ນະຄອນຫຼວງວຽງຈັນ ເປີດກອງປະຊຸມປຶກສາຫາລື ສະກັດກັ້ນບັນຫາສຽງເນືອງນັນໃນສັງຄົມ ໃຫ້ກວ້າງຂວາງກວ່າເກົ່າ


ໃນວັນທີ 9 ກຸມພາ 2021 ທີ່ຜ່ານມາ, ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ກໍານົດວິທີການສະກັດກັ້ນຄວບຄຸມສຽງເນືອງນັນໃນນະຄອນຫຼວງວຽງຈັນ, ເຊິ່ງການປະຊຸມຄັ້ງນີ້ ທາງພັກ-ລັດ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້ວ່ານະຄອນຫຼວງເຮົານອກຈາກມີມົນລະພິດທາງດ້ານຕ່າງໆແລ້ວ ຍັງມີມົນລະພິດທາງສຽງອີກດ້ວຍ ແລະ ຍັງສົ່ງຜົນກະທົບໃຫ້ແກ່ປະຊາຊົນໃນເວລາພັກຜ່ອນ, ບ້ານເມືອງບໍ່ສະຫງົບຮຽບຮ້ອຍ, ບໍ່ເປັນໄປຕາມລະບຽບທີ່ວາງອອກ.

ເມື່ອເປັນດັ່ງນັ້ນ ທາງພາກສ່ວນຕ່າງໆ ຈຶ່ງຢາກເພີ່ມລະບຽບການໃຫ້ເຂັ້ມງວດຂຶ້ນ ເພາະໃນໄລຍະຜ່ານມາບາງສະຖານທີ່ກໍໃຊ້ສຽງດັງຈົນເກີນຂອບເຂດໃນຕອນກາງຄືນ, ສ່ວນມົນລະພິດທາງສຽງທີ່ຈະໄດ້ແກ້ໄຂມີຄື:

ສຽງດັງໃນສະຖານທີ່ບັນເທີງ, ສຽງດັງຈາກເທສະການ ແລະ ນິທັດສະການ, ສຽງດັງຈາກບັ້ງກະໂພກ, ສຽງດັງຈາກລົດ ແລະ ກຸ່ມແກ້ງຂີ່ລົດກວນເມືອງ, ສຽງໝາເຫົ່າຊະຊາຍຕາມຖະໜົນຫົນທາງ, ສຽງດັງຈາກການກໍ່ສ້າງທີ່ຢູ່ອາໄສ, ສຽງດັງຈາກກົນຈັກໂຮງງານໃນຂອບເຂດຊຸມຊົນ.

ໃນກອງປະຊຸມທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ ມີທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານພັນເອກ ຈັນຫອມ ແກ້ວສຸລາໄຊ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຕະຫຼອດຮອດຮອງເຈົ້າເມືອງ 9 ຕົວເມືອງໃນ ນະຄອນຫຼວງ, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ຂໍ້ຕົກລົງວ່າດ້ວຍການຄວບຄຸມສຽງເນືອງນັນຢູ່ນະຄອນຫຼວງວຽງຈັນ ສະບັບເລກທີ 620/ຈວນ ລົງວັນທີ 29 ກັນຍາ 2020 ຈັດຂຶ້ນວັນທີ 10 ກຸມພາ 2021, ເຊິ່ງຂໍ້ຕົກລົງປະກອບມີ 6 ໝວດ 30 ມາດຕາ, ທາງພາກສ່ວນຕ່າງໆກໍໄດ້ເຫັນດີຕົກລົງກັນ ປະຕິບັດຕາມຂໍ້ຕົກລົງ, ຈາກການແລກປ່ຽນຄໍາຄິດຄໍາເຫັນບັນດາຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈຕໍ່ກັບບັນຫານີ້ຢ່າງເລິກເຊິ່ງ, ຮັບຮູ້ເຖິງວິທີການທີຈະແກ້ໄຂກັບບັນຫານີ້ ແລະ ທາງພາກສ່ວນຕ່າງໆພ້ອມແກ້ໄຂໃຫ້ຖືກຈຸດທີ່ສຸດ ເພື່ອລົດລະປາກົດການຫຍໍ້ທໍ້ ມົນລະພິດທາງສຽງ, ເພື່ອໃຫ້ປະຊາຊົນຢູ່ດີມີສຸກໃນເວລາພັກຜ່ອນ ພິເສດເພື່ອໃຫ້ສັງຄົມມີຄວາມຮຽບຮ້ອຍ ຢູ່ໃນກົດລະບຽບແບບແຜນ ເພື່ອເປັນການເສີມສ້າງບ້ານເມືອງໃຫ້ນັບມື້ພັດທະນາຂຶ້ນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/vte9cha/videos/444493810317111

https://www.facebook.com/vientianecity.gov.la/posts/1381735315508324