ງາມສຸດສາຍຕາ ທາງດ່ວນວຽງຈັນ-ວັງວຽງ ຄາດການກຽມພ້ອມເປີດທົດລອງນຳໃຊ້ໄວໆນີ້


ວັນທີ 25 ພະຈິກ 2020 ທີ່ຜ່ານມາ ທີມງານ LaoX ໄດ້ມີໂອກາດຕິດຕາມຄະນະໂຄງການທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເພື່ອກວດສອບຄວາມຄືບຫນ້າຂອງການກໍ່ສ້າງ ແລະ ປະເມີນຄວາມພ້ອມໃນການເປີດທົດລອງນຳໃຊ້ເສັ້ນທາງດັ່ງກ່າວ.

ທາງດ່ວນວຽງຈັນ-ວັງວຽງ ເປັນໂຄງການກໍ່ສ້າງທາງດ່ວນໄລຍະທີ 1 ເຊິ່ງມີຄວາມຍາວທັງຫມົດ 109 ກິໂລແມັດ ຈຸດຂຶ້ນທາງດ່ວນຢູ່ນະຄອນຫລວງວຽງຈັນແມ່ນຢູ່ເມືອງນາຊາຍທອງ (ສາມແຍກສີເກີດ) ໄປສຸດທາງອອກທີ່ເມືອງວັງວຽງແຂວງວຽງຈັນ. ໂດຍມີຈຸດເຊື່ອມຕໍ່ທີ່ສາມາດເຂົ້າ-ອອກຈາກທາງດ່ວນທັງຫມົດ 8 ຈຸດຄື: ສີເກີດ, ນາຊອນ, ບ້ານບົວ, ສະກ້າ, ໂພນໂຮງ, ຫີນເຫີບ, ວັງຄີ ແລະ ວັງວຽງ.

ໂດຍຕະຫລອດໄລຍະທາງຄວາມຍາວ 109,1 ກິໂລແມັດນີ້ ເສັ້ນທາງມີຄວາມກວ້າງ 23 ແມັດ, ມີ 4 ຊ່ອງທາງຈາລະຈອນ, ມີສອງແລວໄປ ແລະ ກັບ, ມີອຸໂມງຄວາມຍາວ 900 ແມັດ 1 ແຫ່ງຢູ່ເຂດພູພະ, ມີຂົວຂ້າມທັງຫມົດ 34 ແຫ່ງ ໂດຍສ່ວນໃຫຍ່ຈະແມ່ນເຂດຍົກສູງເພື່ອເຮັດທາງລອດເຂົ້າບ້ານປະຊາຊົນ, ເຂດທີ່ທັບຊ້ອນກັບລາງລົດໄຟຄວາມໄວສູງ ແລະ ເຂດທີ່ຕັດກັບເສັ້ນທາງເລກທີ 13 ເຫນືອ.

ໃນດ້ານລາຄາບໍລິການ ປັດຈຸບັນທາງຄະນະໂຄງການທາງດ່ວນວຽງຈັນ-ວັງວຽງແມ່ນກຳລັງພິຈາລະນາ ແລະຕັດສິນຂັ້ນສຸດທ້າຍ ຈຶ່ງຍັງບໍ່ສາມາດແຈ້ງລາຄາການບໍລິການໄດ້ໃນປັດຈຸບັນ. ນອກນັ້ນທາງໂຄງການກຳລັງເລັ່ງມືວຽກສຳຄັນໆ ເພື່ອໃຫ້ທັນສໍາເລັດ ແລະ ສາມາດນໍາໃຊ້ໄດ້ພາຍໃນເດືອນທັນວາ 2020 ນີ້.

ສຳລັບການເດີນທາງນັ້ນ ພາຍຫລັງທີ່ທີມຂ່າວ LaoX ໄດ້ທົດສອບແມ່ນເຫັນວ່າ ມີຄວາມສະດວກສະບາຍ ແລະ ໃຊ້ເວລາໃນການເດີນທາງທີ່ສັ້ນລົງກວ່າເສັ້ນທາງເກົ່າຫລາຍທົບ. ໂດຍສະເລ່ຍແລ້ວຈາກຈຸດສີເກີດໄປຮອດວັງວຽງ ໃຊ້ເວລາເດີນທາງພຽງແຕ່ 60-65 ນາທີເທົ່ານັ້ນ.

ສ່ວນສະພາບການກໍ່ສ້າງໃນປັດຈຸບັນເຫັນວ່າ ຄວາມພ້ອມດ້ານວຽກໃຫຍ່ໆເປັນຕົ້ນແມ່ນ ໂຄງສ້າງເສັ້ນທາງແມ່ນຖືວ່າສຳເລັດສົມບູນ ຍັງເຫລືອພຽງການເກັບລາຍລະອຽດເຊັ່ນ: ຕິດປ້າຍບາງຈຸດ, ການກັ້ນຂອບທາງ, ແຕ້ມເສັ້ນກາງທາງໃນບາງຈຸດ ແລະຈຸດກັນເຈື່ອນທີ່ມີການລະເບີດພູ.

ສ່ວນທາງດ້ານຈຸດພັກລົດ ແມ່ນຈະມີ 2 ຈຸດ ທັງຟາກໄປແລະຟາກກັບ ເຊິ່ງເປັນຈຸດພັກລົດແລະປ້ຳນ້ຳມັນໄວ້ໃຫ້ບໍລິການ ຢູ່ເຂດ ບ້ານນາຂ່າເມືອງໂພນໂຮງ ແລະ ບ້ານທ່າເຮືອ ອ່າງນ້ຳງຶ່ມ ເມືອງຫີນເຫີບ ເຊິ່ງຍັງຢູ່ໃນຂັ້ນຕອນກໍ່ສ້າງ ຄາດຫມາຍຈະແລ້ວໃນໄລຍະຕໍ່ໄປ.

ສຳລັບຄວາມຄືບຫນ້າດ້ານການບໍລິການເຊັ່ນ ລາຄາ ແລະການເປີດໃຊ້ຢ່າງເປັນທາງການ ຖ້າໄດ້ຂໍ້ມູນອັບເດດແລ້ວ ທີມຂ່າວ LaoX ຈະນຳມາລາຍງານໃຫ້ຊາບຕື່ມເດີ້.