ລາວຈະສືບຕໍ່ສ້າງເສັ້ນທາງກໍ່ສ້າງທາງດ່ວນ ວັງວຽງ ຫາ ຫຼວງພະບາງ, ຫຼວງພະບາງ ຫາ ອຸດົມໄຊ ແລະ ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ

ວັງວຽງ

ການສ້າງເສັ້ນທາງດ່ວນທີ່ຈະອຳນວຍຄວາມສະດວກ ແລະ ເພີ່ມທາງເລືອກໃຫ້ພໍ່ແມ່ປະຊາຊົນລາວສາມາດເດີນທາງແຕ່ເໜືອເຖິງໃຕ້ດ້ວຍຄວາມໄວ ແລະ ສະບາຍຍິ່ງຂຶ້ນ ເປັນແຜນການພັດທະນາໂຄງລ່າງພື້ນຖານທີ່ສຳຄັນຂອງ ສປປ ລາວ ເຮົາ ເຊິ່ງຜ່ານມາແມ່ນໄດ້ສ້າງສຳເລັດເສັ້ນທາງດ່ວນສາຍເໜືອໄລຍະທີ 1 ແຕ່ ວຽງຈັນ-ວັງວຽງແລ້ວ ແລະ ຍັງອີກຫຼາຍເສັ້ນກຳລັງຈະກໍ່ສ້າງຕໍ່ໄປ.

ສຳລັບໂຄງການລົງທຶນກໍ່ສ້າງທາງດ່ວນ ສາຍພາກເໜືອ 3 ຊ່ວງ (ວັງວຽງ ຫາ ຫຼວງພະບາງ, ຫຼວງພະບາງ ຫາ ອຸດົມໄຊ ແລະ ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຕາມການລາຍງານຂອງສຳນັກຂ່າວສານປະເທດລາວໃນວັນທີ 19 ມັງກອນຜ່ານມານີ້ໃຫ້ຮູ້ວ່າ: ການດໍາເນີນການກໍ່ສ້າງທາງດ່ວນ ດັ່ງກ່າວ ໄດ້ສໍາຫຼວດ ສຶກສາຂໍ້ມູນໃນໄລຍະຫຼາຍປີຜ່ານມາ ແຕ່ໂຄງການທາງດ່ວນບໍ່ມີຄວາມຄືບໜ້າ, ການດຳເນີນໂຄງການ ແລະ ຍັງມີຫຼາຍໜ້າວຽກທີ່ຄ້າງຄາ.

ວັງວຽງ

ໃນໄລຍະຜ່ານມາ, ກະຊວງແຜນການ ແລະ ການລົງທຶນຂອງ ສປປ ລາວ ໄດ້ກວດກາຄືນການ ຂໍສືບຕໍ່ສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງທາງດ່ວນ 3 ໄລຍະ ຂອງບໍລິສັດ Yunnan construction and Investment Holding Group Co.,Ltd, ຜ່ານມາໄດ້ຕໍ່ອາຍຸ (MOU) 3 ຄັ້ງແລ້ວ ແຕ່ໂຄງການ ບໍ່ມີຄວາມຄືບໜ້າ ແລະ ຍັງມີຫຼາຍໜ້າວຽກທີ່ຄ້າງຄາ.

ສະນັ້ນ, ເພື່ອເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດໄດ້ໄວ ຈຶ່ງຄວນເລືອກເອົາບໍລິສັດ ທີ່ມີເງື່ອນໄຂຄວາມພ້ອມໃນດ້ານຕ່າງໆ ເພື່ອສືບຕໍ່ພັດທະນາທາງດ່ວນໄລຍະທີ 2 ວັງວຽງ ຫາຫຼວງພະບາງ ແລະ ທາງດ່ວນໄລຍະທີ 03 ຫຼວງພະບາງ ຫາ ອຸດົມໄຊ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

ດັ່ງນັ້ນ, ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີຈຶ່ງອອກແຈ້ງການສະບັບເລກທີ 431/ຫສນຍ, ລົງວັນທີ 30/03/2022 ບໍ່ເຫັນດີໃຫ້ຕໍ່ອາຍຸ ບົດບັນທຶກຄວາມເຂົ້າໃຈ (MOU) ຫຼື ຍົກເລີກໂຄງການທາງດ່ວນ ໄລຍະທີ 2 (ວັງວຽງ ຫາ ຫຼວງພະບາງ) ແລະ ໄລຍະທີ 3 (ຫຼວງພະບາງ ຫາ ອຸດົມໄຊ) ຂອງບໍລິສັດ Yunnan construction and Investment Holding Group Co.,Ltd.

ວັງວຽງ

ສ່ວນທາງດ່ວນ ໄລຍະທີ 04 ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ແມ່ນມອບໃຫ້ບໍລິສັດ Yunnan construction and Investment Holding Group Co.,Ltd ສືບຕໍ່ໂຄງການທາງດ່ວນ ເນື່ອງຈາກວ່າ ບໍລິສັດ ດັ່ງກ່າວ ໄດ້ດຳເນີນການສຳຫຼວດສຶກສາຄວາມເປັນໄດ້ ກ່ຽວກັບສະພາບທາງດ່ວນຜ່ານມາ ແລະ ມີຂໍ້ມູນຈຳນວນ ໜຶ່ງແລ້ວ ແຕ່ຕ້ອງກຳນົດຂອບເຂດເວລາ ການຈັດຕັ້ງປະຕິບັດໂຄງການໃຫ້ຊັດເຈນ.

ຂອບໃຈຂໍ້ມູນຈາກ: https://bit.ly/3R2RoYG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/