7 ເລື່ອງໜ້າຮູ້ ກ່ຽວກັບການເລືອກຕັ້ງ ໃນທົ່ວໂລກ ແລະ ເລື່ອງທີ່ຄວນຄິດໃນເວລາເລືອກຕັ້ງ


ບັນດາປະເທດໃນທົ່ວໂລກມີລະບົບລະບຽບທີ່ແຕກຕ່າງກັນ ໂດຍສະເພາະເລື່ອງລະບົບການປົກຄອງ ບາງປະເທດອາດປົກຄອງດ້ວຍລະບົບລາຊາ, ບາງປະເທດແມ່ນລະບົບປະຊາທິປະໄຕ ແລະ ເມື່ອເວົ້າເຖິງການເລືອກຕັ້ງ ກໍຖືວ່າເປັນເລື່ອງໜ້າສົນໃຈ ແລະ ສຳຄັນຢ່າງຍິ່ງສຳລັບທຸກຄົນພາຍໃນປະເທດ ແລະ ສຳລັບບາງປະເທດເລື່ອງດັ່ງກ່າວກໍຍັງມີອິດທິພົນຕໍ່ກັບຄົນນອກປະເທດອີກດ້ວຍເຊັ່ນ ການເລືອກຕັ້ງເອົາປະທານາທິບໍດີຂອງສະຫະລັດອາເມລິກາ ຄົນທີ 46 ໃນຕົ້ນເດືອນພະຈິກ 2020 ທີ່ຜ່ານມານີ້ ຖືວ່າໄດ້ຮັບຄວາມສົນໃຈຈາກຄົນທົ່ວໂລກ.

US election live: America heads to the polls | Financial Times

ແລ້ວແຕ່ລະປະເທດມີກໍມີການດຳເນີນການເລືອກຕັ້ງທີ່ບໍ່ຄືກັນ ເຊິ່ງບາງເລື່ອງພວກເຮົາອາດຈະບໍ່ຮູ້ ຫຼື ບໍ່ເຄີຍໄດ້ຍິນມາກ່ອນ. ບົດຄວາມນີ້ຈະນຳສະເໜີ ເລື່ອງວິທີການເລືອກຕັ້ງໃນທົ່ວໂລກທີ່ພົ້ນເດັ່ນ ດັ່ງນີ້:

  1. ໃນສະຫະລັດອາເມລິກາ ປະຊາຊົນທີ່ຈະເລືອກຕັ້ງຕ້ອງໄດ້ລົງທະບຽນການເລືອກຕັ້ງກ່ອນ ເຊິ່ງລະບຽບຂອງແຕ່ລະລັດກໍແຕກຕ່າງກັນ ວ່າຈະໃຫ້ລົງທະບຽນຕອນໃດ ແລະ ແນວໃດ. ຕາມທີ່ຮູ້ມາ ມີພຽງ 13 ລັດ ເທົ່ານັ້ນ ທີ່ອະນຸຍາດໃຫ້ຜູ້ເລືອກຕັ້ງລົງທະບຽນໃນມື້ປ່ອນບັດເລືອກຕັ້ງເລີຍ.
  2. ສຳລັບ ປະເທດການາດາ ແມ່ນບໍ່ໄດ້ກຳນົດເວລາສຳລັບການລົງທະບຽນ. ໝາຍຄວາມວ່າ ປະຊາຊົນສາມາດໄປບ່ອນຈັດການເລືອກຕັ້ງ, ລົງທະບຽນ, ປ່ອນບັດ ແລະ ກໍກັບໄດ້ເລີຍ.
  3. ສຳລັບຝຣັ່ງ ການລົງທະບຽນເພື່ອມີສິດເລືອກຕັ້ງແມ່ນອັດຕະໂນມັດເມື່ອປະຊາຊົນມີອາຍຸຮອດ 18 ປີ (ຄືກັນກັບ ສປປ ລາວ). ແຕ່ສຳລັບປະເທດຊູແອດ (Sweden) ແມ່ນຕ້ອງມີໃບອາກອນກ່ອນ ຈຶ່ງສາມາດລົງທະບຽນເລືອກຕັ້ງໄດ້.
  4. ສຳລັບ ບາງປະເທດ ເຊັ່ນ ອິນເດຍ, ເກຣັກ (Greece), ອູແກຣນ (Ukraine) ແລະ ໂກໂລມບີ (Colombia) ແມ່ນເລືອກທີ່ຈະບໍ່ເອົາຜູ້ສະໝັກເລືອກຕັ້ງໃດເລີຍກໍໄດ້ ເພາະໃນໃບລົງຄະແນນສຽງມີຊ່ອງໃຫ້ໝາຍວ່າ “ບໍ່ເອົາໃຜເລີຍ” (“None of the Above” option).
None-of-the-above should be a valid election ballet choice
  1. ໃນສະຫະລັດອາເມລິກາ ການເລືອກຕັ້ງແມ່ນຈັດໃສ່ແຕ່ວັນອັງຄານເທົ່ານັ້ນ ຊຶ່ງຕ່າງຈາກຫຼາຍປະເທດ ເຊັ່ນ ເບຣຊິນ, ເກຣັກ, ອົດສະຕາລີ, ລາວ ທີ່ຈັດໃສ່ໃນວັນພັກ ເສົາ ຫຼື ອາທິດ ເພື່ອກະຕຸ້ນໃຫ້ຄົນມາເລືອກຕັ້ງ.
  2. ຢູ່ປະເທດໄຮຕິ (Haiti), Papa Doc ຜູ້ຜະເດັດການ ໄດ້ອອກຄຳສັ່ງໃຫ້ເລືອກເອົາລາວເປັນ ປະທານປະເທດ for Life (the President for Life) ໃນປີ 1964 ເຊິ່ງລາວໄດ້ຮັບຄະແນນສຽງ 99.9% ຈາກຄະແນນສຽງທັງໝົດ.
  3. ໃນປະເທດ Liechtenstein ພົນລະເມືອງຂອງປະເທດລົງຄະແນນສຽງຕໍ່ກັບບັນຫາເຊັ່ນການໃຫ້ສັນຊາດແກ່ບຸກຄົນໃດໜຶ່ງ ຍ້ອນເປັນປະເທດນ້ອຍຈຶ່ງບໍ່ແມ່ນເລື່ອງຍາກທີ່ຈະຈັດການເລືອກຕັ້ງເປັນແຕ່ລະໂອກາດໄປ.

