ປະລິມານການເຮັດທຸລະກຳຂອງ Cardano ເພີ່ມຂຶ້ນເຖິງ 205% ທ່າມກາງການກວາດຊື້ຫຼຽນເພື່ອສະສົມຂອງ Whale


ໃນປັດຈຸບັນ smart contract platform Cardano (ADA) ໄດ້ມີປະລິມານການເຮັດທຸລະກຳເພີ່ມຂຶ້ນຫຼາຍ ເນື່ອງຈາກເຄືອຂ່າຍມີການເຕີບໂຕຂຶ້ນຢ່າງຕໍ່ເນື່ອງທ່າມກາງກະເເສຄວາມສົນໃຈຂອງບັນດານັກລົງທຶນທີ່ເລີ່ມກັບມາອີກຄັ້ງ.

IntoTheBlock ບໍລິສັດວິເຄາະຂໍ້ມູນ ໄດ້ມີລາຍງານການວິເຄາະໃໝ່ໂດຍລະບຸວ່າ ເຄືອຂ່າຍ Cardano ໄດ້ຮັບການຍອມຮັບດ້ານປະສິດທິພາບໃນເຄືອຂ່າຍທີ່ເເຂງເເຮງໃນໄລຍະຫຼາຍເດືອນທີ່ຜ່ານມາ. ອີງຈາກຂໍ້ມູນການວິເຄາະ ປະລິມານການເຮັດທຸລະກຳຂອງ Cardano ຈາກ year-to-date ນັ້ນເພີ່ມຂຶ້ນ 205% ທ່າມກາງກະເເສການສະສົມຫຼຽນ ADA ຂອງ Whale ຢ່າງຕໍ່ເນື່ອງ , ທັງນີ້ ຕົວເລກດັ່ງກ່າວຍັງສະເເດງໃຫ້ເຫັນວ່າມີການເຮັດທຸລະກຳຫຼຽນ ADA ຫຼາຍກວ່າ 26 ຕື້ໂດລາຕໍ່ມື້

ອີງຕາມຂໍ້ມູນຂອງ IntoTheBlock ບໍລິສັດວິເຄາະຂໍ້ມູນ ໃນຂະນະນີ້ Whale ຍັງຄົງສືບຕໍ່ສະສົມຫຼຽນ ADA ເພີ່ມຂຶ້ນ, ເນື່ອງຈາກວ່າເງິນລົງທຶນສຸດທິ (net flows) ທີ່ມີການເພີ່ມຂຶ້ນເມື່ອບໍ່ດົນມານີ້ໄດ້ສະເເດງໃຫ້ເຫັນເຖິງການສະສົມຫຼຽນຂອງບັນດາຜູ້ຖືຄອງລາຍໃຫຍ່.

ນອກຈາກນີ້ ບໍລິສັດວິເຄາະຂໍ້ມູນຍັງໄດ້ໃຫ້ລາຍລະອຽດອີກວ່າ ປະລິມານການລົງທຶນສຸດທິທີ່ໄຫຼເຂົ້າໄປໃນ ADA ເພີ່ມຂຶ້ນຫຼາຍກວ່າ 1.500% , ເຮັດໃຫ້ Cardano ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງເຫັນໄດ້ຈາກຄວາມຄິດລິເລິ່ມອັນຫຼາກຫຼາຍ ເເລະ ການສະເເຫວງຫາການພັດທະນາເຄືອຂ່າຍ.

ທ່າມກາງການຊົບເຊົາຂອງຕະຫຼາດ Crypto , ຕົວເລກການເຮັດທຸລະກຳຂອງ Cardano ຍັງຄົງມີຄວາມຫົດຢືດ ຈາກການວິເຄາະຂ້າງເທິງໄດ້ສະເເດງໃຫ້ເຫັນວ່າ ປະລິມານການເຮັດທຸລະກຳມີການຕີກັບຈາກລະດັບຕໍ່າສຸດຂອງປີນີ້ຫຼາຍເຖິງ 33,45%. ໂດຍບໍລິສັດວິເຄາະກ່າວເມື່ອບໍ່ດົນມານີ້ວ່າ ເຄືອຂ່າຍ Cardano ມີປະລິມານການເຮັດທຸລະກໍາສູງສຸດຈົນໜ້າຕົກໃຈກວ່າ 98.000 ລາຍການ, ເຊິ່ງເປັນສະຖິຕິສູງສຸດໃນຮອບ 3 ເດືອນ.

ໃນແງ່ຂອງຄວາມສາມາດໃນການເຮັດກໍາໄລຂອງຫຼຽນ ໄດ້ມີລາຍງານເປີດເຜີຍວ່າເກືອບ 22,2% ຂອງ ADA ແມ່ນໄດ້ຮັບຜົນກໍາໄລ, ໃນຂະນະທີ່ 4,5% ເເມ່ນກຸ້ມທຶນ. ຢ່າງໃດກໍຕາມ ນັກລົງທຶນສ່ວນໃຫຍ່ 73,2% ກໍາລັງປະສົບກັບບັນຫາການຂາດທຶນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/