ຕະຫຼາດພັນທະບັດໂລກປະເຊີນແຮງເທຂາຍໜັກ ຫຼັງຍີ່ປຸ່ນສ້າງສະຖິຕິຜົນຕອບແທນ 3%
ຕະຫຼາດພັນທະບັດທົ່ວໂລກກຳລັງປະເຊີນແຮງເທຂາຍຢ່າງໜັກ ຫຼັງຜົນຕອບແທນພັນທະບັດລັດຖະບານຍີ່ປຸ່ນພຸ່ງທະລຸ 3% ເປັນຄັ້ງທຳອິດໃນຮອບ 30 ປີ. ວິກິດນີ້ເກີດຈາກພາວະເງິນເຟີ້ພະລັງງານ ແລະ ໜີ້ສິນທີ່ເພີ່ມຂຶ້ນ ເຊິ່ງຈະກະທົບໂດຍກົງຕໍ່ຕົ້ນທຶນການກູ້ຢືມຂອງລັດຖະບານທົ່ວໂລກ ແລະ ອາດປ່ຽນແປງທິດທາງການລົງທຶນຄັ້ງໃຫຍ່.
ຕາມການລາຍງານຂອງ Reuter, ສະຖານະການເທຂາຍນີ້ໄດ້ລຸກລາມໄປສູ່ບັນດາເສດຖະກິດໃຫຍ່ຕັ້ງແຕ່ສະຫະລັດອາເມລິກາ, ເຢຍລະມັນ ຈົນເຖິງອັງກິດ ທີ່ຜົນຕອບແທນພັນທະບັດໄດ້ພຸ່ງຂຶ້ນສູ່ລະດັບສູງສຸດໃນຮອບກວ່າ 10 ປີ. ປັດໄຈຫຼັກແມ່ນມາຈາກຄວາມເຄັ່ງຕຶງໃນຕາເວັນອອກກາງທີ່ຍູ້ລາຄານ້ຳມັນດິບ Brent ໃຫ້ສູງກວ່າ 92 ໂດລາຕໍ່ບາເຣວ ແລະ ກະຕຸ້ນໃຫ້ເກີດຄວາມກັງວົນວ່າທະນາຄານກາງຕ່າງໆຈະຕ້ອງໄດ້ປັບຂຶ້ນອັດຕາດອກເບ້ຍໃນໄວໆນີ້.
ນອກຈາກນີ້, ການລະດົມທຶນຢ່າງມະຫາສານຂອງບໍລິສັດເຕັກໂນໂລຊີຍັກໃຫຍ່ເພື່ອສະໜັບສະໜູນກະແສ AI ທ່າມກາງໜີ້ສິນຂອງສະຫະລັດທີ່ທະລຸ 40 ພັນຕື້ໂດລາ ຍິ່ງເປັນການຊໍ້າເຕີມໃຫ້ການເທຂາຍພັນທະບັດລັດຖະບານຮຸນແຮງຂຶ້ນ ເຊິ່ງຕາມຫຼັກການແລ້ວ ເມື່ອລາຄາພັນທະບັດຫຼຸດລົງ ອັດຕາຜົນຕອບແທນກໍຈະຍິ່ງສູງຂຶ້ນ.
ສຳລັບຍີ່ປຸ່ນໂດຍສະເພາະ, ການທີ່ຜົນຕອບແທນແຕະລະດັບ 3% ຖືເປັນເລື່ອງທີ່ເກືອບຈະເປັນໄປບໍ່ໄດ້ໃນອະດີດ ຫຼັງຈາກທີ່ທະນາຄານກາງໄດ້ເຂົ້າຊື້ໜີ້ສິນເພື່ອຮັກສາອັດຕາດອກເບ້ຍໃຫ້ຕໍ່າເປັນເວລາຫຼາຍສິບປີ.
ການປ່ຽນແປງນີ້ກຳລັງສ້າງຄວາມກັງວົນຢ່າງໜັກຕໍ່ລັດຖະບານ ເນື່ອງຈາກມັນຈະໄປເພີ່ມຕົ້ນທຶນໃນການຊຳລະໜີ້ສິນທີ່ສູງທີ່ສຸດໃນກຸ່ມປະເທດພັດທະນາແລ້ວ ໃນຂະນະທີ່ນາຍົກລັດຖະມົນຕີ ຊານາເອະ ທາກາອິຈິ ກຳລັງວາງແຜນກະຕຸ້ນການລົງທຶນຄັ້ງໃຫຍ່.
ບັນດານັກວິເຄາະຈາກ J.P. Morgan ຊີ້ໃຫ້ເຫັນວ່າ ທ່າອ່ຽງດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມກັງວົນດ້ານເງິນເຟີ້ ແລະ ວິໄນການຄັງ ໂດຍສະເພາະເມື່ອຍັງບໍ່ມີມາດຕະການທີ່ຊັດເຈນໃນການຈັດການກັບການຂາດດຸນຂອງບັນດາປະເທດເສດຖະກິດຂະໜາດໃຫຍ່.
ໃນຂະນະດຽວກັນ, ຜົນຕອບແທນພັນທະບັດອາຍຸ 10 ປີຂອງສະຫະລັດກໍໄດ້ພຸ່ງຂຶ້ນແຕະລະດັບສູງສຸດນັບຕັ້ງແຕ່ຕົ້ນປີ 2025 ທີ່ 4.798%, ຂະນະທີ່ເຢຍລະມັນ ແລະ ອັງກິດ ກໍແຕະລະດັບສູງສຸດນັບຕັ້ງແຕ່ປີ 2011 ແລະ 2008 ຕາມລຳດັບ.
ຜູ້ຊ່ຽວຊານລະບຸວ່າ ການເພີ່ມຂຶ້ນຂອງຕົ້ນທຶນການກູ້ຢືມໃນເອີຣົບແມ່ນຖືກຂັບເຄື່ອນໂດຍຄວາມຄາດຫວັງດ້ານເງິນເຟີ້, ສ່ວນໃນສະຫະລັດແມ່ນມາຈາກການເຕີບໂຕທາງເສດຖະກິດທີ່ດັນໃຫ້ອັດຕາຜົນຕອບແທນທີ່ແທ້ຈິງສູງຂຶ້ນ.
ປະກົດການທັງໝົດນີ້ກຳລັງຊີ້ໃຫ້ເຫັນເຖິງການປ່ຽນແປງໂຄງສ້າງຄັ້ງສຳຄັນ ເຊິ່ງພັນທະບັດຍີ່ປຸ່ນທີ່ເຄີຍເປັນບ່ອນຫຼົບໄພດອກເບ້ຍຕໍ່າຂອງໂລກໄດ້ປ່ຽນທິດທາງໄປແລ້ວ ແລະ ອາດດຶງດູດໃຫ້ນັກລົງທຶນຍີ່ປຸ່ນດຶງເງິນມະຫາສານກັບຄືນປະເທດ ເຊິ່ງຈະສົ່ງຜົນກະທົບເປັນວົງກວ້າງຕໍ່ສະພາບຄ່ອງ ແລະ ຕະຫຼາດການເງິນທົ່ວໂລກຢ່າງຫຼີກລ່ຽງບໍ່ໄດ້.
#LaoXperts #ການເງິນໂລກ #ພັນທະບັດຍີ່ປຸ່ນ #ເສດຖະກິດມະຫາພາກ #ວິກິດເງິນເຟີ້ #ຕະຫຼາດທຶນ