ໃນຖານະເປັນພົນລະເມືອງຂອງປະເທດ ໃນເວລາເລືອກຕັ້ງ ເຮົາກໍຄວນເລືອກເອົາຄົນທີ່ຄວາມຮູ້ຄວາມສາມາດ ເຊິ່ງເຮົາຈະເລືອກໄດ້ແນວໃດ? ກ່ອນອື່ນ ເຮົາກໍຄວນຮູ້ວ່າເຮົາຢາກເຫັນການພັດທະນາຫຍັງໃນສັງຄົມ ຕ້ອງການຫຍັງຈາກຜູ້ສະໝັກເລືອກຕັ້ງ เຊິ່ງອາດພິຈາລະນາຈາກນະໂຍບາຍຫາສຽງ ຫຼື ຄວາມສາມາດຂອງຜູ່ສະໝັກເລືອກຕັ້ງ.

ຫຼາຍຄົນເບິ່ງດ້ານເສດຖະກິດເປັນຫຼັກ ກໍຄື ນະໂຍບາຍທີ່ຜູ່ສະໝັກເລືອກຕັ້ງໃຊ້ຫາສຽງນັ້ນ ຈະເຮັດໃຫ້ເສດຖະກິດເຕີບໃຫຍ່ໄປທິດທາງໃດໃນອະນາຄົດ ລວມທັງ ນະໂຍບາຍກ່ຽວກັບວຽກເຮັດງານທຳ, ເງິນເຟີ້, ພາສີ-ອາກອນ, ແລະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ.

ນອກຈາກນີ້ ກໍເບິ່ງນະໂຍບາຍຕໍ່ກັບຕ່າງປະເທດ ເຊັ່ນ ການສ້າງສາຍສຳພັນກັບປະເທດໃກ້ຄຽງ, ນະໂຍບາຍການນຳເຂົ້າ-ສົ່ງອອກ, ການຮ່ວມມືກັບຕ່າງປະເທດ. ດ້ານສັງຄົມ ສ່ວນໃຫຍ່ ຈະເບິ່ງວ່າຜູ້ສະໝັກເລືອກຕັ້ງ ມີທ່າທີແນວໃດຕໍ່ກັບ ເພດ, ເຊື້ອຊາດ, ສີຜິວ, ຊັ້ນຄົນ. ທັງນີ້ທັງນັ້ນ ຄົນສ່ວນຫຼາຍກໍຢາກເລືອກເອົາຜູ້ນຳທີ່ຈະບໍ່ເລືອກປະຕິບັດ ແລະ ໃຫ້ຄວາມເທົ່າທຽມແກ່ປະຊາຊົນ. ທ້າຍສຸດ ກໍແມ່ນເລື່ອງຄວາມໝັ້ນຄົງ ແລະ ຄວາມປອດໄພຂອງປະເທດ ຜູ້ເລືອກຕັ້ງອາດຄຳນຶງເຖິງຜູ້ສະໝັກເລືອກຕັ້ງທີ່ມີຄວາມມຸ່ງໝັ້ນທີ່ຈະຕໍ່ສູ້ກັບເລື່ອງອາຊະຍາກຳ ແລະ ສ້າງຄວາມຍຸຕິທຳໃຫ້ສັງຄົມ.

Character illustration of people with vote icons

ເຖິງວ່າມັນເປັນເລື່ອງຍາກທີ່ຈະເຂົ້າໃຈບຸກຄົນໃດໜຶ່ງໄດ້ດີ ແຕ່ແນວໃດກໍດີ ການເລືອກຕັ້ງຖືເປັນສິດຂອງບຸກຄົນ ເຮົາສາມາດເລືອກເອົາໃຜກໍໄດ້ຕາມທີ່ຕົນເຫັນວ່າເໝາະສົມກັບຕຳແໜ່ງ ແລະ ມີຄວາມຮູ້ຄວາມສາມາດທີ່ຈະນຳພາປະເທດໄປໃນທາງທີ່ຈະເລີນກ້າວໜ້າໄດ້.

ອ້າງອີງ: