168 ພັນລ້ານກວ່າວິວ! Jungkook BTS ກາຍເປັນບຸກຄົນທຳອິດໃນໂລກທີ່ມີຜູ້ຊົມຜ່ານແຮສແທັກຫຼາຍທີ່ສຸດໃນ TikTok

Jungkook BTS

ຈອງກຸກ (Jungkook) ນ້ອງນ້ອຍຂອງວົງ BTS ວົງ K-Pop ຈາກດິນແດນເກົາຫຼີໃຕ້ ຜ່ານມາໄດ້ສ້າງສະຖິຕິໃນຫຼາຍແພລັດຟອມດ້ວຍກັນ ລວມໄປເຖິງແພລັດຟອມ TikTok ອີກດ້ວຍ. ຫຼ້າສຸດ ກາຍເປັນບຸກຄົນທໍາອິດຂອງໂລກ ທີ່ມີຜູ້ເຂົ້າຊົມຜ່ານແຮສແທັກ #Jungkook ຫຼາຍທີ່ສຸດ ໂດຍມີຍອດວິວຫຼາຍກວ່າ 168 ພັນລ້ານເທື່ອ ແຕ່ບໍ່ມີບັນຊີເປັນການສ່ວນຕົວ ອາດຈະເປັນຍ້ອນແຟນໆທີ່ເຂົ້າຮັບຊົມຈົນມີຍອດວິວທີ່ຫຼວງຫຼາຍ ຖ້າປຽບກັບແຮສແທັກລາຍບຸກຄົນ ຫຼື ສິລະປິນອື່ນ.

Jungkook BTS

ຄວາມນິຍົມຂອງ ຈອງກຸກ ໃນແພລັດຟອມ TikTok ສູງຂຶ້ນຢ່າງໄວໃນແຕ່ລະເດືອນໃນແຕ່ລະມື້ ສ່ວນແຮສແທັກ #BTS ກໍມີຜູ້ເຂົ້າຊົມຫຼາຍກວ່າ 505 ພັນລ້ານເທື່ອ ກາຍເປັນແຮສແທັກສິລະປິນທີ່ມີຍອດການເຂົ້າຊົມສູງທີ່ສຸດໃນໂລກ. ນອກຈາກນີ້ ຈອງກຸກ ຍັງສ້າງສະຖິຕິໃນແພລັດຟອມແອັບ Vlive ໃນປີ 2021 ໂດຍມີຄົນເຂົ້າຊົມ Live ຈຳນວນ 20,44 ລ້ານຄົນ ໃນວັນທີ 31 ສິງຫາ 2021 ເຊິ່ງເປັນວັນເກີດຂອງຕົນ ລວມຍອດຄົນກົດໄລ້ຫຼາຍກວ່າ 2,3 ພັນລ້ານເທື່ອ.

ນອກຈາກນີ້ ໃນແພລັດຟອມ Twitter ກໍເປັນບຸກຄົນທຳອິດ ແລະ ຄົນດຽວ ທີ່ມີຍອດທະວີດຫຼາຍກວ່າ 1 ລ້ານເຖິງ 7 ທະວີດ ຍອດໄລ້ 3 ລ້ານເຖິງ 5 ທະວີດ. ຜ່ານມາມີການດື່ມນົມກ້ວຍ ແລ້ວຖ່າຍຮູບລົງ Twitter ຈົນເຮັດໃຫ້ນົມຂາຍດີ ໃນໄລຍະທີ່ເສດຖະກິດຕົກຕ່ຳ ແລະ ຍັງມີຫຼາຍຢ່າງທີ່ເຄື່ອງມັກຂາຍດີທັ້ງໆທີ່ບໍ່ໄດ້ໂຄສະນາແບບກົງໆ ພຽງແຕ່ເວົ້າອອກມາຄຳດຽວກໍຂາຍໝົດແລ້ວ ຈົນ ຈອງກຸກ ອອກມາກ່າວຂອບໃຈ ARMY (ຊື່ແຟນຄລັບ) ທີ່ໄດ້ສັ່ງຊື້ ເພາະໄດ້ຊ່ວຍພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການ ໄປໃນຕົວດ້ວຍ.

Jungkook BTS

ສ່ວນໃນແພລັດຟອມ Instagram ກໍເປັນພຽງຮອງຂອງນັກເຕະຊື່ດັງ Ronaldo ເທົ່ານັ້ນ ທັ້ງໆທີ່ຍອດຄົນຕິດຕາມຕ່າງກັນຫຼາຍ ຜູ້ຕິດຕາມຈອງກຸກ ມີພຽງ 40 ລ້ານປາຍຄົນ ສ່ວນຂອງໂຣນັລໂດ້ສູງເຖິງ 500 ລ້ານກວ່າຄົນ (ປີ 2021) ໃນຄລິບຂອງຈອງກຸກ ບໍ່ມີຫຍັງເປັນພຽງຄລິບໂຊໃບໜ້າຂອງລາວຢູ່ໃນມຸມມືດໆ ມີຍອດວິວ 3 ລ້ານ ພາຍໃນເຄິ່ງຊົ່ວໂມງ ແລະ 20 ລ້ານຄັ້ງໃນ 11 ຊົ່ວໂມງ.

ຢູ່ໃນແພລັດຟອມ YouTube ກໍກາຍເປັນນັກຮ້ອງເອເຊຍ ແລະ ເຄປັອບ ທີ່ມີຄົນຄົ້ນຫາຫຼາຍທີ່ສຸດ ແຕ່ບໍ່ໄດ້ມີບັນຊີເປັນການສ່ວນຕົວແຕ່ຢ່າງໃດ ແລະ ຜ່ານມາເມື່ອບໍ່ດົນມານີ້ ບານໂລກ​​ 2022 ກໍໄດ້ກາຍເປັນນັກຮ້ອງເອເຊຍຄົນທຳອິດ ທີ່ໄດ້ຂຶ້ນສະແດງຢູ່ເທິງເວທີມື້ເປີດບານໂລກ ແລະ ໄດ້ຮ້ອງເພງບານໂລກ, ພ້ອມກັນນີ້ ຍັງຄອງອັນດັບ 4 ທີ່ໂລກໂຊຊຽວກ່າວເຖິງໃນບານໂລກ ແລະ ເພງ “Dreamers” ໄດ້ສ້າງສະຖິຕິໃໝ່ສຳລັບເພງບານໂລກຢ່າງເປັນທາງການ ທີ່ສາມາດຂຶ້ນອັນດັບເພງໄວທີ່ສຸດ ໂດຍຂຶ້ນອັນດັບ 1 ໃນ iTunes.

Jungkook BTS
Jungkook BTS

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/