190 ປະເທດ ແລະ ອົງກອນທົ່ວໂລກປະກາດ ກຽມຍົກເລີກການຜະລິດພະລັງງານໄຟຟ້າຈາກຖ່ານຫີນ


ລັດຖະບານອັງກິດ ໃນຖານະເປັນເຈົ້າພາບຈັດການປະຊຸມລັດພາຄີກອບອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບພູມອາກາດ ຫຼື COP26 ທີ່ເມືອງ ກລາສໂກ (Glasgow) ຂອງ ສະກັອດແລນ ເຜີຍໃນຖະແຫຼງການຮ່ວມໃນວັນທີ 3 ພະຈິກ ວ່າ 190 ປະເທດ ແລະ ອົງກອນຕ່າງໆທົ່ວໂລກ ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະຍົກເລີກການຜະລິດພະລັງງານໄຟຟ້າຈາກຖ່ານຫີນ ໂດຍລົງນາມຂໍ້ຕົກລົງໃນວັນທີ 4 ພະຈິກ ເພື່ອຢຸດການລົງທຶນສ້າງໄຟຟ້າຖ່ານຫີນແຫ່ງໃໝ່ທັງໃນປະເທດແລະຕ່າງປະເທດ ພ້ອມທັງກຽມໃຫ້ຢຸດການຜະລິດພະລັງງານໄຟຟ້າຈາກຖ່ານຫີນທັງໝົດພາຍໃນປີ 2030 ສໍາລັບປະເທດຮັ່ງມີ ແລະ ພາຍໃນປີ 2040 ສໍາລັບປະເທດທຸກຍາກ.

“ຈຸດສິ້ນສຸດຂອງຖ່ານຫີນນັ້ນຢູ່ໃນສາຍຕາເຮົາ ໂລກກຳລັງເຄື່ອນໄປໃນທິດທາງທີ່ຖືກຕ້ອງ ໂດຍກຽມພ້ອມທີ່ຈະຈົບຊະຕາກຳຂອງຖ່ານຫີນ ແລະ ຮັບຜົນປະໂຫຍດຕໍ່ສິ່ງແວດລ້ອມແລະເສດຖະກິດ ຈາກການສ້າງອະນາຄົດທີ່ຂັບເຄື່ອນດ້ວຍພະລັງງານສະອາດ” ກວາຊີ ກວາເຕັງ (Kwasi Kwarteng)  ລັດຖະມົນຕີວ່າການກະຊວງທຸລະກິດ ພະລັງງານ ແລະ ຍຸດທະສາດດ້ານອຸດສາຫະກຳແຫ່ງອັງກິດ ໄດ້ກ່າວ.

ປະເທດທີ່ຕອບຮັບຂໍ້ຕົກລົງສະບັບນີ້ແມ່ນ ປະເທດທີ່ນຳໃຊ້ຖ່ານຫີນຂະໜາດໃຫຍ່ ເຊັ່ນ: ໂປແລນ, ຫວຽດນາມ ແລະ ຊິລີ. ໃນຂະນະທີ່ປະເທດທີ່ເພິ່ງພາອາໄສພະລັງງານໄຟຟ້າຈາກຖ່ານຫີນຂະໜາດໃຫຍ່ ຄື: ອອສເຕຣເລຍ, ອິນເດຍ, ຈີນ ແລະ ອາເມຣິກາ ບໍ່ໄດ້ເຂົ້າຮ່ວມ.

ຖ່ານຫີນນັ້ນຖືເປັນເຊື້ອໄຟຟອສຊິລ (Fossil Fuel) ທີ່ສ້າງມົນລະພິດຫຼາຍທີ່ສຸດ ແລະເປັນຕົວການສຳຄັນໃນການແຜ່ກະຈາຍກາສ Co2 ອອກໄປສູ່ຊັ້ນບັນຍາກາດໂລກດ້ວຍການເຜົາໄໝ້ ເຊິ່ງນັ້ນເປັນປັດໄຈສໍາຄັນທີ່ເຮັດໃຫ້ອຸນຫະພູມຂອງໂລກເພີ່ມຂຶ້ນ ແລະ ການປ່ຽນແປງທາງສະພາບພູມອາກາດ.

ຂໍ້ມູນໃນປີ 2019 ພົບວ່າໂລກຍັງໃຊ້ພະລັງງານໄຟຟ້າທີ່ຜະລິດມາຈາກຖ່ານຫີນ ຄິດໄລ່ເປັນ 37% ຂອງພະລັງງານໄຟຟ້າທັງໝົດ ເຊິ່ງຈຸດດີຈາກການໃຊ້ຖ່ານຫີນຜະລິດໄຟຟ້າແມ່ນມີຄ່າໃຊ້ຈ່າຍທີ່ຕໍ່າ ເຮັດໃຫ້ຫຼາຍປະເທດ ເຊັ່ນ: ອາຟຣິກາໃຕ້, ໂປແລນ, ອິນເດຍ ມີການສ້າງໂຮງໄຟຟ້າຖ່ານຫີນເປັນຈຳນວນຫຼາຍ ແລະ ສົ່ງຜົນໃຫ້ການປ່ຽນໄປນຳໃຊ້ພະລັງງານທາງເລືອກທີ່ສະອາດກວ່ານັ້ນຈຳເປັນຕ້ອງໃຊ້ເງິນລົງທຶນເປັນຈຳນວນຫຼາຍ.

ແຕ່ເຖິງຢ່າງນັ້ນ ໃນໄລຍະຫຼາຍປີທີ່ຜ່ານມາ ການສ້າງທໍ່ສົ່ງສຳລັບໂຄງການໂຮງໄຟຟ້າຖ່ານຫີນແຫ່ງໃໝ່ທົ່ວໂລກມີຈຳນວນລົດລົງຢ່າງຕໍ່ເນື່ອງ ເຖິງວ່າ ຈີນ, ອິນເດຍ, ຫວຽດນາມ ແລະ ອິນໂດເນເຊຍ ຈະຍັງມີແຜນການລົງທຶນກໍ່ສ້າງໂຮງໄຟຟ້າຖ່ານຫີນແຫ່ງໃໝ່ເພີ່ມຕື່ມ.

ໃນສ່ວນຂອງຫວຽດນາມທີ່ຕອບຮັບຂໍ້ຕົກລົງຍົກເລີກຜະລິດພະລັງງານໄຟຟ້າຈາກຖ່ານຫີນ ແຕ່ຍັງບໍ່ມີຄວາມຊັດເຈນວ່າຈະສົ່ງຜົນໃຫ້ຢຸດໂຄງການສ້າງໂຮງໄຟຟ້າຖ່ານຫີນແຫ່ງໃໝ່ທີ່ຢູ່ໃນລະຫວ່າງການກະກຽມຫຼືບໍ່.

ໃນຂະນະທີ່ຈີນ ເຊິ່ງເປັນຜູ້ຜະລິດໄຟຟ້າຈາກຖ່ານຫີນຂະໜາດໃຫຍ່ຂອງໂລກ ໃຫ້ຄຳໝັ້ນສັນຍາໃນເດືອນກັນຍາທີ່ຜ່ານມາວ່າຈະຢຸດສະໜັບສະໜູນການລົງທຶນໃນໂຄງການສ້າງໂຮງໄຟຟ້າຖ່ານຫີນແຫ່ງໃໝ່ໃນຕ່າງປະເທດ ແຕ່ບໍ່ລະບຸເຖິງການລະງັບການສ້າງໂຮງໄຟຟ້າຖ່ານຫີນພາຍໃນປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/