Meta ເປີດໃຫ້ບໍລິການ Crayta ໃນ Facebook Gaming ແລ້ວ ເຊິ່ງຈະເຮັດໃຫ້ຜູ້ຫຼິ້ນ ສາມາດຫຼິ້ນເກມ ແລະ ສ້າງເກມຜ່ານ Cloud ໄດ້ເລີຍ


ມາກ ຊັກເກີ້ເບີກ (Mark Zuckerberg) CEO ຂອງ Meta ໄດ້ເປີດຕົວ Crayta ເຊິ່ງເປັນແພລັດຟອມການສ້າງເກມ ຫຼິ້ນເກມ ທີ່ໃຫ້ບໍລິການໃນ Cloud Streaming ຂອງ Facebook Gaming. ໂດຍຜູ້ຫຼິ້ນສາມາດສ້າງເກມຂຶ້ນມາ ຫຼື ເອົາເກມທີ່ຄົນອື່ນສ້າງໄວ້ມາຫຼິ້ນກໍໄດ້.

ເກມທີ່ສ້າງຂຶ້ນໃນ Crayta ຈະມີກຣາຟຟິກທີ່ສວຍງາມ ອອກສະໄຕຣ໌ກາຕູນ ຄ້າຍໆກັບເກມ Fortnite ແລະ ໃຊ້ Unreal Engine ໃນການພັດທະນາ. ດ້ວຍຄວາມທີ່ໃຫ້ບໍລິການ ຜ່ານ Cloud Streaming ຂອງ Facebook Gaming ມັນຈຶ່ງງ່າຍໃນການນຳໃຊ້ ເຖິງແມ່ນວ່າຜູ້ໃຊ້ບໍ່ມີອຸປະກອນຄອມພິວເຕີທີ່ມີປະສິດທິພາບສູງກໍຕາມ.

ແພລັດຟອມສັງຄົມ Crayta ທີ່ວ່ານີ້ ມີການເຮັດວຽກທີ່ໄວ ແລະ ໄດ້ປະສິດທິພາບໃນອຸປະກອນຄອມພິວເຕີທົ່ວໄປ. ລວມທັງຢູ່ໃນໂທລະສັບມືຖື ຜູ້ໃຊ້ສາມາດປັບແຕ່ງລັກສະນະຂອງ ຕົວລະຄອນ ຂອງຕົນເອງໄດ້ຢ່າງງ່າຍດາຍ ໂດຍຜ່ານແພລັດຟອມສັງຄົມ Crayta.

ສ່ວນການແບ່ງປັນຫ້ອງ ຫຼື ຊວນໝູ່ເຂົ້າມາຫຼິ້ນນຳກັນນັ້ນກໍເປັນໄປໄດ້ດ້ວຍຄວາມງ່າຍດາຍ ເພາະພຽງແຕ່ ຄັດລອກລິ້ງ ແລ້ວສົ່ງເວັບເບົາເຊີ້ ລະບົບກໍຈະເປີດຕົວເກມຂຶ້ນມາ ພ້ອມກັບນຳຜູ້ຫຼິ້ນເຂົ້າໄປໃນຫ້ອງທີ່ສ້າງໄວ້ທັນທີ.

ເຊິ່ງ ມາກ ຊັກເກີ້ເບີກ ໄດ້ເວົ້າກ່ຽວກັບ Crayta ໃນວິດີໂອທີ່ເປີດເຜີຍຕົວຢ່າງ Crayta ນີ້ວ່າ: “ຫຼາຍຄົນຄິດວ່າ Metaverse ເປັນປະສົບການທີ່ທຸກຄົນສາມາດມີຄວາມສຸກໃນໂລກສະເໝືອນຈິງ ໃນຮູບແບບ 3 ມິຕິ ແຕ່ມັນກໍແມ່ນຄວາມຈິງເລີຍ, ເພາະວ່າ Crayta ສາມາດໃຫ້ເຈົ້າມ່ວນແບບນັ້ນໄດ້ຄືກັນ ເຖິງແມ່ນວ່າເກມມີສະພາບແວດລ້ອມແບບ 2D ທີ່ສາມາດຫຼິ້ນໄດ້ຜ່ານໂທລະສັບມືຖື ແລະ ຄອມພິວເຕີກໍຕາມ.”

ເຖິງຢ່າງໃດກໍຕາມ Crayta ບໍ່ແມ່ນໂຄງການທີ່ Meta ເປັນຜູ້ລິເລີ່ມ ເພາະໂຄງການນີ້ ຖືກຄິດຄົ້ນ ແລະ ສ້າງຂຶ້ນໂດຍບໍລິສັດ Unit 2 ເຊິ່ງເປັນບໍລິສັດສະຕູດິໂອເກມຄອມພິວເຕີ ຈາກປະເທດອັງກິດ ແລະ ເປີດໃຫ້ຫຼິ້ນຢູ່ໃນແພລັດຟອມ Google Stadia ແລະ ໄດ້ອອກເວີຊັ່ນ PC ໃນ Epic Games Store ກ່ອນທີ່ຈະຖືກ Meta ເຂົ້າມາຊື້ກິດຈະການໄປ ແລ້ວມາເປີດຕົວໃນ ແພລັດຟອມ Facebook Gaming.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/