Jackson Wang ກັບແຄັມເປນ ກະເປົາເດີນທາງ HORIZONS NERVER END ທີ່ສະທ້ອນຕົວຕົນຂອງ LOUIS VUITTON


ຫຼ້າສຸດແບຣນໃນຕຳນານ LOUIS VUITTON ໄດ້ເປີດຕົວຕຳນານບົດໃໝ່ຢ່າງ HORIZONS NERVER END ແຄັມເປນ ກະເປົາເດີນທາງທີ່ໄດ້ນັກຮ້ອງຊື່ດັງກ້ອງໂລກຢ່າງ Jackson Wang ມາຮັບບົດເປັນພີເຊັນເຕີຄົນໃໝ່ຂອງຄໍເລັກຊັນກະເປົາຊຸດເລືອງຊື່ໃນຕຳນານໂດຍກະເປົາອອກແບບໂດຍ Marc Newson ດິໄຊເນີ ຊື່ດັງຂອງຍຸກ.

ແຄັມເປນໃນຄັ້ງນີ້ໄດ້ຊ່າງພາບລະດັບໂລກຊາວອັງກິດຢ່າງ Glen Luchford ມາຖ່າຍໃຫ້ທີ່ Paris ເຊິ່ງໂຟກັດໄປທີ່ Line ກະເປົາເດີນທາງຊື່ດັງ HORIZONS ໂດຍກ່ອນໜ້ານີ້ທາງແບນໄດ້ປ່ອຍຮູບພາບໂຄສະນາ Lionel Messi  ແລະ Gisele Bündchen ທີ່ທັງສອງຢູ່ໃນເຟມພາບດຽວກັນໃນຊີຣີ້ HORIZONS NERVER END.

ການທີ່ທາງ LOUIS VUITTON ໄດ້ເລືອກເອົາ Jackson Wang ມາເປັນພີເຊັນເຕີຂອງລາຍກະເປົາ HORIZONS ໃນເທື່ອນີ້ຄາດເດົາໄດ້ວ່າ ເພື່ອຈະມາເຈາະກຸ່ມລູກຄ້າຈາກປະເທດຈີນ ທີ່ກັບມາເຕິບໂຕຢ່າງມະຫາສານອີກຄັ້ງຫຼັງສະຖານະການໂຄວິດຫາຍໄປ ບວກກັບຊ່ວຍຂະຫຍາຍ Brand Awareness ໄປທາງກຸ່ມ Gen Z ກຸ່ມຄົນຮຸ່ນໃໝ່ອີກດ້ວຍ.

ແນ່ນອນວ່າກະເປົາເອງກໍຕອບໂຈດນັກເດີນທາງຍຸກໃໝ່ ເພາະໂຄງສ້າງກະເປົາເຮັດມາຈາກຜ້າຕາຂ່າຍຂຶ້ນຮູບພິເສດດ້ວຍຊ່າງສີມືຂອງແບຣນ. ນອກຈາກນັ້ນຍັງຫຸ້ມດ້ວຍແຄນວາສທີ່ຕົກແຕ່ງດ້ວຍລວດລາຍໂມໂນແກຣມ ແລະ ລາຍ Damier ອັນເປັນເອກະລັັກຂອງທາງແບນ ນັ້ນເອງ.

ການຮ່ວມງານຂອງ Jackson Wang ກັບ LOUIS VUITTON ອອກມາໃນຮູບແບບໃດຕ້ອງຕິດຕາມ ແລະ ຈະໄປປາກົດຕົວໃນງານແຟຊັ່ນໂຊວທີ່ສຳຄັນຢ່າງ Cruise 2024 ໃນອາທິດໜ້າທີ່ປະເທດອິຕາລີຫຼືບໍ່ ຫຼື ເສື້ອຜ້າຜູ້ຊາຍຄໍເລັກຊັນທຳອິດຂອງ Pharrell Williams ເດືອນໜ້າທີ່ Paris Fashion Week ຄົງຕ້ອງໄດ້ຕິດຕາມກັນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/