ຮີໂຣ້ 4 ຂາ!!!​ ເມື່ອ “ແຊມ” ນ້ອງໝາຮັກໂລກໃນຊິລີຊ່ວຍເກັບຂີ້ເຫຍື້ອຕາມສວນສາທາລະນະ


ໝາເປັນສັດສີ່ຂາທີ່ສະຫຼາດ ແລະ ມະຫັດສະຈັນ ມັນສາມາດຮຽນຮູ້ຈາກມະນຸດ ແລະ ເປັນເພື່ອນມະນຸດໄດ້ຢ່າງຊື່ສັດ. ເຊັ່ນດຽວກັນກັບ “ແຊມ” ນ້ອງໝາພັນບໍເດີຄໍລີ ອາຍຸ 5 ປີ ອາໄສຢູ່ເມືອງຊານຕິເອໂກ ໃນປະເທດຊິລີ ທີ່ກຳລັງໄດ້ຮັບຄວາມສົນໃຈຈາກຊາວເນັດຈາກການເກັບຂີ້ເຫຍື້ອໃນສວນສາທາລະນະຮັກສາຄວາມສະອາດໃນບໍລິເວນນັ້ນ.

Gonzalo Chiang ເຈົ້າຂອງແຊມໄດ້ບອກວ່າ ໃນທຸກໆມື້ລາວຈະພາແຊມມາຍ່າງຫຼິ້ນທີ່ສວນສາທາລະນະຊານຕິເອໂກ ພວກເຂົາມັກຈະພົບກັບຂີ້ເຫຍື້ອຕ່າງໆຈຳນວນຫຼາຍ 2 ຄູ່ຫູເລີຍພາກັນລົງມືເກັບຂີ້ເຫຍື້ອດ້ວຍຕົນເອງ.

ຕັ້ງແຕ່ເດືອນເມສາ ພວກເຂົາເກັບຂີ້ເຫຍື້ອໄດ້ເປັນຈຳນວນຫຼາຍເຊັ່ນ: ຜ້າປິດປາກອະນາໄມ 602 ອັນ, ຕຸກນ້ຳ 502 ຕຸກ, ກະປ໋ອງ 304 ກະປ໋ອງ ແລະ ຂີ້ເຫຍື້ອອື່ນໆເປັນຈຳນວນຫຼາຍ.

ເລື່ອງລາວຂອງແຊມ ໄດ້ຖືກເຜີຍແຜ່ລົງໃນອິນເຕີເນັດ ແລະ ໄດ້ຮັບຄວາມສົນໃຈເປັນຈຳນວນຫຼາຍ ຈົນເຈົ້າໜ້າທີ່ສວນສາທາລະນະນຳເອົາເລື່ອງຂອງແຊມໄປສ້າງເປັນກາຕູນ ເພື່ອສ້າງແຮງບັນດານໃຈ ແລະ ເປັນອະນຸສອນໃນການຖິ້ມຂີ້ເຫຍື້ອໃຫ້ຖືກຕ້ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/