ການສົ່ງອີເມວໃຫ້ໜ້ອຍລົງສາມາດຊ່ວຍແກ້ໄຂບັນຫາສະພາບພູມອາກາດໄດ້ແທ້ບໍ່?

ການສົ່ງອີເມວໃຫ້ໜ້ອຍລົງ

ໜັງສືພິມ Financial Time ລາຍງານວ່າ ໃນໄວໆນີ້ອາດຈະມີການປຸກລະດົມໃຫ້ຄົນສົ່ງອີເມວໃຫ້ໜ້ອຍລົງໃນແຕ່ລະວັນ ໂດຍສະເພາະການຕອບອີເມວສັ້ນໆແຖວດຽວທີ່ບໍ່ມີປະໂຫຍດ ເຊັ່ນຄຳວ່າ “ຂອບໃຈ”.
ເຈົ້າໜ້າທີ່ຄົນໜຶ່ງທີ່ມີສ່ວນຮ່ວມໃນການຈັດງານການປະຊຸມພາຄີ ແຫ່ງສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບພູມອາກາດຄັ້ງທີ 26 ຫຼື COP26 ເຊິ່ງສະຫະລາຊະອານາຈັກເປັນເຈົ້າພາບໃນປີໜ້າບອກວ່າ ການເຮັດແບບນັ້ນຈະຊ່ວຍ “ລົດຄາບອນໄດ້ຫຼາຍ”.

ການສົ່ງອີເມວໃຫ້ໜ້ອຍລົງ

ແຕ່ມີຂໍ້ສົງໄສວ່າ ມັນຈະແຕກຕ່າງໄດ້ຂະໜາດນັ້ນເລີຍບໍ? ເປັນຫຍັງອີເມວຈຶ່ງສ້າງຄາບອນ?

ຄົນສ່ວນໃຫຍ່ມັກຈະຄິດວ່າ ການສົ່ງອີເມລຄືການສື່ສານຜ່ານທາງອາກາດ ແຕ່ຄວາມຈິງແລ້ວ ເວລາທີ່ເຮົາສົ່ງອີເມວ ມັນຕ້ອງຜ່ານເຄືອຄ່າຍອີເລັກໂຕນິກທີ່ສິ້ນເປືອງພະລັງງານ.

ອຸປະກອນການເຊື່ອມຕໍ່ອິນເຕີເນັດຂອງເຮົາຕ້ອງສົ່ງສັນຍານໄປຍັງຊຸມສາຍໃນພື້ນທີ່ຈະສົ່ງຕໍ່ໄປຍັງບໍລິສັດຄົມມະນາຄົມທີ່ໃຫ້ບໍລິການອີກເທື່ອໜຶ່ງ ແລະ ບໍລິສັດຕ່າງໆ ກໍຕ້ອງມີສູນຂໍ້ມູນຂະໜາດໃຫຍ່ທີ່ຕ້ອງອາໄສພະລັງງານໄຟຟ້າໃນການປະຕິບັດງານ ແລະ ທັງໝົດນີ້ກໍເຮັດໃຫ້ສິ້ນເປືອງພະລັງງານທັງສິ້ນ.

ໜັງສືພິມ Financial Time ບອກວ່າ ເຈົ້າໜ້າທີ່ທາງການຄົນດັ່ງກ່າວ ອ້າງເຖິງສິ່ງທີ່ບໍລິສັດໄຟຟ້າພະລັງງານໝຸນວຽນທີ່ຊື່ ໂອໂວ ເອເນີຈີ ສະເໜີໄວ້ເມື່ອປີກ່ອນ.

ການສົ່ງອີເມວໃຫ້ໜ້ອຍລົງ

ບໍລິສັດນີ້ບອກວ່າ ຖ້າຫາກຄົນໃນສະຫະລາຊະອານາຈັກທຸກຄົນສົ່ງອີເມວ “ຂອບໃຈ” ໜ້ອຍລົງຄົນລະໜຶ່ງສະບັບ ຈະລົດການປ່ອຍຄາບອນ 16,433 ໂຕນ/ປີ ຫຼື ທຽບເທົ່າກັບຖ້ຽວບິນຫຼາຍພັນຖ້ຽວບິນໄປເອີຣົບ. ແຕ່ບັນຫາແມ່ນ ຖ້າຫາກວ່າຕົວເລກນັ້ນເປັນຈິງ ມັນບໍ່ສາມາດສ້າງຄວາມປ່ຽນແປງຫຍັງໄດ້ຫຼາຍ.

ໃນປີ 2019 ສະຫະລາຊະອານາຈັກປົດປ່ອຍແກ໊ສເຮືອນແກ້ວທັງໝົດເຖິງ 435.2 ໂຕນ, ດັ່ງນັ້ນຕົວເລກທີ່ວ່າ ຄິດເປັນພຽງແຕ່ 0.0037% ເທົ່ານັ້ນຂອງການປົດປ່ອຍຄາບອນທັງປະເທດ.

ໄມ ເບີເນີສ ເປັນອາຈານນັກວິຊາການດ້ານນີ້ ເຊິ່ງໂອໂວ ເອເນີຈີ ເອົາຂໍ້ມູນການວິໄຈຂອງລາວໄປໃຊ້ ລາວໃຫ້ສຳພາດວ່າ ນັ້ນເປັນຕົວເລກທີ່ຄຳນວນຂຶ້ນໄວໆ “ເທິງຫຼັງຊອງຈົດໝາຍ” ເມື່ອປີ 2010 ລາວບອກວ່າ ດີທີ່ເລື່ອງນີ້ເຮັດໃຫ້ຄົນເລີ່ມມີຂໍ້ຖົກຖຽງໃນປະເດັນນີ້ ແຕ່ຍັງມີປະເດັນໃຫຍ່ກວ່າທີ່ຄວນຄຳນຶງເຖິງ.

ຄຣິສ ພຣິສ ອາຈານດ້ານຄວາມຍືນຍົງ ແລະ ລະບົບຄອມພິວເຕີຈາກມະຫາວິທະຍາໄລບຣິສຕອລ ບອກວ່າ ບໍ່ວ່າຈະສົ່ງ ຫຼື ບໍ່ສົ່ງອີເມວໜຶ່ງສະບັບ ຜົນກະທົບກໍເກີດຂຶ້ນແລ້ວ ເພາະວ່າຄອມພິວເຕີ ແລະ ອິນເຕີເນັດຂອງເຮົາກໍຍັງເຮັດວຽກຢູ່ດີ.

ທີ່ມາ:​ https://www.bbc.com/thai/international-55020673