Luca ລົດໄຟຟ້າທີ່ເຮັດມາຈາກຂີ້ເຫຍື້ອ


ປັດຈຸບັນມີຫຼາຍໜ່ວຍງານ ແລະ ຫຼາຍບໍລິສັດໃນຫຼາຍໆປະເທດ ເຊິ່ງມີຄວາມພະຍາຍາມໃນການແກ້ໄຂບັນຫາຂີ້ເຫຍື້ອທີ່ກຳລັງຈະລົ້ນໂລກດ້ວຍຫຼາກຫຼາຍວິທີການ ລວມເຖິງນັກສຶກສາກຸ່ມໜຶ່ງໃນປະເທດເນເທີແລນ ເຊິ່ງຄິດຄົ້ນລົດໄຟຟ້າທີ່ເຮັດມາຈາກວັດສະດຸທີ່ເຫຼືອຖິ້ມຈາກຫຼາຍປະເພດ.

ລົດສະປອດ 2 ບ່ອນນັ່ງສີເຫຼືອງສົດໃສ ເຊິ່ງກຸ່ມນັກສຶກສາຕັ້ງຊື່ໃຫ້ວ່າ Luca ເຮັດມາຈາກຂີ້ເຫຍື້ອເກືອບທັງຄັນ ບໍ່ວ່າຈະເປັນຂີ້ເຫຍື້ອທີ່ເກັບມາຈາກທະເລ, ຂວດພລາສຕິກ PET  ແລະ ຂີ້ເຫຍື້ອໃນຄົວເຮືອນ.

ກຸ່ມນັກສຶກສາ 22 ຄົນຈາກມະຫາວິທະຍາໄລເທັກໂນໂລຢີ Eindhoven ຂອງເນເທີແລນ ໃຊ້ເວລາປະມານ 18 ເດືອນ ໃນການສ້າງສັນລົດໄຟຟ້າ Luca ເຊິ່ງສາມາດແລ່ນດ້ວຍຄວາມໄວສູງສຸດ 90 ກິໂລແມັດ/ຊົ່ວໂມງ ແລະ ແລ່ນໄດ້ໄກເຖິງ 220 ກິໂລແມັດ ເມື່ອຊາຈໄຟເຕັມທີ່.

ສ່ວນປະກອບຂອງລົດຄັນນີ້ ເຮັດມາຈາກຂີ້ເຫຍື້ອຫຼາຍປະເພດເຊັ່ນ: Chassis ທີ່ເຮັດມາຈາກຜ້າລິນິນ ແລະ ຂວດພລາສຕິກ PET ຣີໄຊເຄິລ; ຕົວຖັງລົດເຮັດມາຈາກພລາສຕິກແຂງທີ່ມັກຈະພົບໃນໂທລະທັດ, ຂອງຫຼິ້ນ ແລະ ເຄື່ອງຄົວ; ເບາະນັ່ງທີ່ເຮັດມາຈາກໄຍໝາກພ້າວ ແລະ ຂົນມ້າ.

ກຸ່ມນັກສຶກສາຜູ່ປະດິດລົດໄຟຟ້າ Luca ຕ້ອງມີສ່ວນຊ່ວຍແກ້ບັນຫາຂີ້ເຫຍື້ອທີ່ກຳລັງຈະລົ້ນໂລກ ແລະ ພວກເຂົາຫວັງວ່າ ບໍລິສັດລົດຕ່າງໆ ຈະເລີ່ມເອົາຂີ້ເຫຍື້ອ ຫຼື ວັດສະດຸຊີວະພາບມາໃຊ້ໃນການຜະລິດຊິ້ນສ່ວນຕ່າງໆຂອງລົດ.

Luca ເປັນລົດໄຟຟ້າຕົ້ນແບບທີ່ອາດຈະຍັງບໍ່ໄດ້ຄຸນະພາບທີ່ດີທີ່ສຸດ ແຕ່ມັນກໍເປັນຄວາມຄິດສ້າງສັນຂອງນັກສຶກສາທີ່ໜ້າຊື່ນຊົມ ແລະ ເປັນການເລີ່ມຕົ້ນທີ່ໜ້າຊົມເຊີຍ.

ທີ່ມາ: https://home.maefahluang.org/17687553/luca