດສູງຫຼາຍທີ່ການໃຊ້ຊີວິດແບບປົກກະຕິຈະຟື້ນຟູກັບມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/